ທ່ານເຫຣິນ ກ່າວ ອາເມຣິກາ ບໍ່ສາມາດຢຸດຢັ້ງການເດີນໜ້າພັດທະນາຂອງຫົວເຫວີ່ຍ ໄດ້

42

ສໍານັກຂ່າວຊິນຫົວ ຂອງຈີນ ລາຍງານວ່າ ທ່ານເຫຣິນ ເຈິ້ງເຟີຍ ຜູ້ກໍ່ຕັ້ງ ແລະ ຊີອີໂອຂອງຫົວເຫວີ່ຍ ກ່າວເມື່ອ ວັນຈັນ ທີ 17 ມິຖຸນາ ວ່າ “ການໂຈມຕີຈາກສະຫະລັດບໍ່ສາມາດຢຸດຢັ້ງໃຫ້ຫົວເຫວີ່ຍ ເດີນໜ້າພັດທະນາຢ່າງມີປະສິດທິພາບໄດ້”.

ທ່ານໄດ້ ປະເມີນ ວ່າ ລາຍໄດ້ຂອງຫົວເຫວີ່ຍອາດຈະຫຼຸດລົງປະມານ ແສນລ້ານໂດລາ (ປະມານ 8,66 ແສນຕື້ກີບ) ໃນປີ 2019  ແລະ ປີຖັດໄປ ແຕ່ຄາດວ່າລາຍໄດ້ຈະຟື້ນຕົວດີຂຶ້ນ ໃນປີ 2021.

ในภาพอาจจะมี 1 คน, กำลังนั่ง

ທ່ານກ່າວອີກວ່າ ເປົ້າໝາຍຫຼັກຄື “ການສ້າງຄວາມຕື່ນຕົວ ແລະ ຊ່ວຍເຫຼືອຜູ້ຄົນຈໍານວນຫຼາຍຫຼຸດພົ້ນຈາກຄວາມທຸກຍາກ” ໂດຍອາໄສການຮ່ວມມື ແລະ ການພັດທະນາເພື່ອຕອບໂຈດຄວາມຕ້ອງການຂອງມະນຸດ.

ในภาพอาจจะมี 4 คน, สถานที่กลางแจ้ง

ວາທະດັ່ງກ່າວ ໄດ້ເກີດຂຶ້ນລະຫວ່າງທີ່ ທ່ານເຫຣິນໄດ້ສົນທະນາກັບຈັອດ ກິລເດີ ນັກຄາດການອະນາຄົດ (Futurologist) ຊາວສະຫະລັດ ແລະ ນິໂຄລັສ ເນໂກຣພອນຕີ ຜູ້ຮ່ວມກໍ່ຕັ້ງມີເດຍແລັບຂອງສະຖາບັນເທັກໂນໂລຢີແມສຊາຊູເຊັດ (MIT: Massachusetts Institute of Technology) ທີ່ສໍານັກງານໃຫຍ່ຫົວເຫວີ່ຍ ໃນເມືອງເຊິນເຈີ້ນ.