ສຽງຈາກແຟນໆ ທັກງາມຂຶ້ນຫຼາຍ!!! ຊົງຜົມໃໝ່ ສາວ ແພັດ ເພັດດາວອນ

104

ບາດນີ້ ເກົາຫຼີມາເຕັມ ສາວ ແພັດ ເພັດດາວອນ ກຸນລາວົງ ນັກຮ້ອງສາວສຽງອໍາມະຕະຄົນນີ້ ທີ່ບອກເລີຍວ່າ ປີນີ້ ສາວແພັດໄດ້ມີການປ່ຽນລຸກ ປ່ຽນຊົງຜົມມາຄັ້ງນີ້ ເປັນຄັ້ງທີ 2 ແລະ ກໍງາມໜ້າຮັກແຕກຕ່າງຕາມຮູບແບບຂອງໃຜລາວ.

ຊົງເກົ່າ

ຫຼັງຈາກທີ່ກ່ອນໜ້ານີ້ ແມ່ນຕັດຜົມຊົມໜ້າມ້າ ກໍ່ວ່າໜ້າຮັກແລ້ວ ມາເທື່ອຫຼ້າສຸດຫຼັງຈາກທີ່ສາວ ແພັດ ໂພດສຮູບຕົນເອງລົງເຟດ ພ້ອມຄໍາບັນຍາຍວ່າ “ປ່ຽນລຸກ ຜົມເສຍຫລາຍ ເລີຍຕັດ 5 ປີ ຕັດເທື່ອໜຶ່ງ”

ຊົງເກົ່າ

ຊົງນີ້ເປັນຊົງສັ້ນ ດັດ ແບບສາວເກົາຫຼີ ທີ່ແຟນໆເພງເພິ່ນຕ່າງບອກວ່າ ງາມໜ້າຮັກ ກວ່າເກົ່າອີກ ຄືຫຼາຍ ບາງຄົນກໍບອກວ່າ ຄື ຕັກກະແຕນນັກຮ້ອງໄທ …

ສາວ ແພັດ ເປັນນັກຮ້ອງປະຈໍາທີ່ຮ້ານຕໍາມົ້ວ ກ່ອນຈະແຈ້ງເກີດ ແລະ ໂດ່ງດັງຂ້າມປະເທດໃນລາຍການ ສຶກວັນດວນເພງ ໄທ ຄວ້າແຊັມ 21 ສະໄໝ ໃນປີ 2018 ເປັນຄົນລາວຄົນທໍາອິດໃນການແຂ່ງຂັນສາມາດຍາດລາງວັນ ແລະ ຮອບເງິນລາງວັນກັບມາຝາກພໍ່ແມ່ … ດ້ວຍນໍ້າສຽງອັນຊົງພະລັງ, ມ່ວນເປັນເອກະລັກ ບໍ່ວ່າຈະຮ້ອງເພງໃດ ກໍກິນໃຈຜູ້ຟັງໄປໝົດ.

ນັບແຕ່ນັ້ນມາ ສາວ ແພັດກໍເປັນທີ່ຮູ້ຈັກ ແລະ ມ່ວນຊົນຕິດຕາມຜົນງານເພິ່ນຫຼາຍກວ່າເກົ່າ ມີງານເຂົ້າມາແບບບໍ່ມີມື້ໄດ້ພັກເລີຍກໍວ່າໄດ້