ທ່ານສີ – ທຣໍາ ໂທຫາລືຄວາມສໍາພັນຈີນ – ສະຫະລັດ ກ່ອນ ຈີ20

40

ສໍານັກຂ່າວຊິນຫົວຂອງຈີນ ລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 18 ມິຖຸນາ ວ່າ ທ່າານສີ ຈິ້ນຜິງ ປະທານປະເທດຈີນ ໄດ້ສົນທະນາທາງໂທລະສັບ ກັບ ທ່ານໂດນັລ ທຣໍາ ປະທານາທິບໍດີສະຫະລັດ ຕາມຄໍາຂໍຂອງຝ່າຍສະຫະລັດ.

ທຣໍາ ກ່າວວ່າ ຕົນລໍຖ້າທີ່ຈະພົບຫາລືກັບ ທ່ານສີ ຈິ້ນຜິງ ອີກຄັ້ງ ໃນການປະຊຸມສຸດຍອດຜູ້ນໍາກຸ່ມຈີ 20 ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນທ້າຍເດືອນມິຖຸນາ ນີ້ ເພື່ອຫາລືຫາກ່ຽວກັບຄວາມສໍາພັນແບບທະວີພາຄີ ແລະ ປະເດັນຕ່າງໆທີ່ມີຄວາມກັງວົນ ແລະ ຂໍ້ພິພາດຮ່ວມກັນ.

ในภาพอาจจะมี หนึ่งคนขึ้นไป และสถานที่ในร่ม

ນອກຈາກນີ້, ສະຫະລັດ ຍັງໃຫ້ຄວາມສໍາຄັນກັບຄວາມຮ່ວມມືດ້ານເສດຖະກິດ ແລະ ການຄ້າກັບຈີນ ແລະ ຫວັງວ່າ ຄະນະເຮັດວຽກຂອງທັງສອງປະເທດຈະສາມາດສື່ສານກັນ ແລະ ຫາທາງແກ້ໄຂຄວາມຂັດແຍ່ງທີ່ເກີດຂຶ້ນໃນປັດຈຸບັນ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ອີກທັງ ທຣໍາ ຍັງກ່າວອີກວ່າ ຕົນເຊື່ອໝັ້ນວ່າ ທົ່ວໂລກຫວັງຈະເຫັນສະຫະລັດ ກັບ ຈີນ ບັນລຸຂໍ້ຕົກລົງກັນໄດ້.

ດ້ານ ທ່ານສີ ຈິ້ນຜິງ ລະບຸວ່າ ອຸປະສັກຫຼາຍປະການໄດ້ເກີດຂຶ້ນແລ້ວ ໃນຄວາມສໍາພັນຈີນ – ສະຫະລັດ ເຊິ່ງຄວາມຂັດແຍ່ງບໍ່ກໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ຝ່າຍໃດເລີຍ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ທ່ານສີ ຢໍ້າວ່າ ທັງສອງຝ່າຍຈະໄດ້ປະໂຫຍດກໍ່ຕ້ອງມາຈາກຄວາມຮ່ວມມື ແລະ ຈະເສຍປະໂຫຍດກໍ່ຍ້ອນຄວາມຂັດແຍ່ງ ທ່ານສີ ລະບຸວ່າ ຕາມການສົນທະນາທີ່ໄດ້ຈາກການຫາລືກັບ ທຣໍາ ທັງສອງຝ່າຍຄວນຊຸກດັນຄວາມສໍາພັນຈີນ – ສະຫະລັດ ໂດຍໃຫ້ຄວາມສໍາຄັນກັບການປະສານງານກັນ, ການຮ່ວມມືກັນ ແລະ ຄວາມໝັ້ນຄົງເທິງພື້ນຖານຂອງການເຄົາລົບ ເຊິ່ງກັນ ແລະ ກັນ ແລະ ຜົນປະໂຫຍດຮ່ວມກັນ.

ในภาพอาจจะมี 1 คน, กำลังยืน, กำลังนั่ง และรองเท้า

ທ່ານສີ ເສີມອີກວ່າ ໃນຖານະປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດ 2 ອັນດັບທໍາອິດຂອງໂລກ ຈີນ ແລະ ສະຫະລັດ ຄວນຮ່ວມມືກັນເພື່ອສະແດງບົດບາດຜູ້ນໍາ ເພື່ອຊຸກດັນໃຫ້ເກີດຜົນລັບທີ່ສ້າງສັນໃນການປະຊຸມສຸດຍອດຜູ້ນໍາ G20 ທີ່ເມືອງໂອຊາກ້າ ເພື່ອເພິ່ມຄວາມໝັ້ນໃຈ ແລະ ສ້າງປະສິດທິພາບໃຫ້ກັບຕະຫຼາດໂລກ ອີກທັງຍັງກ່າວວ່າ ຕົນພ້ອມຈະພົບກັບ ທຣໍາ ທີ່ໂອຊາກ້າ ເພື່ອແລກປ່ຽນທິດທາງກັນ ໃນປະເດັນພື້ນຖານທີ່ກ່ຽວກັບການພັດທະນາຄວາມສໍາພັນຈີນ-ອາເມຣິກາ.

ในภาพอาจจะมี ท้องฟ้า, เมฆ, สะพาน, สถานที่กลางแจ้ง และน้ำ

ສ່ວນປະເດັນເສດຖະກິດ ແລະ ການຄ້າ ທ່ານສີ ລະບຸວ່າ ທັງສອງຝ່າຍຄວນແກ້ບັນຫາຂອງຕົວເອງ ຜ່ານການຫາລື ໂດຍເທົ່າທຽມກັນ ຫາທາງອອກທີ່ຈະບັນເທົາຄວາມກັງວົນກ່ຽວກັບຂໍ້ກົດໝາຍຂອງກັນ ແລະ ກັນ. ໂດຍຫວັງວ່າ ສະຫະລັດ ຈະປະຕິບັດຕໍ່ບໍລິສັດຕ່າງໆຂອງຈີນຢ່າງເປັນທໍາ ແລະ ທ່ານສີ ຍັງມີຄວາມເຫັນດີ ທີ່ທັງສອງຝ່າຍຈະກໍານົດໃຫ້ຄະນະເຮັດວຽກດ້ານການຄ້າດໍາເນີນການສື່ສານກັນຕໍ່ໄປເພື່ອແກ້ບັນຫາຂໍ້ຂັດແຍ່ງ.