ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດສະຫະຣາຊະອານາຈັກ ເມື່ອວັນຈັນທີ 17 ມິຖຸນາ ຜ່ານມາ ວ່າ ຈີນ ແລະ ສະຫະຣາຊະອານາຈັກໄດ້ຮ່ວມກັນຈັດການຫາລືດ້ານເສດຖະກິດ ແລະ ການເງິນ ຈີນ-ສະຫະຣາຊະອານາຈັກ ຄັ້ງທີ່ 10 (China-UK Economic and Financial Dialogue ) ທີ່ນະຄອນຫຼວງລອນດອນ ໂດຍໃຫ້ຄໍາໝັ້ນໃຈວ່າ ຈະເສີມສ້າງຄວາມຮ່ວມມືຕາມແຜນລິເລິ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative) ແລະ ສະໜັບສະໜຸນລະບົບເສດຖະກິດແບບພະຫຸພາຄີ.
ທ່ານຫູຊຸນຫົວ ຮອງນາຍົກລັດຖະມົນຕີຈີນ ແລະ ທ່ານຟິລິບ ແຮມມອນ ລັດຖະມົນຕີວ່າການກະຊວງການເງິນສະຫະຣາຊະອານາຈັກ ຮ່ວມເປັນປະທານຮ່ວມໃນການຫາລືຄັ້ງນີ້ ໂດຍໄດ້ຫາລືກັນໃນຫຼາກຫຼາຍປະເດັນ ຕັ້ງແຕ່ເລື່ອງເສດຖະສາດມະຫະພາກ ແລະ ການກໍາກັບດູແລເສດຖະກິດໂລກ, ການຄ້າ ແລະ ການລົງທຶນ ຄວາມຮ່ວມມືໃນໂຄງການຂະໜາດໃຫຍ່ ເພື່ອການປະຕິຮູບທາງການເງິນໄປຈົນເຖິງການພັດທະນາຕະຫຼາດການເງິນ ແລະ ຄວາມຮ່ວມມືດ້ານໃໝ່ໆ.
ທັງສອງຝ່າຍຮ່ວມເຈລະຈາຈົນໄດ້ຜົນສະຫຼຸບທີ່ກໍ່ໃຫ້ເກີດປະໂຫຍດຮ່ວມກັນກວ່າ 69 ເລື່ອງ ພ້ອມທັງ ຮ່ວມລົງນາມໃນເອກະສານກ່ຽວກັບຄວາມຮ່ວມມືການຕະຫຼາດຝ່າຍທີ່ສາມ (third-party market cooperation) ບໍລິການທາງການເງິນ ແລະ ອື່ນໆອີກຫຼາຍດ້ານ.
ທັງນີ້ ທ່ານຫູຊຸນຫົວໄດ້ຂໍໃຫ້ທັງສອງປະເທດ ປະຕິບັດຕາມຂໍ້ຕົກລົງທີ່ໄດ້ບັນລຸຮ່ວມກັນ ລະຫວ່າງຜູ້ນໍາທັງສອງຝ່າຍສົ່ງເສີມຄວາມຮ່ວມມືຫຼາຍຂຶ້ນ ໃນແຜນ ບີອາໄອ ປະສານນະໂຍບາຍທາງເສດຖະກິດລະດັບມະຫະພາກຢ່າງໃກ້ຊິດ ແລະ ຂະຫຍາຍຄວາມຮ່ວມມືດ້ານການຄ້າ ແລະ ການລົງທຶນ.
“ຈີນກັບສະຫະຣາຊະອານາຈັກ ຄວນສົ່ງເສີມໃຫ້ເກີດຜົນງານໃໝ່ໆ ໃນຄວາມຮ່ວມມືດ້ານການເງິນ ແລະ ພັດທະນາການກໍາກັບດູແລເສດຖະກິດໂລກ ເພື່ອເພິ່ມແຮງຊຸກດັນໃໝ່ໆ ໃຫ້ກັບຄວາມສໍາພັນທະວີພາຄີ ນີ້” ທ່ານຫູ ກ່າວ.
ດ້ານ ທ່ານແຮມມອນ ໄດ້ກ່າວຊື່ນຊົມຄວາມສໍາພັນອັນຮຸ່ງເຮືອງ ລະຫວ່າງສອງປະເທດ ຕັ້ງແຕ່ການຫາລືດ້ານເສດຖະກິດ ແລະ ການເງິນຄັ້ງທໍາອິດ ໂດຍລະບຸວ່າ ສະຫະຣາຊະອານາຈັກມີຂໍ້ໄດ້ປຽບທີ່ໂດດເດັ່ນກວ່າປະເທດອື່ນຈາກແຜນບີອາໄອ ແລະ ພ້ອມທີ່ຈະສົ່ງເສີມຄວາມຮ່ວມມືກັບຈີນ ໃນດ້ານການຄ້າການລົງທຶນ, ການເງິນ ແລະ ພະລັງງານ ພ້ອມຢໍ້າດ້ວຍວ່າ ສະຫະຣາຊະອານາຈັກຈະເຮັດວຽກຮ່ວມກັບຈີນ ເພື່ອປົກປ້ອງລະບົບພະຫຸພາຄີ ແລະ ລະບົບການຄ້າພະຫຸພາຄີ.
ຮູບຈາກ China Xinhua News