ຂ່າວດີອີກແລ້ວ ຜ່າຕັດຕາຟຣີອາທິດໜ້ານີ້ທີ່ແຂວງເຊກອງ

37

ສາຍຕາກາຍເປັນໜຶ່ງບັນຫາໃຫຍ່ຂອງສັງຄົມຍຸກນີ້ທີ່ເອົາເຄື່ອງມືສື່ສານມາໃຊ້ຈົນລືມຖະໜອມ ຮອດສາຍຕາໂຕເອງ, ບາງກໍ່ມີບັນຫາໂດຍທຳມະຊາດ ຈະເກີດຈາກສາເຫດຫຍັງກໍ່ຕາມ ຜູ້ໃດຢູ່ແຂວງເຊກອງອາທິດໜ້ານີ້ເພິ່ນເປີດໂອກາດໃຫ້ຜູ້ທີ່ມີບັນຫາສາຍຕາໄປກວດ ແລະຜ່າຕັດຟຣີ ໂດຍສະເພາະແມ່ນຜ່າຕັດແກ່ນຕາຂຸ້ນ.

ພາບປະກອບຂ່າວ

ໂຮງໝໍແຂວງເຊກອງ ໄດ້ແຈ້ງການວ່າ ທີມງານຜ່າຕັດຕາຊ່ຽວຊານຈະລົງມາຊ່ວຍເຫຼືອ ໂຮງໝໍແຂວງເຊກອງ ເພື່ອກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຫຼື ຜູ້ມີບັນຫາທາງສາຍຕາ, ໃຫ້ເຂົ້າມາກວດ ແລະ ຜ່າຕັດແບບບໍ່ໄດ້ເສຍຄ່າ ຢູ່ໂຮງໝໍ ແຂວງເຊກອງ.

ພາບປະກອບຂ່າວ

ຄະນະອຳນວຍການໂຮງໝໍແຂວງເຊກອງ ຈິ່ງແຈ້ງມາຍັງປະຊາຊົນຢູ່ໃນບ້ານຕ່າງໆທົ່ວແຂວງເຊກອງທີ່ເປັນພະຍາດແກ່ນຕາຂຸ້ນ ຫຼື ຜູ້ມີຄວາມຜິດປົກກະຕິກ່ຽວກັບຕາ ໃຫ້ເຂົ້າມາກວດໃນ ວັນທີ 25/6/2019 ແມ່ນກວດ ແລະ ຜ່າຕັດຢູ່ໂຮງໝໍແຂວງເຊກອງ, ວັນທີ 26/6/2019 ແມ່ນກວດ ແລະ ຜ່າຕັດຢູ່ໂຮງໝໍເມືອງທ່າແຕງ.