ຄຳສັ່ງເລກທີ 15/ນຍ ຊ່ວຍຍົກລະດັບມາດຖານໂຮງງານ

171

ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງເລກທີ 15/ນຍ ວ່າດ້ວຍການຄຸ້ມຄອງ ແລະ ຂຸດຄົ້ນໄມ້ໄດ້ເຮັດໃຫ້ມີການຍຸບໂຮງງານເປັນຈຳນວນຫຼາຍໃນຂອບເຂດທົ່ວປະເທດ. ຄຳສັ່ງດັ່ງກ່າວໄດ້ຊ່ວຍຍົກລະດັບຄຸນນະພາບສິນຄ້າເຟີນີເຈີພາຍໃນໃຫ້ມີຄວາມເຂັ້ມແຂງ, ພັດທະນາສີມືແຮງງານເສີມສ້າງມູນຄ່າເພີ່ມສິນຄ້າ ລວມໄປເຖິງສ້າງຄວາມເຂັ້ມແຂງໃຫ້ກັບໂຮງງານໃຫ້ຢູ່ໃນລະດັບມາດຖານທີ່ຕ້ອງການ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານໃນກອງປະຊຸມສະໄໝສະມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍລະບຸວ່າ: ການຈັດຕັ້ງປະຕິບັດຄຳສັ່ງເລກທີ         15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໄດ້ສືບຕໍ່ດຳເນີນຢ່າງເຂັ້ມງວດ ໂດຍໄດ້ລົງກວດກາການລະເມີດ ແລະ ຍຸບເລີກໂຮງງານທີ່ບໍ່ໄດ້ມາດຖານ ຈົນສາມາດຫຼຸດຈຳນວນໂຮງງານອຸດສາຫະກຳໄມ້ລົງເຫຼືອ 1.086 ໂຮງງານ ຈາກຈຳນວນ 1.595 ໂຮງງານໃນປີ 2016. ພ້ອມກັນນີ້, ກໍສາມາດສົ່ງເສີມການຜະລິດພາຍໃນ ແລະ ສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທັງໝົດ 140.800 ແມັດກ້ອນ ເປັນມູນຄ່າປະມານ 71,8 ລ້ານໂດລາສະຫະລັດ.

ການອອກຄຳສັ່ງດັ່ງກ່າວເພື່ອເປັນການຍົກລະດັບຄຸນນະພາບສິນຄ້າ, ຍົກລະດັບສີມືແຮງງານ ເພື່ອສົ່ງອອກໄປແປຮູບ ຫຼື ຜະລິດຕະພັນທີ່ມີມູນຄ່າສູງ. ທັງນີ້, ກໍເພື່ອຮັກສາວັດຖຸດິບທີ່ມີຢ່າງຈຳກັດບໍ່ໃຫ້ໃຊ້ແບບຟຸມເຟືອຍຄືກັບຜ່ານມາ ກໍຄືນຳໃຊ້ວັດຖຸດິບທີ່ມີຢູ່ພາຍໃນໃຫ້ເກີດປະໂຫຍດສູງສຸດ. ທັງນີ້, ຄຳສັ່ງດັ່ງກ່າວກໍເຫັນວ່າຍັງມີລັກສະນະກວມລວມ ແລະ ມີຫຼາຍອັນຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ ແລະ ໄດ້ມີການປັບປຸງບາງອັນ.

ແນວໃດກໍດີ, ກອງປະຊຸມລັດຖະບານປະຈຳເດືອນເມສາ 2019 ຜ່ານມາ ກອງປະຊຸມໄດ້ເຫັນດີອະນຸມັດຂຸດຄົ້ນໄມ້ທີ່ນອນຢູ່ໃນເຂດໂຄງການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນ: ແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນໍ້າໃນເຂື່ອນ ໂດຍມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນ, ມີການແຕ່ງຕັ້ງຄະນະຮັັບຜິດຊອບຄັກແນ່, ກໍານົດແຜນການຂຸດຄົ້ນໃຫ້ລະອຽດ, ພ້ອມທັງຄົ້ນຄວ້າມາດຕະການຄຸ້ມຄອງໃຫ້ດີ, ແທດເໝາະກັບສະພາບຕົວຈິງ, ຫຼີກລຽງການສວຍໂອກາດ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງສອດຄ່ອງກັບກົດໝາຍ ແລະ ລະບຽບການ. ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ມີການສຶກສາອົບຮົມປຸກລະດົມປະຊາຊົນໃຫ້ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງຖືກຕ້ອງ. ສ່ວນເຄື່ອງປ່າຂອງດົງແມ່ນເຫັນດີໃຫ້ຂຸດຄົ້ນນໍາໃຊ້ຢ່າງສົມເຫດສົມຜົນ ແລະ ໃຫ້ຊົມໃຊ້ຢູ່ພາຍໃນປະເທດເປັນຫຼັກ ແຕ່ຕ້ອງມີການກວດກາ, ຄຸ້ມຄອງຢ່າງເຂັ້ມງວດ, ອັນໃດຄວນອະນຸຍາດໃຫ້ຂຸດຄົ້ນນຳໃຊ້, ອັນໃດຄວນຢຸດເຊົາ, ຫຼີກລຽງການເກັບທີ່ມີລັກສະນະດັບສູນ, ຮັັບປະກັນໃຫ້ມີຄວາມຍືນຍົົງ ແລະ ສ້າງໄດ້ມູນຄ່າເພີ່ມ. ພ້ອມນັ້ນ, ກໍໃຫ້ມີການກຳນົດປະເພດເຄື່ອງປ່າຂອງດົງທີ່ຄວນຈຳກັດ ແລະ ບໍ່ຈຳກັດໃນການສົ່ງອອກໄປຂາຍຕ່າງປະເທດຢ່າງຄັກແນ່.

[ ຂ່າວ: ສຸລິນ; ຮູບ: ວິລະສັກ ]