ຢາກສົ່ງລູກຫຼານຮຽນຢູ່ພອນສະຫວັນ ແລະ ຊົນເຜົ່າ ກຽມຕົວໄວ້ເດືອນໜ້າ

41

ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ເອີ້ນໄດ້ວ່າເປັນສູນລວມຂອງນັກຮຽນຫົວກະທິຈາກທົ່ວທັງປະເທດ ເພາະວ່າໄດ້ລວມເອົາຜູ້ທີ່ຮຽນດີຮຽນເກັ່ງ, ຜູ້ທີ່ມີສັກກາຍະພາບສູງດ້ານການຮຽນສາມາດເສັງຜ່ານໄດ້ຄະແນນຕາມເກນທີ່ຕ້ອງການຈິ່ງພິຈາລະນາໃຫ້ເຂົ້າຮຽນໃນໂຮງຮຽນດັ່ງກ່າວ ດັ່ງນັ້ນຈິ່ງມີຫຼາຍຄົນຢາກເຂົ້າໄປຢູ່ໃນຮົ້ວແຫ່ງນີ້ ແລະປີນີ້ເພິ່ນຈະຂາຍຄຳຮ້ອງໃຫ້ຜູ້ທີ່ມີຄວາມສົນໃຈຢາກເຂົ້າເສັງເດືອນກໍລະກົດທີ່ຈະມາເຖິງ.

ໄລຍະນີ້ ນ້ອງໆຊັ້ນມັດທະຍົມແມ່ນໄດ້ເສັງປິດພາກຮຽນໄປແລ້ວ ບໍ່ວ່າຈະເປັນ ປ5 ແລະ ມ4, ສໍາລັບນ້ອງຄົນໃດທີ່ມີຄວາມສົນໃຈຢາກເສັງເຂົ້າມາຢູ່ໃນຮົ້ວຂອງ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ, ຜູ້ທີ່ຈະຮຽນຕໍ່ ມ1 ແລະ ມ5 ສາມາດກຽມຍື່ນສະໝັກສອບເສັງ ເພິ່ນຈະເປີດຂາຍເລີ່ມ ວັນທີ 22 ກໍລະກົດນີ້ ເພື່ອສອບເສັງເຂົ້າຮຽນຢູ່ໂຮງຮຽນດັ່ງກ່າວ ໃນຕົ້ນເດືອນສິງຫາ.

ແອັດຂໍແນະນຳສັ້ນໆວ່າການຮຽນຢູ່ໂຮງຮຽນແຫ່ງນີ້ແຕກຕ່າງຈາກບ່ອນອື່ນແນວໃດ ອັນທີ່ຈິງຫຼັກສູດການຮຽນກໍ່ຄືກັນນັ້ນລະ ແຕ່ວ່າໃນໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ແມ່ນສະຖານທີ່ໆເຕັມໄປດ້ວຍຜູ້ຮຽນດີຮຽນເກັ່ງ ເວລາລູກຫຼານເຂົ້າໄປແລ້ວຈະມີສິ່ງກະຕຸ້ນໃຫ້ເຂົາຢາກຮຽນ ສິ່ງນັ້ນກໍ່ຄື ຖ້າບໍ່ຮຽນຈະອາຍໝູ່ຕ້ອງຕັ້ງໃຈຮຽນໃຫ້ໄດ້(ເປັນການຝືກຝົນລູກຫຼານໄປຝົນຕົວ), ພິເສດໄປກວ່ານັ້ນສໍາລັບນ້ອງໆຄົນໃດທີ່ເສັງຜ່ານຈະໄດ້ຮັບເບ້ຍລ້ຽງທຸກເດືອນ, ມີເຄື່ອງນຸ່ງໃຫ້ ແລະ ມີຫໍພັກຝຣີໃຫ້ຢູ່ອີກດ້ວຍ.