ຜູ້ມີລາຍຮັບ 1,3 ລ້ານກີບຂຶ້ນໄປ ຈະຕ້ອງເສຍອາກອນ

110

ກົດໝາຍວ່າດ້ວຍອາກອນລາຍໄດ້ ຖືກຮັບຮອງແລ້ວ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ຕິດຕາມວຽກງານອາກອນລາຍໄດ້ໃຫ້ມີປະສິດທິພາບ ແນໃສ່ເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ. ຂະນະທີ່ ສສຊ ສະເໜີໃຫ້ເບິ່ງຄືນວິທີການຄິດໄລ່ ລວມທັງລາຍໄດ້ເລີ່ມຕົ້ນ 1,3 ລ້ານກີບຂຶ້ນໄປ ຕ້ອງເສຍອາກອນລາຍໄດ້ ເຫັນວ່າຍັງບໍ່ເໝາະສົມກັບສະພາບເສດຖະກິດປັດຈຸບັນ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ວ່າ: ຮ່າງກົດໝາຍສະບັບນີ້ແມ່ນກວມເອົາອາກອນລາຍໄດ້ວິສາຫະກິດ ແລະ ອາກອນລາຍໄດ້ບຸກຄົນ ເຊິ່ງເປັນການປັບປຸງໃໝ່ເປັນສ່ວນໃຫຍ່ ໂດຍແຍກເນື້ອໃນອາກອນກໍາໄລ, ອາກອນລາຍໄດ້ ແລະ ອາກອນມອບເໝົາ ອອກມາຈາກພາກທີ 4 ໝວດທີ 1 – 2 – 3 ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍສ່ວຍສາອາກອນສະບັບນໍາໃຊ້ປັດຈຸບັນ, ແຕ່ເນື່ອງຈາກເນື້ອໃນຂອງອາກອນກໍາໄລ, ອາກອນລາຍໄດ້ ແລະ ອາກອນມອບເໝົາ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍສ່ວຍສາອາກອນຍັງຈໍາກັດເກີນໄປ ແລະ ບໍ່ທັນຄົບຊຸດ ລວມທັງຖານຄິດໄລ່ຍັງບໍ່ທັນສອດຄ່ອງ ແລະ ບໍ່ເປັນການດັດສົມລາຍໄດ້ໃນສັງຄົມເທົ່າທີ່ຄວນ.

ສະນັ້ນ, ຮ່າງກົດໝາຍສະບັບນີ້ຈຶ່ງໄດ້ກໍານົດ 9 ພາກ, 6 ໝວດ, 76 ມາດຕາ ປະກອບມີ: ພາກທີ 1 ບົດບັນຍັດທົ່ວໄປ; ພາກທີ 2 ອາກອນລາຍໄດ້ວິສາຫະກິດ; ພາກທີ 3 ອາກອນລາຍໄດ້ບຸກຄົນ; ພາກທີ 4 ສິດ – ພັນທະຂອງຜູ້ເສຍອາກອນ, ຜູ້ມອບອາກອນ, ບຸກຄົນ ແລະ ການຈັດຕັ້ງກ່ຽວຂ້ອງ; ພາກທີ 5 ສິດ ແລະ ໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ; ພາກທີ 6 ຂໍ້ຫ້າມ; ພາກທີ 7 ການຄຸ້ມຄອງ ແລະ ການກວດກາຂອງວຽກອາກອນລາຍໄດ້; ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ 9 ບົດບັນຍັດສຸດທ້າຍ.

ທ່ານ ລີເບີ ລີບົວປາວ ສສຊ ເຂດ 11 ແຂວງບໍລິຄຳໄຊ ປະກອບຄຳເຫັນວ່າ: ອາກອນລາຍໄດ້ທີ່ຕ້ອງເສຍນັ້ນເຮົາຄວນກໍານົດເຖິງຄວາມເໝາະສົມ ເພື່ອໃຫ້ສອດຄ່ອງກັບນິຕິກຳຕ່າງໆທີ່ມີຢູ່ອາດຈະແຍກອອກເປັນ 3 ປະເພດ ຄື: ການສົ່ງເສີມທົ່ວໄປ, ການສົ່ງເສີມສະເພາະ ແລະ ການຈໍາກັດມີຫຍັງແດ່? ຄວນຂຽນເປັນອັນລະອຽດເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນ. ສ່ວນພື້ນຖານການຄິດໄລ່ອາກອນລາຍໄດ້ ໂດຍສະເພາະແມ່ນວິສາຫະກິດທີ່ຖືບັນຊີ, ບໍ່ຖືບັນຊີ ແລະ ຈຸລະວິສາຫະກິດແມ່ນຕ້ອງອີງໃສ່ສະພາບຄວາມເປັນຈິງ ຫາກເຮົາຂຽນແບບນີ້ກໍອາດຈະເກີດມີການຕໍ່ລອງ ແລະ ຊໍ້າບໍ່ໜຳລັດຈະສູນເສຍລາຍຮັບໄປໃນຕົວ.

ທ່ານ ສົມເພັດ ອິນທະທິລາດ ສສຊ ເຂດ 13 ສະຫວັນນະເຂດ ໄດ້ສະເໜີວ່າ: ລາຍໄດ້ເງິນເດືອນຂັ້ນຕໍ່າ 1,3 ລ້ານກີບຂຶ້ນໄປ ຈະຕ້ອງໄດ້ເສຍອາກອນເຫັນວ່າບໍ່ເໝາະສົມຫາກທຽບໃສ່ກັບສະພາບເສດຖະກິດໃນປັດຈຸບັນ ເນື່ອງຈາກຄ່າຄອງຊີບແພງຢູ່ແລ້ວຍັງຈະເສຍອາກອນລາຍໄດ້ຕື່ມອີກ ກໍອາດຈະເປັນການຊໍ້າຕື່ມຜູ້ມີລາຍຮັບໜ້ອຍ. ສະນັ້ນ, ທາງອອກທີ່ດີແມ່ນບໍ່ຄວນເກັບ ຫາກຈະເກັບກໍຕ້ອງມີລາຍໄດ້ 1,5 ລ້ານ ຫຼື 2 ລ້ານກີບຂຶ້ນໄປ ຈຶ່ງເກັບອາກອນລາຍໄດ້.

ທ່ານ ສຸກສະຫວັນ ວິໄລວົງ ສສຊ ເຂດ 15 ແຂວງຈໍາປາສັກ ປະກອບຄຳເຫັນຕື່ມວ່າ: ສໍາລັບຜູ້ບໍ່ມີພູມລໍາເນົາບໍ່ຄວນເກັບອາກອນລາຍໄດ້ ແຕ່ຖ້າຫາກມີການເຄື່ອນໄຫວທຸລະກິດເຫັນດີໃຫ້ເກັບ ແລະ ເກັບແນວໃດນັ້ນສະເໜີໃຫ້ຂຽນລະອຽດເພື່ອໃຫ້ຊັດເຈນ ແຕ່ບໍ່ຂັດກັບກົດໝາຍຕ່າງໆທີ່ໄດ້ຮັບຮອງໄປແລ້ວ. ສ່ວນລາຍໄດ້ທີ່ຖືກຍົກເວັ້ນເສຍອາກອນນັ້ນກໍຕ້ອງອະທິບາຍລະອຽດວ່າ ອັນໃດເສຍໄດ້ ຫຼື ອັນໄດ້ຖືກຍົກເວັ້ນ.

ທ່ານ ຄຳບົງ ພອນສະຫວັນ ສສຊ ເຂດ 10 ແຂວງວຽງຈັນ ກໍໄດ້ສະເໜີອີກວ່າ: ການກໍານົດເປີເຊັນທີ່ຈະເກັບອາກອນລາຍໄດ້ນັ້ນ ຢາກໃຫ້ສົມທຽບຄືນລະຫວ່າງເງິນເດືອນ 1,3 ລ້ານກີບ ທີ່ຕ້ອງເສຍອາກອນລາຍໄດ້ ເຫັນວ່າບໍ່ເໝາະສົມຫາກຄິດໄລ່ໃສ່ຄ່າຄອງຊີບໃນປັດຈຸບັນ, ຄວນກໍານົດເອົາ 2 ລ້ານກີບຂຶ້ນໄປ ຈຶ່ງຄ່ອຍເກັບອາກອນລາຍໄດ້, ໃນກໍລະນີຫາກເຮົາກໍານົດອັດຕາເສຍອາກອນລາຍໄດ້ສູງເທົ່າໃດ? ກໍອາດຈະເຮັດໃຫ້ເກີດມີຊ່ອງວ່າງ, ເກີດການຕໍ່ລອງລະຫວ່າງພະນັກງານກັບຜູ້ປະກອບການເຮັດໃຫ້ມີການຫຼົບຫຼີກອາກອນ, ບໍ່ດໍາເນີນທຸລະກິດ ແລ້ວເຮັດໃຫ້ລັດເສຍລາຍຮັບ ຫຼື ມີຜົນກະທົບຕາມມາ.

ທ່ານ ມະນີໂສ ຊາມຸນຕີ ສສຊ ເຂດ 17 ແຂວງອັດຕະປື ກ່າວຕື່ມວ່າ: ລັດຖະບານຄວນປັບຫຼຸດອັດຕາອາກອນລາຍໄດ້ ເພື່ອໃຫ້ບໍລິສັດທີ່ເຮັດທຸລະກິດກ່ຽວກັບເຕັກໂນໂລຊີ ລວມທັງບໍລິສັດຈົດທະບຽນໃນ ຕລຊລ ມີສະພາບຄ່ອງໃນການດໍາເນີນທຸລະກິດ ສ່ວນການເກັບອາກອນລາຍໄດ້ຈາກຜູ້ມີລາຍຮັບ 1,3 ລ້ານກີບນັ້ນ ອາດຈະບໍ່ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ ຄວນກໍານົດເປັນ 1,5 ລ້ານ ຫາ 2 ລ້ານກີບ ຈຶ່ງເກັບອາກອນລາຍໄດ້ໜ້າຈະດີທີ່ສຸດ.

ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ສສຊ ເຂດ 13 ແຂວງສະຫວັນນະເຂດ ກ່າວອີກວ່າ: ປັດຈຸບັນຂະແໜງກະສິກຳມີຫຼາຍ ແຕ່ເປັນທຸລະກິດຂະໜາດນ້ອຍ ແລະ ກາງເທົ່ານັ້ນ ເຊິ່ງສ່ວນໃຫຍ່ແລ້ວບໍ່ໄດ້ຖືບັນຊີ ຈຶ່ງຢາກໃຫ້ອະນຸກໍາມະການສ້າງຮ່າງກົດໝາຍເບິ່ງຄືນວ່າ ຫາກເຮົາບໍ່ມີນະໂຍບາຍສົ່ງເສີມກໍຈະເຮັດໃຫ້ເຂົາເຈົ້າຫັນໄປເຮັດທຸລະກິດຂະແໜງອື່ນ. ແຕ່ຂະນະດຽວກັນ, ພື້ນຖານຂອງປະເທດເຮົາແມ່ນຖືເອົາການຜະລິດກະສິກໍາເປັນສິນຄ້າ ຈຶ່ງຢາກໃຫ້ກໍານົດລະອຽດອັນໃດຄວນເກັບ ແລະ ອັນໃດຄວນຍົກເວັ້ນ.

ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດ 1 ນະຄອນຫຼວງ ສະເໜີໃນທີ່ປະຊຸມວ່າ: ຢາກໃຫ້ຂະແໜງການກ່ຽວຂ້ອງຄິດໄລ່ເບິ່ງຄືນວ່າເງິນເດືອນ 1,3 ລ້ານກີບ ເໝາະສົມກັບການເສຍອາກອນລາຍໄດ້ແທ້ບໍ່? ເພາະໃນຄວາມເປັນຈິງແລ້ວຊາວນາ ຫຼື ກໍາມະກອນສ່ວນໃຫຍ່ມີລາຍຮັບບໍ່ເຖິງ 1,3 ລ້ານກີບຕໍ່ເດືອນ ຫາກຫັກຄ່າໃຊ້ຈ່າຍອື່ນໆກໍອາດຈະເຮັດໃຫ້ເຂົາມີເງິນເຫຼືອໜ້ອຍ ຫຼື ອາດຈະບໍ່ມີເງິນທ້ອນກໍເປັນໄດ້. ຂະນະທີ່ການສ້າງຕັ້ງເປັນພະແນກສ່ວຍສາອາກອນປະຈໍາແຂວງ, ເທສະບານ ຫຼື ເມືອງ ກໍຄວນໃຫ້ປະຕິບັດຕາມແຜນເກົ່າ ເພາະເຖິງຢ່າງໃດກໍຂຶ້ນກັບກະຊວງການເງິນຢູ່ດີ ຈຶ່ງເຮັດໃຫ້ການຄຸ້ມຄອງລາຍຮັບມີປະສິດທິຜົນ.

ທ່ານ ກົງຈີ ຢ່າງຈື ສສຊ ເຂດ 2 ຜົ້ງສາລີ ກ່າວອີກວ່າ: ຢາກໃຫ້ລັດຖະບານຄິດໄລ່ເບິ່ງວ່າບຸກຄົນໜຶ່ງດໍາລົງຊີວິດຢູ່ໄດ້ພາຍໃນເດືອນສະເລ່ຍແລ້ວຈະຕ້ອງໃຊ້ເງິນເທົ່າໃດ ແລະ ມີລາຍຈ່າຍຫຍັງແດ່? ແລ້ວຈຶ່ງມາສະເລ່ຍໃສ່ວ່າເຂົາມີລາຍຮັບເທົ່າໃດ ຈຶ່ງອອກມາເປັນອາກອນລາຍໄດ້ທີ່ຕ້ອງປະກອບສ່ວນໃຫ້ປະເທດຊາດກໍຄືເສຍອາກອນລາຍໄດ້ ເຮັດແບບນີ້ກໍເພື່ອສ້າງຂີດຄວາມສາມາດຜູ້ມີລາຍຮັບໜ້ອຍໄດ້ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເຊິ່ງຂ້າພະເຈົ້າຄິດວ່າລາຍໄດ້ 1,3 ລ້ານກີບ ຈະບໍ່ເໝາະສົມປານໃດ? ຫາກຈະເກັບອາກອນລາຍໄດ້ຄວນຈະເປັນຜູ້ມີລາຍຮັບ 2 ລ້ານກີບຂຶ້ນໄປ.

ຜ່ານການປະກອບຄຳເຫັນກໍໄດ້ມີການລົງຄະແນນຮັບຮອງຮ່າງກົດໝາຍສະບັບດັ່ງກ່າວດ້ວຍຄະແນນສຽງເຫັນດີ 82%.

[ ຂ່າວ: ສົມສະຫວິນ; ຮູບ: ວິລະສັກ ]