ທຣໍາ-ສີ ຕົກລົງຫາລືນອກຮອບປະຊຸມຈີ 20 ທີ່ປະເທດຍີ່ປຸ່ນ ທ້າຍເດືອນນີ້

33

ປະທານາທິບໍດີອາເມຣິກາ ແລະ ປະທານປະເທດຈີນ ຕົກລົງພົບຫາລືນອກຮອບການປະຊຸມສຸດຍອດຜູ້ນໍາ “ຈີ 20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນໄລຍະທ້າຍເດືອນນີ້ ເພື່ອຫວັງບັນເທົາຄວາມຂັດແຍ່ງທາງການຄ້າທີ່ຍືດເຍື້ອມາດົນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 18 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ທະວິດຂໍ້ຄວາມ ເມື່ອວັນອັງຄານ ວ່າ ໄດ້ສົນທະນາທາງໂທລະສັບກັບປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ແລະ ມີຄວາມເຫັນພ້ອມໃຫ້ມີການພົບຫາລືເພີ່ມຕື່ມນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20 ” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນທ້າຍເດືອນນີ້ ພ້ອມທັງຕັ້ງຄວາມຫວັງເລື່ອງ “ການບັນລຸຂໍ້ຕົກລົງ ” ເນື່ອງຈາກຈີນບໍ່ຕ້ອງການກໍາແພງພາສີເຊັ່ນກັນ.

ในภาพอาจจะมี ท้องฟ้า, เมฆ, สะพาน, สถานที่กลางแจ้ง และน้ำ

ຂະນະທີ່ ຖະແຫຼງການຂອງທໍານຽບຂາວລະບຸວ່າ ຜູ້ນໍາຂອງທັງສອງປະເທດສົນທະນາກັນກ່ຽວກັບຄວາມສໍາພັນທາງເສດຖະກິດເທິງຫຼັກການຂອງການພຶ່ງພາອາໄສເຊິ່ງກັນ ແລະ ກັນ ທັງໃນພາກກະສິກໍາ, ອຸດສາຫະກໍາ ແລະ ພາກທຸລະກິດອື່ນ ທາງດ້ານສື່ຂອງລັດຖະບານປັກກິ່ງທຸກແຫ່ງລາຍງານໄປໃນທິດທາງດຽວກັນ ວ່າ ຄວາມສໍາພັນ ລະຫວ່າງສະຫະລັດ ກັບ ຈີນ ໃນໄລຍະຫຼັງຜະເຊີນກັບອຸປະສັກຫຼວງຫຼາຍ ເຊິ່ງບໍ່ແມ່ນສິ່ງທີ່ຝ່າຍໃດປະສົງໃຫ້ເກີດຂຶ້ນ ຖ້າຮ່ວມມືກັນທັງສອງຝ່າຍຈະໄດ້ປະໂຫຍດ ແຕ່ໃນທາງກົງກັນຂ້າມ ຖ້າສູ້ກັນກໍ່ບໍ່ມີຝ່າຍໃດເປັນຜູ້ຊະນະ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ห้องครัว และสถานที่ในร่ม

ເຖິງວ່າ ທ່ານແລຣີ່ ຄຸດໂລ ທີ່ປຶກສາດ້ານນະໂຍບາຍເສດຖະກິດປະຈໍາທໍານຽບຂາວເຕືອນທຸກຝ່າຍ ຍັງບໍ່ຄວນຕັ້ງຄວາມຫວັງໄວ້ສູງກັບການພົບຫາລື ລະຫວ່າງ ຜູ້ນໍາສະຫະລັດ ກັບ ຜູ້ນໍາຈີນ ນອກຮອບການປະຊຸມຈີ 20 ທີ່ປະເທດຍີ່ປຸ່ນ. ຢ່າງໃດກໍ່ຕາມ ທ່ານຄຸດໂລ ກ່າວອີກວ່າ ຢ່າງໜ້ອຍການໄດ້ມີໂອກາດພົບກັນອີກຄັ້ງຖືເປັນສັນຍານທີ່ດີ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ອີກປະການໜຶ່ງ ການທີ່ ທຣໍາ ກ່າວເມື່ອອາທິດ ທີ່ຜ່ານມາ ວ່າ ຖ້າການເຈລະຈາກັບຜູ້ນໍາຈີນ ລະຫວ່າງການປະຊຸມຈີ 20 ຄັ້ງນີ້ “ບໍ່ມີຄວາມຄືບໜ້າຢ່າງສ້າງສັນ” ຫຼື ທ່ານສີ ປະຕິເສດພົບກັບຕົນ ປັນຫາຈະນໍາໄປສູ່ການຕັ້ງກໍາແພງພາສີ ໃນອັດຕາທີ່ອາດສູງເຖິງ 25% ຄວບຄຸມມູນຄ່າສິນຄ້ານໍາເຂົ້າເພິ່ມອີກ 300 ຕື້ໂດລາ (ປະມານ 2,6 ລ້ານຕື້ກີບ) ສ້າງສຽງວິຈານຢ່າງໜັກຈາກຫຼາຍຝ່າຍວ່າ ຈະຍິ່ງເຮັດໃຫ້ສະຖານະການຮ້າຍແຮງຂຶ້ນໄປອີກ ເພາະຕ່າງຝ່າຍຕ່າງຂຶ້ນພາສີຕອບໂຕ້ກັນຫຼາຍຮອບ ຕັ້ງແຕ່ປີຜ່ານມາ.