ໃຜໃຈດີຮ່ວມສ້າງ “ຫ້ອງອ່ານເພື່ອນ້ອງ” ໃຫ້ແກ່ບ້ານຄຳຈະເລີນ

56

ການອ່ານ ຖືເປັນສິ່ງສໍາຄັນ ແລະ ຈໍາເປັນຫຼາຍ ທີ່ຊ່ວຍເສີມທັກສະເພີ່ມພັດທະນາການຂອງເດັກນ້ອຍ ຊ່ວຍສ້າງແນວຄິດໃໝ່ໆໃຫ້ກັບນ້ອງນ້ອຍ ແລະ ມັນຈະດີຍິ່ງກວ່ານັ້ນຫາກໄດ້ປູກຝັງການອ່ານມາຕັ້ງແຕ່ນ້ອຍເປັນຕົ້ນມາຈະເຮັດໃຫ້ເດັກນ້ອຍນັກຮຽນເຕີບໃຫຍ່ເປັນບຸກຄະລາກອນທີ່ມີຄຸນນະພາບໄດ້ໃນອະນາຄົດ ຖ້າທ່ານຢາກເປັນສ່ວນໜຶ່ງຂອງການສົ່ງເສີມການອ່ານໃຫ້ນ້ອງກໍ່ຂໍໃຫ້ທ່ານຊ່ວຍບໍລິຈາກສ້າງຫ້ອງສະໝຸດໃຫ້ນ້ອງແດ່ ທີ່ບ້ານຄຳຈະເລີນ.

ຮ່ວມທັງ ທາງໜັງສືພິມເສດຖະກິດ-ການຄ້າ, ມູນນິທິຮ່ວມໃຈ ແລະ ເພຈ ຢາກແຕ້ມ & ຢາກເວົ້າ ກຳລັງຮ່ວມກັນລະດົມທຶນ ຈະສ້າງຫ້ອງສະໝຸດ “ຫ້ອງອ່ານເພື່ອນ້ອງ” ຂະໜາດ 6×8 ແມັດ ພ້ອມອຸປະກອນຄົບຊຸດ ໃຫ້ນ້ອງໆໄດ້ມີບ່ອນນັ່ງອ່ານນິທານມ່ວນໆ, ມີມຸມໃຫ້ຄົ້ນຄວ້າບົດຮຽນ, ໄດ້ອ່ານປື້ມຫຼາກຫຼາຍ ຊ່ວຍເສີມສ້າງຈິນຕະນາການ ແລະ ໃຫ້ໄດ້ຄວາມຮູ້ກວ້າງຂວາງຂື້ນ ໃຫ້ແກ່ໂຮງຮຽນປະຖົມ ບ້ານຄຳຈະເລີນ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງ.

ນອກນັ້ນຍັງຈະປຸກສ້າງ ໂຮມໂຕະ, ຕັ່ງ , ຕູ້ , ຖ້ານວາງໜັງສື ແລະ ອຸປະກອນທີ່ຈຳເປັນສຳລັບຫ້ອງສະໝຸດ, ຫັກຄ່າແຮງງານທີ່ທາງບ້ານໄດ້ຊ່ວຍປະກອບສ່ວນຈຳນວນໜື່ງ ສະຫຼຸບເປັນມູນຄ່າທັງໝົດ: 80.000.000ກີບ.
ດັ່ງນັ້ນຈິ່ງຢາກເຊີນຊວນ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາໃນການສົ່ງເສີມການສຶກສາ ຮ່ວມເປັນສ່ວນໜຶ່ງໃນການສ້າງຫ້ອງອ່ານໃຫ້ກັບນ້ອງໆໃນຄັ້ງນີ້ນໍາກັນ ໂດຍທາງໜັງສືພິມເສດຖະກິດ-ການຄ້າ ໄດ້ເປັນສ່ວນໜຶ່ງໃນການລະດົມບັນດານິຕິບຸກຄົນ, ບໍລິສັດຫ້າງຮ້ານຕ່າງໆ ເຊີ່ງໄດ້ຮັບການສະໜັບສະໜູນຮວມທັງໝົດ ເປັນມູນຄ່າ 32.650.000 ກີບ

ເຖິງແນວໃດກໍ່ຕາມ ເງິນທີ່ລະດົມໄດ້ນັ້ນກໍຍັງບໍ່ພຽງພໍໃນການສ້າງ “ຫ້ອງອ່ານເພື່ອນ້ອງ” ໃນຄັ້ງນີ້ເທື່ອ ຈຶ່ງຢາກໃຫ້ທ່ານເຫັນໄດ້ເຖິງຄວາມສໍາຄັນ ຂອງນ້ອງໆອະນາຄົດຂອງຊາດ ສ້າງຝັນຂອງພວກເຂົາໃຫ້ເປັນຈິງ ໃນການໄດ້ມີຫ້ອງອ່ານ ສະຖານທີ່ອ່ານປື້ມ ຊ່ວຍປະກອບສ່ວນຄົນລະເລັກລະໜ້ອຍ ເຕົ້າໂຮມເປັນກຳລັງກ້ອນໃຫຍ່ ປຸກສ້າງ ຫ້ອງອ່ານ, ຫໍສະໝຸດຄັ້ງນີ້ ແລະ ຄັ້ງຕໍ່ໄປນໍາກັນດ້ວຍ.

ສໍາລັບໃຜທີ່ຢາກປະກອບສ່ວນ ສາມາດໂອນທຶນຜ່ານ ເລກບັນຊີ ມູນນິທິຮ່ວມໃຈ ທະນາຄານການຄ້າຕ່າງປະເທດ (ບັນຊີເງິນກີບ) 160-12-00-01532332-001 ຊື່ບັນຊີ : HOUMCHAI FOUNDATION FOR DISASTER VICTIMS (ບັນຊີນີ້ມີຫຼາຍກວ່າ 3 ລາຍເຊັນເພື່ອກວດສອບ , ຜ່ານການອະນຸມັດຈາກນາຍບ້ານ, ອໍານວຍການໂຮງຮຽນ ເພື່ອລະດົມ ແລະ ກວດສອບຮ່ວມກັນ)