ທ່ານ​ເຈົ້າ​ແຂວງສະຫວັນນະເຂດ​ ລົງ​ຕິດ​ຕາມ​ການ​ເກັບ​ລາຍ​ຮັບທີ່​ດິນ ​ຜ່ານ​ລະ​ບົບ​ທະ​ນາ​ຄານ

70

ທ່ານ ສັນຕິພາບ ພົມວິຫານ ພ້ອມດ້ວຍພະແນກການກ່ຽວ ຂ້ອງຈຳນວນໜຶ່ງຂອງແຂວງ ສົມທົບກັບຄະນະການນຳນະ ຄອນໄກສອນ ພົມວິຫານ ໄດ້ ລົງຕິດຕາມເບິ່ງສະພາບການ ຈັດຕັ້ງປະຕິບັດການເກັບລາຍ ຮັບພາສີທີ່ດິນຜ່ານລະບົບທະ ນາຄານຢູ່ທີ່ທະນາຄານການ ຄ້າຕ່າງປະເທດລາວມະຫາ ຊົນສາຂາແຂວງສະຫວັນນະ ເຂດ ເຊິ່ງໃຫ້ການຕ້ອນຮັບຂອງ ທ່ານ ນາງ ຈັນຖະໜອມ ມູນ ລາດຊະວົງ ຫົວໜ້າສາຂາທະ ນາຄານການຄ້າຕ່າງປະເທດ ລາວມະຫາຊົນ ແລະພະນັກ ງານທະນາຄານດັ່ງກ່າວ.

ໂອກາດນີ້, ທ່ານເຈົ້າແຂວງ ກໍ່ໄດ້ມີການສອບຖາມເຖິງຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ ແລະສິ່ງໃດ ທີ່ຍັງເປັນຊ່ອງຫວ່າງທີ່ຈະ ພາໃຫ້ເກີດມີການສວຍໂອກາດ ທັງນີ້ກໍ່ເພື່ອນຳສະເໜີລັດຖະ ບານແກ້ໄຂໃນຕໍ່ໜ້າ ໂດຍໃນ ປີ 2019 ນີ້, ແມ່ນເປັນປີລິ ເລີ່ມປ່ຽນຮູບແບບການເກັບ ລາຍຮັບພາສີທີ່ດິນຜ່ານລະ ບົົບທະນາຄານ ໂດຍແມ່ນທະ ນາຄານການຄ້າຕ່າງປະເທດ ລາວມະຫາຊົນ ແລະຕົວແທນຂອງທະນາຄານເປັນຜູ້ຈັດຕັ້ງປະຕິບັດ. ຜ່ານການສອບ ຖາມຢ່າງກົງໄປກົງມາ ແລະ ຮັບຟັງການລາຍງານຈາກຜູ້ ຮັບຜິດຊອບຂອງທະນາຄານ ແລ້ວ, ເຫັນວ່າກໍ່ຍັງມີຂໍ້ຫຍຸ້ງ ຍາກຢູ່ ເນື່ອງຈາກວ່າລະບົບ ຖານຂໍ້ມູນແມ່ນຍັງບໍ່ທັນມີການ ເຊື່ອມຕໍ່ກັນລະຫວ່າງທະນາ ຄານກັບກະຊວງຊັບພະຍາ ກອນທຳມະຊາດ ແລະສິ່ງແວດ ລ້ອມ ພາໃຫ້ການຈັດຕັ້ງປະຕິ ບັດວຽກງານຕົວຈິງຍັງພົບ ຄວາມຫຍຸ້ງຍາກ ສະນັ້ນຈະຕ້ອງໄດ້ມີການນຳສະເໜີລັດຖະບານແກ້ໄຂ.

ພ້ອມນັ້ນ, ທ່ານເຈົ້າແຂວງຍັງເນັ້ນທາງທະ ນາຄານ ໃຫ້ເອົາໃຈໃສ່ໃນການ ບໍລິການໃຫ້ທົ່ວເຖິງ ເພື່ອສ້າງ ຄວາມຂໍ້ສະດວກແກ່ປະຊາຊົນ ໃຫ້ຫຼາຍທີ່ສຸດ ແນໃສ່ເພື່ອເຮັດ ໃຫ້ການຈັດເກັບພາສີທີ່ດິນເຂົ້າ ງົບປະມານໃນປີນີ້ບັນລຸໄດ້ ຕາມແຜນການທີ່ວາງໄວ້.ສຳລັບການເກັບຄ່າພາສີທີ່ດິນ ນອກຈາກຊຳລະຜ່ານລະບົບ ທະນາຄານແລ້ວຍັງສາມາດ ຈ່າຍຜ່ານບ້ານ, ໜ່ວຍບໍລິການ ຂອງທາງ​ທະນາຄານການຄ້າ ແລະຕົວແທນຂອງທະນາຄານ ເຊິ່ງຜ່ານການຈັດຕັ້ງປະຕິບັດ ການເກັບພາສີທີ່ດິນຜ່ານລະ ບົບທະນາຄານຂອງແຂວງສະຫວັນນະເຂດມາຮອດວັນທີ 12 ເດືອນມິຖຸນານີ້ບັນລຸໄດ້ແລ້ວ 12,27 ຕື້ກວ່າກີບ ແລະຍັງມີ ຄ່າປັບໃໝພາສີທີ່ດິນອີກ 19,72 ລ້ານກວ່າກີບ. ໂອ ກາດດຽວກັນນີ້, ຍັງໄດ້ມີການ ສອບຖາມເຖິງການເກັບຄ່າທຳ ນຽມທາງຕື່ມອີກ ເຊິ່ງບັນຫາ ທີ່ຫຍຸ້ງຍາກ ແມ່ນລະບົບບໍ່ສາ ມາດເຫັນໂຕເລກລາຍຮັບຂອງ ແຂວງໄດ້ ເນື່ອງຈາກໂຕເລກ ດັ່ງກ່າວແມ່ນຈະຂຶ້ນໄປລວມ ສູນທີ່ສູນກາງບ່ອນດຽວເຮັດ ໃຫ້ການຈະລົງຊຸກຍູ້ການເກັບ ລາຍຮັບດັ່ງກ່າວພົບຄວາມ ຫຍຸ້ງຍາກພໍສົມຄວນ ເຊິ່ງເດືອນ ມິຖຸນານີ້້ ກໍ່ເປັນເດືອນສຸດທ້າຍ ຂອງການເກັບຄ່າທຳນຽມ ທາງປະຈຳປີ 2019.

ຫຼັງຈາກນັ້ນ, ທ່ານສັນຕິ ພາບ ພົມ​ວິ​ຫານ ພ້ອມຄະນະ ກໍ່ຍັງໄດ້ລົງຕິດຕາມ ແລະສອບ ຖາມສະພາບຄວາມສະດວກ ຫຍຸ້ງຍາກ ໃນການເກັບພາສີທີ່ ດິນຜ່ານລະບົບທະນາຄານຢູ່ ບ້ານອຸດົມວິໄລນະຄອນໄກ ສອນ ພົມວິຫານ ໂອກາດນີ້, ທ່ານກໍ່ໄດ້ໃຫ້ກຽດໂອ້ລົມແລະ ໃຫ້ທິດຊີ້ນຳບາງບັນຫາຕໍ່ຄະ ນະພັກ-ອຳນາດການປົກຄອງ ແລະປະຊາຊົນບ້ານດັ່ງ​ກ້າວ ໂດຍສະເພາະເລື່ອງການເກັບ ພາສີທີ່ດິນ, ການຈັດສັນຕະ ຫຼາດ ແລະຄວາມເປັນລະບຽບ ຮຽບຮ້ອຍຕາມເສັ້ນທາງເລກ 9 ທີ່ນອນຢູ່ໃນບ້ານ ດັ່ງກ່າວ ນຳອີກ./.

ທີ່ມາ:ສະຫວັນພັດທະນາ ຂ່າວ / Savanhphuttana News