ປະຊາຊົນກຸ່ມພູສູງເມືອງພູຄູນ ມີເສັ້ນທາງເຂົ້າຫາເຂດການຜະລິດແລ້ວ

61

ເສັ້ນທາງຖືເປັນປັດໃຈສຳຄັນ ໃນການໃຊ້ຊີວິດຂອງປະຊາຊົນໃນການໄປມາຫາສູ່ ເຮັດການຜະລິດ ແລະ ຄ້າຂາຍອໍານວຍຄວາມສະດວກແກ່ການຄົມມະນາຄົມ ພັກ-ລັດ ຈິ່ງເອົາໃຈໃສ່ເປັນພິເສດໃນການກໍ່ສ້າງ ແລະປົວແປງ, ປັບປຸງເສັ້ນທາງທົ່ວປະເທດຢູ່ໃຫ້ສາມາດສັນຈອນໄດ້ປົກກະຕິ.

ໃນວັນທີ 13 ມິຖຸນາ 2019 ທີ່ບ້ານແດນສູງ ໄດ້ມີການຈັດພິທີມອບ-ຮັບໂຄງການສ້ອມແປງເສັ້ນທາງເປັນຈຸດໄປຫາເຂດຜະລິດບ້ານພູສູງ ເມືອງພູຄູນ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳພັນ ພະນິນທອງ ຮອງເຈົ້າເມືອງພູຄູນ ປະທານຊີ້ນຳກອງທຶນຫລຸດຜ່ອນຄວາມທຸກຍາກເມືອງ ( ທລຍ ) ທ່ານ ໄຊເພັດ ແກ້ວນິນພັນ ຮອງກຸ່ມບ້ານພູສູງ, ຄະນະກຳມະການຂັ້ນເມືອງ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ, ທລຍ, ບໍລິສັດ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບ້ານເຂົ້າຮ່ວມ.
ໂຄງການສ້ອມແປງທາງນີ້ ເປັນຈຸດໄປຫາເຂດຜະລິດບ້ານ ພູສູງ ໄລຍະທາງຍາວ 3,6 ກິໂລແມັດ ໂດຍແມ່ນບໍລິສັດ ພູລິພັນ ກໍສ້າງ – ຂົວທາງຈຳກັດ ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ຮັບທຶນສະໜັບສະໜູນຈາກກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) III ຮອບວຽນທີ 16 ໃນງົບປະມານ 95 ລ້ານກ່ວາກີບ.

ໜ້າວຽກທີ່ຈັດຕັ້ງມີີວຽກຕັດດິນຂະຫຍາຍໜ້າທາງ 100 ແມັດ ຈຳນວນ 1,470 ແມັດກ້ອນ, ວຽກປູຫີນກາບ 510 ແມັດ ຈໍານວນ 408 ແມັດກ້ອນ, ວຽກຍົກຍ້າຍດິນເຈື່ອນ 100 ແມັດ ຈໍານວນ 1,042 ແມັດກ້ອນ, ວຽກປັບເກດໜ້າທາງເປັນຈຸດ 11,025 ແມັດກ້ອນ, ວຽກທໍ່ຫລອດທາງ P 80 ຈໍານວນ 1 ຈຸດ ແລະ ເສົ່ານິລະໄພ 4 ຫຼັກ, ປ້າຍໂຄງການຂະຫນາດ 60×120 ຊັງຕີແມັດ 1 ອັນ ນອກຈາກງົບປະມານທີ່ໂຄງການສະໜອງໃຫ້ແລ້ວ ກໍ່ຍັງມີການປະກອບສ່ວນຂອງຊຸມຊົນໃນງົບປະມານ 12 ລ້ານກວ່າກີບ.

ຈາກນັ້ນ ຕາງໜ້າບໍລິສັດ ພູລິພັນ ກໍສ້າງ – ຂົວທາງຈຳກັດ ກໍ່ໄດ້ມອບໂຄງການໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລ້ວສົ່ງມອບຕໍ່ໃຫ້ກັບຊຸມຊົມ ເຊື່ອແນ່ວ່ານັບແຕ່ນີ້ໄປປະຊາຊົນຈະໄດ້ຊົມໃຊ້ເສັ້ນທາງໄປສູ່ເຂດຜະລິດບ້ານ ພູສູງ ທີ່ດີສະດວກສະບາຍໄດ້ຍາວນານ ຄຽງຄູ່ກັບຕ້ອງມີການປົກປັກຮັກສາໃຫ້ມີຄວາມຍືນຍົງຮ່ວມກັນ,.
ນອກນັ້ນແລ້ວ ພາຍຫລັງມອບຮັບຢ່າງເປັນທາງການ ບໍລິສັດຍັງຈະໄດ້ຄໍ້າປະກັນເປັນເວລາ 3 ເດືອນ ເພື່ອສ້ອມແປງບາງຈຸດທີເປເພ່ເປັນຕົ້ນແມ່ນ ຊ່ວງລົງຫີນກາບທີ່ເຫັນວ່າມີການເຊາະເຈື່ອນ ແລະ ຮອງລະບາຍນໍ້າ.

ຂໍ້ມູນຈາກ: ນ. ໄລວັນ ໄຕຍະມາດ.