ສຸດຊ໊ອກກັບຂ່າວ ນັກຮ້ອງລູກທົ່ງສາວ ສິລິພອນ ອຳໄພພົງ ຖືກລູກລ້ຽງຍາດຜົວ

90

ສິລິພອນ ອຳໄພພົງ ນັກຮ້ອງລູກທົ່ງ, ໝໍລໍາ ສາຍາແຫບມະຫາສະເນ່ ທີ່ໃຜໆກໍຄົງຮູ້ຈັກກັນດີ ດ້ວຍຜົນງານເພງດັງຫຼາຍເພງແຕ່ອາດີດ ເຖິງປັດຈຸບັນ ເຊັ່ນ: ເມຍບໍ່ໄດ້ແຕ່ງ, ຜູ້ຊາຍຫຼາຍມື, ປະລິນຍາໃຈ … ຫຼ້າສຸດທີ່ເປັນກະແສຮືຮາກັນທົ່ວໂລກໂຊຊຽວ ແລະ ວົງການບັນເທິງໄທ ກັບເລື່ອງທີ່ບໍ່ຄາດຄິດ ເມື່ອ ສິລິພອນ ອອກມາໂພສ ວ່າ ລູກລ້ຽງທີ່ຕົນລ້ຽງມານັ້ນ ໂພສໃສ່ຮ້າຍຕົນ ແຖມຍັງຍາດສາມີຂອງຕົນໄປອີກ.

ຕາມຂ່າວໃຫ້ຮູ້ວ່າ: ອອນນະພາ ດວດີ ຫຼື ອອນ ລູກລ້ຽງ ເປັນຜູ້ທີ່ມີຄວາມສາມາດເລື່ອງການເຮັດຄວາມງາມ ຈຶ່ງເປີດຄລີນິກໃຫ້ດູແລ ແຕ່ຕໍ່ມາໄດ້ແອບກີນກັບສາມີຂອງສາວສິລິພອນ ຜູ້ເອີ້ນວ່າພໍ່ ເມື່ອສິລິພອນ ຈັບໄດ້ທັງສອງກໍຕີໂຕອອກຫ່າງ ຢາງໃດກໍ່ຕາມ ສິລິພອນບໍ່ສະບາຍໃຈຈິ່ງຕິດຕາມເບິ່ງພຶດຕິກຳຂອງທັ້ງ 2 ມາຫລາຍເດືອນ ເພື່ອໃຫ້ທຸກຢ່າງຊັດເຈນ ແລະ ຮັດກຸມ ເມື່ອທຸກຢ່າງເປັນແບບນັ້ນແທ້ ສິລິພອນ ຈື່ງຕັດທຸກຢ່າງອອກຈາກຊີວິດ ໂດຍປິດກິດຈະການທີ່ໃຊ້ຊື່ ສິລິພອນ ສັ່ງປິດ, ຍົກເລີກທັງຫມົດ ແລະ ບໍ່ຮຽກຮ້ອງໃດໆ ທັ້ງນັ້ນ.

ຢ່າງໃດກໍ່ຕາມລູກສາວບຸນທຳ ອອນ ຂອງສາວສີລິພອນ ໄດ້ໃຫ້ສຳພາດສື່ວ່າ ເລື່ອງລາວທັງໝົດເກີດຂຶ້ນຈາກຜູ້ຍິງຄົນໜຶ່ງໃນໄວ 60 ກວ່າປີທີ່ມາຕີສະນິດມາຢູ່ນຳສາວສີລິພອນ ທຳອິດແມ່ນໂອນເງິນໃຫ້ຮ່ວມເຮັດບຸນ ຫຼັງຈາກນັ້ນກໍ່ໃຫ້ສິ່ງຂອງເປັນເພັດ, ໃຫ້ເງິນໃຊ້ແກ່ສາວລຸກທົ່ງ ແລະຄ່ອຍໆເຂ່ຍຄົນໃກ້ສິດອອກ, ຕອນນີ້ສາວສີລິພອນແມ່ນອາໄສຢູ່ເຮືອນອີກຫຼັງໜຶ່ງທີ່ປຸກໄວ້ຢູ່ອຸດອນກັບແມ່ຍິງ ຊືເລັກທີ່ເຂົ້າມາພົວພັນລວມເວລາແລ້ວ 7-8 ເດືອນ.

ສ່ວນວ່າໄດ້ເປັນຊູ້ກັບພໍ່ຫຼືບໍ ສາວອອນ ລູກລ້ຽງຂອງສີລິພອນ ກ່າວວ່າ ພໍ່ລ້ຽງເປັນມະເຮັງໃສ່ຄີໂມໄປ 12 ເຂັມ ຄົນທີ່ເຈັບເປັນຂະໜາດນີ້ບໍ່ສາມາດຕອບສະໜອງອາລົມທາງເພດດອກ!!!

ແນວໃດກໍ່ຕາມເລື່ອງລາວທັງໝົດນັ້ນເປັນຄວາມຈິງ ຫຼື ບໍ ບໍມີໃຜຮູ້ ແລະຍັງບໍ່ທັນເປັນທີ່ຊັດເຈນເທື່ອ ຈັ່ງໃດກໍ່ຂໍໃຫ້ເປັນພຽງເລື່ອງເຂົ້າໃຈຜິດ ແລະສາວລຸກທົ່ງສີລິພອນໄດ້ຄອບຄົວທີ່ອົບອຸ່ນກັບຄືນມາ.