ຍົກລະດັບຄວາມຮູ້ດ້ານການສ້າງຜົນລັບທາງທຸລະກິດດ້ວຍ OKR

71

ຜູ້ບໍລິຫານເກືອບ 20 ທ່ານ ໄດ້ຮັບການຍົກລະດັບຄວາມຮູ້ໃນການສ້າງຜົນລັບທາງທຸລະກິດດ້ວຍ OKR ຄື: ການວັດຜົນ, ການປະເມີນຜົນໃນຮູບແບບໃໝ່ ເພື່ອຈະນຳໄປໃຊ້ສ້າງແຮງຈູງໃຈໃຫ້ອົງກອນພັດທະນາ ແລະ ເຕີບໂຕໄດ້.

ວັນທີ 16 ມິຖຸນາ 2019 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ, ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີປິດຊຸດຝຶກອົບຮົມໃນຫົວຂໍ້ “ ສ້າງຜົນລັບທາງທຸລະກິດດ້ວຍ OKR ຫຼື Objective Key Result ” ພ້ອມມອບໃບຢັ້ງຢືນ ພາຍຫຼັງເປີດຝຶກອົບຮົມໄລຍະສັ້ນ 2 ວັນ ( ລະຫວ່າງວັນທີ 15 ຫາ16 ມິຖຸນາຜ່ານມາ ) ໂດຍການເປັນປະທານຂອງ ທ່ານ ນາງ ທຸມມະລີ ບຸນຈະເລີນ ຮອງຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ, ທ່ານ ນາງ ມະລິວັນ ວໍລະເດດ ຜູ້ອຳນວຍການສູນ Lao SME Center ພ້ອມດ້ວຍຮອງຜູ້ອຳນວຍການສູນ Lao SME Center ແລະ ສໍາມະນາກອນເຂົ້າຮ່ວມ 20 ກວ່າທ່ານ.

ທ່ານ ນາງ ມະລິວັນ ລໍລະເດດ ກ່າວວ່າ: ການຝຶກອົບຮົມໃນຫົວຂໍ້ “ ສ້າງຜົນລັບທາງທຸລະກິດດ້ວຍ OKR ຫຼື Objective Key Result ໃນຄັ້ງນີ້ມີສໍາມະນາກອນສ່ວນໃຫ່ຍເປັນຜູ້ບໍລິຫານ ແລະ ເຈົ້າຂອງທຸລະກິດ ທີ່ມາຈາກລັດວິສາຫະກິດຂາເຂົ້າ – ຂາອອກກອງທັບ, ລັດວິສາຫະກິດໄຟຟ້າລາວ, ໂຮງງານນ້ຳກ້ອນເຮືອງອານົງ, LAO TSUINURA.CO;CTD, ໂຮງຮຽນ ເຈນີດາ ແລະ ເຈົ້າຂອງທຸລະກິດສ່ວນຕົວເຂົ້າຮ່ວມ ທັງນີ້, ຫຼັກການສ້າງຜົນລັບທາງທຸລະກິດດ້ວຍ OKR ນີ້ເປັນການໃຫ້ ຄວາມຮູ້ເລື່ອງວິທີການຕັ້ງເປົ້າໝາຍເພື່ອວັດຜົນຄວາມສໍາເລັດ, ໃຫ້ ຄວາມສຳຄັນໃນເລື່ອງຂອງການວັດຜົນ, ການປະເມີນຜົນໃນຮູບແບບໃໝ່ ເພື່ອຈະນຳໄປໃຊ້ສ້າງແຮງຈູງໃຈທີ່ຈະເຮັດໃຫ້ອົງກອນພັດທະນາ ແລະ ເຕີບໂຕໄດ້ ເພື່ອໃຫ້ຜູ້ບໍລິຫານນຳໄປໃຊ້ຕໍ່ໃນອະນາຄົດໄດ້ ເພາະຫຼັກສູດນີ້ເປັນຫຼັກສູດທີ່ພິເສດ ເປັນຫຼັກສູດທີ່ເຮັດໃຫ້ເຮົາໄດ້ເຫັນການປ່ຽນແປງໃນທາງທີ່ດີຫຼາຍຂຶ້ນດ້ານການປະເມີນຜົນ ເພາະວ່າຫຼັກສູດບໍລິຫານ OKR ກໍເລີ່ມຕົ້ນຈາກ ບໍລິສັດ Google ທີ່ໃຊ້ເປັນບໍລິສັດທໍາອິດຂອງໂລກ ຈົນເຮັດໃຫ້ບໍລິສັດດັ່ງກ່າວປະສົບຜົນສຳເລັດ. ຫຼັງຈາກນັ້ນ, ກໍໄດ້ມີຫຼາຍອົງກອນໄດ້ນຳຫຼັກສູດການບໍລິຫານ OKR ໄປໃຊ້ໃນທົ່ວໂລກ ໂດຍສະເພາະບໍລິສັດ Start Up ໃໝ່ໆກໍຈະນໍາໄປໃຊ້ ເພື່ອສ້າງແຮງຈູງໃຈ, ຂັບເຄື່ອນອົງກອນໃຫ້ເລັ່ງເຮັດວຽກໃນທິດທາງທີ່ເປັນບວກໄດ້ຫຼາຍຍິ່ງຂຶ້ນ.

ທ່ານ ພູມສະຫວັນ ສຸນັນທອງ ຫົວໜ້າພະແນກຝ່າຍຊັບພະຍາກອນມະນຸດ, ບໍລິສັດ ສິດທິໂລຈິສຕິກ ເຊິ່ງເປັນໜຶ່ງໃນສຳມະກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໃຫ້ຮູ້ວ່າ: ຫຼັກສູດການປະເມີນແບບ OKR ນີ້ເປັນການປະເມີນແບບໃໝ່ ເຊິ່ງບໍລິສັດຂອງພວກເຮົາຍັງບໍ່ເຄີຍສຳຜັດມາກ່ອນ ແລະ ຜ່ານການຝຶກອົບຮົມກໍເຫັນວ່າໄດ້ ຄວາມຮູ້ທີ່ເປັນປະໂຫຍດຫຼາຍຈາກວິທະຍາກອນ ແລະ ຈາກການແລກປ່ຽນບົດຮຽນກັບຫຼາຍໆບໍລິສັດທີ່ມາເຂົ້າຮ່ວມ, ການຝຶກອົບຮົມແມ່ນມີທັງທິດສະດີ, ການປະຕິບັດຕົວຈິງ.

( ຂ່າວ: ສັນຕິ​ )