ກົດໝາຍຄຸ້ມຄອງສ່ວຍສາອາກອນ ຈະຊ່ວຍເກັບລາຍຮັບມີປະສິດທິຜົນ, ສສຊ ສະເໜີໃຫ້ເບິ່ງຄືນການຍົກເວັ້ນພາສີ – ອາກອນ

164

ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ( ສະບັບປັບປຸງ ) ຖືກຍົກຂຶ້ນມາສະເໜີຕໍ່ສະພາອີກຄັ້ງໃນວັນທີ 17 ມິຖຸນາ 2019 ພາຍຫຼັງພົບວ່າມີຫຼາຍອັນຍັງບໍ່ສອດຄ່ອງ ແລະ ບໍ່ຮັດກຸມເທົ່າທີ່ຄວນຕໍ່ການເກັບລາຍຮັບເຂົ້າງົບປະມານຂອງລັດ ຂະນະທີ່ສະມາຊິກສະພາແຫ່ງຊາດ ( ສສຊ ) ກໍໄດ້ສະແດງຄວາມເປັນຫ່ວງຕໍ່ກັບນະໂຍບາຍສົ່ງເສີມພິເສດ ແລະ ຍົກເວັ້ນພາສີ – ອາກອນໃຫ້ແກ່ໂຄງການລົງທຶນໃນລະດັບຕ່າງໆ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ກ່າວວ່າ: ໂຄງສ້າງກົດໝາຍດັ່ງກ່າວມີທັງໝົດ 12 ພາກ, 13 ໝວດ ແລະ 94 ມາດຕາ ປະກອບມີ: ພາກທີ 1 ບົດບັນຍັດທົ່ວໄປ; ພາກທີ 2 ປະເພດສ່ວຍສາອາກອນ; ພາກທີ 3 ລະບົບສ່ວຍສາອາກອນ; ພາກທີ 4 ລະບົບຂໍ້ມູນ ແລະ ຖານຂໍ້ມູນສ່ວຍສາອາກອນ; ພາກທີ 5 ສິດ – ພັດທະນາຂອງຜູ້ມອບອາກອນ ແລະ ຜູ້ມອບອາກອນ; ພາກທີ 6 ການຈັດຕັ້ງສ່ວຍສາອາກອນ; ພາກທີ 7 ຄວາມຮັບຜິດຊອບຂອງອົງການລັດຕໍ່ວຽກງານສ່ວຍສາອາກອນ; ພາກທີ 8 ຂໍ້ຫ້າມ; ພາກທີ 9 ການຄຸ້ມຄອງ ແລະ ກວດກາວຽກງານສ່ວຍສາອາກອນ; ພາກທີ 10 ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ກາປະທັບ; ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ 12 ບົດບັນຍັດສຸດທ້າຍ. ສໍາລັບເນື້ອໃນຕົ້ນຕໍຂອງຮ່າງກົດໝາຍແມ່ນໄດ້ກໍານົດ ກ່ຽວກັບລະບົບຂອງສ່ວຍສາອາກອນຢ່າງຈະແຈ້ງລະບົບຄົບຊຸດໃຫ້ທັນສະໄໝ ແລະ ປະຕິຮູບໃຫ້ລະບົບງ່າຍດາຍຫັນເປັນທັນສະໄໝ ໂດຍເລີ່ມຈາກການອອກເລກປະຈໍາຕົວ, ການແຈ້ງເສຍອາກອນ, ການມອບອາກອນດ້ວຍຕົນເອງ. ຈາກນັ້ນ, ຂະແໜງສ່ວຍສາອາກອນຈະໄດ້ປະເມີນຕາມລະບົບຄຸ້ມຄອງຄວາມສ່ຽງໄດ້ ແລະ ກວດກາຫຼັງການແຈ້ງເສຍອາກອນ ພ້ອມໄລ່ລຽງ ແລະ ສົ່ງຄືນອາກອນ; ການຍົກເວັ້ນພິເສດ ຫຼື ການຫຼຸດຜ່ອນພັນທະສ່ວຍສາອາກອນ ຕາມການຕົກລົງເຫັນດີຂອງສະພາແຫ່ງຊາດບົນພື້ນຖານສະເໜີຂອງລັດຖະບານສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງລະດັບຊາດ, ໂຄງການເຊື່ອມໂຍງ – ເຊື່ອມຈອດກັບພາກພື້ນ ແລະ ສາກົນ ລວມທັງກໍລະນີເຫດສຸດວິໄສ ຫຼື ໄພພິບັດທໍາມະຊາດ ເຊັ່ນ: ພາຍຸ, ພະຍາດລະບາດ, ນໍ້າຖ້ວມ, ແຜ່ນດິນໄຫວ ແລະ ອື່ນໆ ທີ່ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ. ທ່ານຮອງນາຍົກກ່າວຕື່ມວ່າ: ລະບົບສ່ວຍສາອາກອນ ປະກອບດ້ວຍ 7 ເນື້ອໃນ ເຊັ່ນ: ເລກປະຈໍາຕົວ, ການແຈ້ງເສຍອາກອນ, ການມອບອາກອນ, ກວດກາຫຼັງແຈ້ງອາກອນ, ການໄລ່ລຽງອາກອນປະຈໍາປີ, ການສົ່ງຄືນ ແລະ ການລົບລ້າງໜີ້, ແຜນມອບອາກອນ, ການຖືບັນຊີ ແລະ ການຄຸ້ມຄອງນໍາໃຊ້ໃບເກັບເງິນ ຫາກວ່າກົດໝາຍສະບັບປັບປຸງນີ້ຖືກຮັບຮອງຈາກສະພາ ຈະໄດ້ປະກາດໃຊ້ໃນປີ 2020.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ສະເໜີໃຫ້ ສສຊ ປະກອບຄຳເຫັນຢ່າງມີຈຸດສຸມໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນ: ກໍານົດນິຍາມຂອງສ່ວຍສາອາກອນເຫັນວ່າຖືກຕ້ອງ ເໝາະສົມແລ້ວ ຫຼື ຍັງ? ນະໂຍບາຍຂອງລັດ ວ່າດ້ວຍການສ່ວຍສາອາກອນຄົບຖ້ວນແລ້ວບໍ່? ການຍົກເວັ້ນ ຫຼື ຫຼຸດຜ່ອນສ່ວຍສາອາກອນໃຫ້ແກ່ໂຄງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງ – ເຊື່ອມຈອດກັບປະເທດເພື່ອນບ້ານ ຫາກເຫັນວ່າໂຄງການໃດທີ່ຈໍາເປັນໃນລະດັບຊາດ ຈຶ່ງຕ້ອງໄດ້ຮັບການຍົກເວັ້ນ. ນອກນັ້ນ, ຍັງມີນະໂຍບາຍສົ່ງເສີມພິເສດ ເພື່ອໃຫ້ ຂພສ, SME, ບັນດາບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ອື່ນໆ, ສຸດທ້າຍແມ່ນການສົ່ງຄືນອາກອນ ແລະ ການລົບລ້າງໜີ້ທີ່ເຫັນວ່າຍັງເປັນປະເດັນຮ້ອນທົ່ວສັ່ງຄົມ ພວກເຮົາຕ້ອງເກັບລາຍຮັບຕາມກົດໝາຍກໍານົດເທົ່ານັ້ນ ຫາກເກັບເກີນກໍຄວນມີກໍານົດເວລາຢ່າງຊັດເຈນໃນການສົ່ງຄືນ ເພື່ອອໍານວຍຄວາມສະດວກໃຫ້ກັບຜູ້ປະກອບການ.

ທ່ານ ບຸນປອນ ສີສຸລາດ ສສຊ ເຂດ 14 ແຂວງສາລະວັນ ມີຄຳເຫັນວ່າ: ກ່ຽວກັບນະໂຍບາຍສົ່ງເສີມພິເສດນັ້ນ ຢາກໃຫ້ຊີ້ແຈງເຖິງເຫດຜົນຂອງການສົ່ງເສີມຢ່າງລະອຽດ, ອະທິບາຍຜົນໄດ້ ແລະ ຜົນເສຍທີ່ຈະຕາມມາ ເປັນຕົ້ນແມ່ນ: ການກໍ່ສ້າງເຂື່ອນໄຟຟ້າ, ການຂຸດຄົ້ນຊັບພະຍາກອນແຮ່ທາດ, ໂຄງການກໍ່ສ້າງສາຍສົ່ງ ແລະ ອື່ນໆ ເຊິ່ງຈະຕ້ອງລະບຸໄວ້ໃນກົດໝາຍ ແລະ ກໍລະນີໃດສາມາດເກັບໄດ້ ຫຼື ບໍ່ເກັບອາກອນ.

ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ປະກອບຄຳເຫັນວ່າ: ການມອບອາກອນທີ່ບໍ່ໃຫ້ກາຍວັນທີ 20 ກໍລະກົດຂອງທຸກປີ ແລະ ບໍ່ໃຫ້ກາຍວັນທີ 20 ມັງກອນຂອງປີຖັດໄປ ເຫັນວ່າເປັນການບີບຜູ້ປະກອບການເກີນໄປ ອັນເຮັດໃຫ້ເກີດຊ່ອງວ່າງໃນການຕໍ່ລອງລາຄາລະຫວ່າງທຸລະກິດກັບເຈົ້າໜ້າທີ່ອາກອນຈົນກ້າວໄປເຖິງມີການປັບໃໝ ສ່ວນການມອບອາກອນກໍາໄລນັ້ນ ຫາກມີການມອບເກີນລັດກໍຕ້ອງມີໄລຍະເວລາສົ່ງຄືນໃນວັນເວລາທີ່ແນ່ນອນ.

ທ່ານ ກົງຈີ ຢ່າງຈື ສສຊ ເຂດ 2 ຜົ້ງສາລີ ກໍໄດ້ສະເໜີວ່າ: ໃນມາດຕາທີ 5 ກ່ຽວກັບການຍົກເວັ້ນ ຫຼື ຫຼຸດຜ່ອນພັນທະອາກອນໃຫ້ແກ່ໂຄງການກໍ່ສ້າງຕ່າງໆນັ້ນ ອາດຈະເປັນຊ່ອງວ່າງໃຫ້ຫຼາຍບໍລິສັດສະເໜີຂໍຍົກເວັ້ນພາສີ – ອາກອນໃນການນໍາເຂົ້າສິນຄ້າ ຫາກພວກເຮົາຂຽນແບບນີ້ກໍຈະເຮັດໃຫ້ລັດເສຍລາຍຮັບຫຼາຍສົມຄວນ ຈຶ່ງສະເໜີໃຫ້ພິຈາລະນາຄືນເພື່ອຄວາມເໝາະສົມ ແລະ ຄຳນຶງເຖິງຜົນປະໂຫຍດລວມ.

ທ່ານ ຄຳໄຕ ແກ້ວດວງດີ ສສຊ ເຂດ 15 ຈໍາປາສັກ ປະກອບຄຳເຫັນວ່າ: ໄລຍະຜ່ານມາມີຫຼາຍໂຄງການລົງທຶນຂອງຕ່າງປະເທດ ໂດຍສະເພາະໂຄງການແບບ BOT ແລະ ອື່ນໆ ເຊິ່ງສ່ວນຫຼາຍແລ້ວແມ່ນໄດ້ຮັບການຍົກເວັ້ນພາສີ – ອາກອນນຳເຂົ້າອຸປະກອນ, ສິນຄ້າ ລວມທັງອາກອນຕ່າງໆ ແຕ່ກົງກັນຂ້າມບໍລິສັດຄົນລາວທີ່ຮັບເໝົາໃນໂຄງການຕ່າງໆລະດັບຊາດພັດບໍ່ໄດ້ຮັບການຍົກເວັ້ນ ຈຶ່ງສະເໜີໃຫ້ລັດຖະບານເບິ່ງຄືນນະໂຍບາຍ ໂດຍສະເພາະແມ່ນທາງດ່ວນ ວຽງຈັນ – ປາກເຊ.

ທ່ານ ຄຳແພງ ວິລະພັນ ສສຊ ເຂດ 6 ຫຼວງພະບາງ ກໍໄດ້ສະເໜີຕື່ມວ່າ: ການຍົກເວັ້ນພາສີ – ອາກອນໃຫ້ແກ່ໂຄງການກໍ່ສ້າງລະດັບຊາດ ແມ່ນຢາກໃຫ້ເບິ່ງຄືນ ຄວາມເໝາະສົມຂອງມູນຄ່າລົງທຶນຕົວຈິງ ກ່ອນຈະມີການຍົກເວັ້ນ ລວມທັງເຈົ້າໜ້າທີ່ພະນັກງານສ່ວຍສາອາກອນທີ່ກະທຳຜິດເປັນບຸກຄົນ ຫຼື ໝູ່ຄະນະ ຕ້ອງໄດ້ໃສ່ລະບຽບຢ່າງເຄັ່ງຄັດຕາມກໍລະນີໜັກ ຫຼື ເບົາ.

ໃນທີ່ປະຊຸມ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າໃຫ້ແກ່ອະນຸກໍາມະການຮັບຜິດຊອບຮ່າງກົດໝາຍສະບັບປັບປຸງ ກໍໄດ້ຊີ້ແຈງຕໍ່ ສສຊ ວ່າ: ໄລຍະຜ່ານມາ ພວກເຮົາໄດ້ມີການຍົກເວັ້ນອາກອນກໍາໄລ ແລະ ໂຄງການລົງທຶນຕ່າງໆທີ່ເປັນໂຄງການເຊື່ອມໂຍງ, ໂຄງການລະດັບຊາດ ໂດຍຜ່ານການມີຄຳເຫັນຂອງຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ເປັນຕົ້ນແມ່ນໂຄງການທາງດ່ວນທີ່ໄດ້ມີການຍົກເວັ້ນພາສີ – ອາກອນ ໂດຍເອົາພື້ນຖານການຄິດໄລ່ທີ່ເປັນພື້ນຖາມ ລວມທັງຈຸດກຸ້ມທຶນຂອງບໍລິສັດ. ສໍາລັບໂຄງການສາຍສົ່ງ, ໂຄງການກໍ່ສ້າງເຂື່ອນຕ່າງໆແມ່ນຈະລົງເລິກລາຍລະອຽດຕື່ມ, ສ່ວນລາຍຮັບອາກອນລາຍໄດ້ ແລະ ອາກອນກໍາໄລ ຈະໄດ້ຫຼຸດລົງມາຈາກເດີມ 20% ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນກໍຄືຜູ້ປະກອບການ. ມາໃນຕອນບ່າຍວັນດຽວກັນ ກອງປະຊຸມກໍລົງຄະແນນຮັບຮອງເອົາກົດໝາຍສະບັບດັ່ງກ່າວດ້ວຍຄະແນນສຽງເຫັນດີ       83 ສຽງ, ບໍ່ເຫັນດີ 35 ສຽງ,​ ບໍ່ອອກສຽງ           2 ສຽງ.

[ ຂ່າວ: ສົມສະຫວິນ; ຮູບ: ວິລະສັກ ]