ທ່ານ ສໍາລານ ສຸວັນນະໂຊດ ຮັບໜ້າທີ່ຫົວໜ້າພະແນກການເງິນຄົນໃໝ່

101

ພິທີມອບ – ຮັບໜ້າທີ່ລະຫວ່າງຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ຜູ້ເກົ່າກັບຜູ້ໃໝ່ ໄດ້ຈັດຂຶ້ນທີ່ສະໂມສອນຫ້ອງວ່າການແຂວງ, ໃນຕອນບ່າຍຂອງວັນທີ 14 ມິຖຸນາຜ່ານມາ ເປັນກຽດເຂົ້າຮ່ວມໂດຍ ທ່ານ    ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ມີຕາງໜ້າແຕ່ລະພະແນກການອ້ອມຂ້າງແຂວງ, ມີພະນັກງານວິຊາການພາຍໃນພະແນກການເງິນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 027,028,029/ຄປຈ ຊຍ ລົງວັນທີ 22 ພຶດສະພາ 2019, ວ່າດ້ວຍການຮັບຮອງ, ການຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກການເງິນແຂວງ ສະບັບເລກທີ 558/  ຈຂ ຊຍ ລົງວັນທີ 22 ພຶດສະພາ 2019 ເພື່ອເຮັດໃຫ້ການຊີ້ນໍາ – ນໍາພາວຽກງານພາຍໃນຂະແໜງການເງິນໃຫ້ມີ ຄວາມສະດວກ ແລະ ຍົກສູງໃນການສ້າງຄວາມເຂັ້ມແຂງທາງດ້ານການເງິນໄປຕາມແຜນຍຸດທະສາດ, ວິໄສທັດຂອງການເງິນໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.

ໃນພິທີ ທ່ານ ບຸນແທນ ທີແກ້ວ ຫົວໜ້າພະແນກການເງິນແຂວງຜູ້ເກົ່າ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານການເງິນໃນໄລຍະ 4 ປີຜ່ານມາ ໂດຍລວມແລ້ວແຕ່ລະປີແມ່ນໄດ້ເອົາໃຈໃສ່ປະຕິບັດການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ແລະ ບາງປີກໍລື່ນແຜນ ເຊິ່ງສາມາດແກ້ໄຂລາຍຈ່າຍງົບປະມານໃນແຕ່ລະປີຕາມຕົວເລກຮັບຮອງຈາກສະພາ. ພ້ອມນັ້ນ, ກໍໄດ້ນໍາໃຊ້ງົບປະມານເກີນແຜນຂອງບາງປີມາຊໍາລະໜີ້ໃນລະບົບຄັງເງິນ, ໜີ້ໂຄງການລົງທຶນຂອງລັດຈໍານວນໜຶ່ງ.

5 ເດືອນຕົ້ນປີ 2019 ສາມາດເກັບລາຍຮັບໄດ້ 387,01 ຕື້ກີບ ເທົ່າກັບ 40,24%, ດ້ານລາຍຈ່າຍປະຕິບັດໄດ້ 207,68 ຕື້ກວ່າກີບ ເທົ່າກັບ 37,89%, ປັດຈຸບັນມີໜີ້ຕ້ອງຮັບໃນລະບົບຄັງເງິນ 49,25 ຕື້ ກວ່າກີບ ແລະ ໜີ້ຕ້ອງສົ່ງໃນລະບົບຄັງເງິນ 64,72 ຕື້ກວ່າກີບ, ຍອດເຫຼືອເງິນທັງໝົດ 15,88 ຕື້ ກວ່າກີບ.

ຈາກນັ້ນ, ພິທີກໍໄດ້ມີການເຊັນມອບ – ຮັບໜ້າທີ່ຢ່າງເປັນທາງການລະຫວ່າງ ທ່ານ ບຸນແທນ ທີແກ້ວ ຫົວໜ້າພະແນກການເງິນ ຜູ້ເກົ່າ ແລະ ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນ ຜູ້ໃໝ່. ຫຼັງຈາກນັ້ນ,ໄດ້ມີພິທີເຊັນມອບ – ຮັບຫົວໜ້າສ່ວຍສາອາກອນແຂວງ ລະຫວ່າງ ທ່ານ ກອງຄໍາ ສຸວັນນະໂຊດ ຫົວໜ້າສ່ວຍສາອາກອນ ຜູ້ເກົ່າ ແລະ ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນ ຜູ້ໃໝ່ ໂດຍມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ແລະ ຜູ້ເຂົ້າຮ່ວມທັງໝົດເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານຮອງເຈົ້າແຂວງ ໄດ້ເນັ້ນໃຫ້ຫົວໜ້າພະແນກການເງິນຜູ້ໃໝ່ຈົ່ງສືບຕໍ່ຈັດເກັບລາຍຮັບໃຫ້ບັນລຸຕາມແຜນ, ສືບຕໍ່ແກ້ໄຂບັນຫາໜີ້ສິນສາທາລະນະຕ່າງໆ, ເອົາໃຈໃສ່ແກ້ໄຂຂອດການປະສານງານໃນແຕ່ລະແໜງການໃນຂົງເຂດການເງິນໃຫ້ເປັນລະບົບຕໍ່ເນື່ອງ, ສືບຕໍ່ກໍ່ສ້າງ ແລະ ຂະຫຍາຍພັກ – ພະນັກງານໃຫ້ກວ້າງຂວາງ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນພະແນກໃຫ້ເປັນປຶກແຜ່ນ.

( ໂດຍ: ອຸ່ນເຮືອນ ໂພທິລັກ )