ຮູ້ໄວ້!!! ລາຍໄດ້ຫຍັງແດ່ທີ່ຕ້ອງເສຍອາກອນ

110

ກົດໝາຍວ່າດ້ວຍອາກອນລາຍໄດ້ທີ່ສ້າງຂຶ້ນມາໃໝ່ ເຊິ່ງເປັນການປັບປຸງສ່ວນໃຫຍ່ ໂດຍແຍກເນື້ອໃນອາກອນກຳໄລ, ອາກອນລາຍໄດ້ ແລະອາກອນມອບເໝົາອອກມາຈາກພາກທີ IV ໝວດທີ1,2 ແລະໝວດທີ3 ຕາມລຳດັບທີ່ກຳນົດໄວໃນກົດໝາຍວ່າດ້ວຍສ່ວຍສາອາກອນທີ່ໃຊ້ຢູ່ປະຈຸບັນນີ້ ມາຂະຫຍາຍເປັນກົດໝາຍ ກອງປະຊຸມສະແຫ່ງຊາດໄດ້ພິຈາລະນາ ແລະຮັບຮອງເອົາແລ້ວໃນວັນທີ 18 ມິຖຸນາ 2019.

ມື້ນີ້ແອັດມິນຈິ່ງພາມາຮູ້ຈັກກັບລາຍໄດ້ຂອງບຸກຄົນທີ່ມີພູມລຳເນົາ ຫຼື ມີທີ່ຢູ່ແນ່ນອນຢູ່ ສປປ ລາວທີ່ຕ້ອງໄດ້ເສຍອາກອນລາຍໄດ້ມີຫຍັງແດ່!
1 ເງິນເດືອນ, ຄ່າແຮງງານ, ເງິນເພີ່ມໂມງ, ເງິນລ່ວງເວລາ, ເງິນຕຳແໜ່ງ, ເງິນໜ້າທີ່, ເງິນບຳເນັດ, ເບັ້ຍປະຊຸມສະພາບໍລິຫານ ຫຼື ສະພາຜູ້ອຳນວຍການ ແລະ ຜົນປະໂຫຍດອື່ນ ເປັນ ເງິນ ຫຼື ວັດຖຸ;
2 ຜູ້ປະກອບອາຊີບອິດສະລະ ທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ເປັນຕົ້ນ ຄ່ານາຍໜ້າ, ຄ່າທີ່ ປຶກສາ, ການບໍລິການ, ການກໍ່ສ້າງ-ສ້ອງແປງ, ການເຄື່ອນໄຫວກິດຈະກຳກິລາ, ການສະແດງ;

ພາບປະກອບຂ່າວ

3 ການຊື້ ຂາຍອອນລາຍ;
4 ເງິນປັນຜົນກຳໄລ ຫຼື ຜົນປະໂຫຍດອື່ນ ໃຫ້ແກ່ຂາຮຸ້ນ ຫຼື ຜູ້ຖືຮຸ້ນ;
5 ການຂາຍຮຸ້ນ ຫຼື ການໂອນຮຸ້ນຂອງບຸກຄົນ ຫຼື ນິຕິບຸກຄົນ;
6 ດອກເບ້ຍເງິນໃຫ້ກູ້ຢືມນອກລະບົບທະນາຄານ ແລະ ສະຖາບັນການເງິນອື່ນ, ລາຍໄດ້ ຈາກການຄ້ຳປະກັນຕາມສັນຍາ ຫຼື ຂໍ້ຜູກພັນອື່ນ;
7 ການຖືກຫວຍເປັນເງິນ ຫຼື ວັດຖຸ;

ພາບປະກອບຂ່າວ

8 ຂອງຂວັນເປັນເງິນ ຫຼື ວັດຖຸ;
9 ການໃຫ້ເຊົ່າ ເປັນຕົ້ນ ທີ່ດິນ ເຮືອນ ສິ່ງປຸກສ້າງ ພາຫະນະ ເຄື່ອງກົນຈັກ ຫຼື ຊັບສິນອື່ນັ;
10 ຊັບສິນທາງປັນຍາ ເປັນຕົ້ນ ສິດທິບັດ ລິຂະສິດ ເຄື່ອງໝາຍການຄ້າ ຫຼື ສິດອື່ນ ຂອງບຸກຄົນ ຫຼື ນິຕິບຸກຄົນ;
11 ການຊື້ຂາຍ ການໂອນສິດນຳໃຊ້ທີ່ດິນ ສິ່ງປຸກສ້າງ ຫຼື ທີ່ດິນພ້ອມສິ່ງປຸກສ້າງ;
12 ກິດຈະການ ທີ່ບໍ່ແມ່ນທຸລະກິດຂອງອົງການຈັດຕັ້ງຂອງລັດ ແລະ ສັງຄົມ;
13 ການສືບທອດມູນມໍລະດົກ ຈາກຜູ້ທີ່ບໍ່ແມ່ນຍາດສາຍຕັ້ງດ້ວຍກັນ.