ຍີ່ປຸ່ນແຜ່ນດິນໄຫວຮຸນແຮງ 6,7 ແມັກນິຈູດ ອົບພະຍົບແລ້ວຫຼາຍພັນຄົນ

55

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນທີ 19 ມິຖຸນາ ວ່າ ໄລຍະຕອນຄໍ່າຂອງວັນອັງຄານ ທີ 18 ມິຖຸນາ ຜ່ານມາ ໄດ້ເກີດເຫດແຜ່ນດິນໄຫວລະດັບ 6,7 ແມັກນິຈູດ ໃນພາກຕາເວັນອອກສຽງເໜືອຂອງປະເທດຍີ່ປຸ່ນ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 15 ຄົນ ແລະ ປະຊາຊົນຫຼາຍພັນຄົນຕ້ອງໄປຢູ່ຕາມສູນອົບພະຍົບ.

ในภาพอาจจะมี ต้นพืช และสถานที่กลางแจ้ง

ໜ່ວຍດັບເພີງ ແລະ ການຈັດການໄພພິບັດ (Fire and Disaster Management Agency) ລາຍງານວ່າ ໃນບັນດາຜູ້ໄດ້ຮັບບາດເຈັບທັງໝົດ 15 ຄົນ ມີ 9 ຄົນ ອາໄສຢູ່ແຂວງຢາມາງາຕະ ເຊິ່ງເປັນພື້ນທີ່ເກີດແຜ່ນດິນໄຫວຮຸນແຮງທີ່ສຸດ, ອີກ 4 ຄົນ ຢູ່ໃນແຂວງນິງາຕະ ແລະ 2 ຄົນຢູ່ແຂວງມິຢາງິ ແລະ ແຂວງອິຊິກາວະ.

ເຫດແຜ່ນດິນໄຫວເກີດຂຶ້ນ ເມື່ອເວລາ 10:22 ໂມງ ຂອງຄືນວັນອັງຄານ ຕາມເວລາທ້ອງຖິ່ນ ໂດຍຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໃຕ້ດິນ 14 ກິໂລແມັດ.

ในภาพอาจจะมี บ้าน, ท้องฟ้า, ต้นไม้ และสถานที่กลางแจ้ง

ທາງດ້ານສໍານັກງານອຸຕຸນິຍົມວິທະຍາຍີ່ປຸ່ນ (JMA: Japna Meteorological Agency) ລາຍງານວ່າ ຈຸດສູນກາງຂອງແຜ່ນດິນໄຫວຢູ່ນອກຊາຍຝັ່ງແຂວງຢາມາງາຕະ ເຮັດໃຫ້ສັນຍານເຕືອນໄພສຶນາມິເຮັດວຽກ ແຕ່ໄດ້ມີການປະກາດລະງັບສັນຍານເຕືອນອີກບໍ່ເທົ່າໃດຊົ່ວໂມງຖັດມາ.

ທາງການຍີ່ປຸ່ນ ລະບຸວ່າ ແຜ່ນດິນໄຫວຄັ້ງນີ້ ມີຄວາມຮຸນແຮງລະດັບ 6 ທຸກຈຸດ ໂດຍສູງສຸດວັດແທກໄດ້ລະດັບ 7 ທີ່ເມືອງມຸຣາຄາມິ ແຂວງນິງາຕະ ເຮັດໃຫ້ປປະຊາຊົນຫຼາຍພັນຄົນ ທັງໃນຕົວເມືອງ ແລະ ພື້ນທີ່ໃກ້ຄຽງຕ້ອງອອກຈາກທີ່ພັກອາໄສໄປຫຼົບໄພຢູ່ສູນອົບພະຍົບຕ່າງໆ.

ในภาพอาจจะมี ต้นพืช, ต้นไม้, บ้าน, ท้องฟ้า และสถานที่กลางแจ้ง
ເຫດແຜ່ນດິນໄຫວຄັ້ງນີ້ ເຮັດໃຫ້ລົດໄຟຄວາມໄວສູງຊິນຄັນເຊັນ ການບໍລິການມີຄວາມຫຼ້າຊ້າໃນວັນອັງຄານ ທີ່ຜ່ານມາ ຜູ້ໂດຍສານ ປະມານ 10.000 ຄົນ ໄດ້ຮັບຜົນກະທົບກ່ອນຈະກັບມາເປັນປົກກະຕິ ໃນວັນພຸດ ທີ 19 ມິຖຸນາ.

ในภาพอาจจะมี 4 คน, คนที่ยิ้ม

ຢ່າງໃດກໍ່ດີ ສາຍການບິນຕ່າງໆລະບຸວ່າ ເຫດແຜ່ນດິນໄຫວຄັ້ງນີ້ ບໍ່ສົ່ງຜົນກະທົບຖ້ຽວບິນໄປ – ກັບ ໃນພາກພື້ນດັ່ງກ່າວ.

ທັງນີ້ ສໍານັກງານອຸຕຸນິຍົມວິທະຍາໄດ້ກ່າວເຕືອນວ່າ ເຫດແຜ່ນດິນໄຫວຄັ້ງນີ້ ອາດເຮັດໃຫ້ເກີດດິນເຈື່ອນ ແລະ ບ້ານເຮືອນອາດໄດ້ຮັບຄວາມເສຍຫາຍ.