ປະເມີນມາດຕະຖານພົ້ນທຸກ ມີຕົວຊີ້ວັດທີ່ຢາກໃຫ້ເຂົ້າໃຈ

162

ເພື່ອເປົ້າໝາຍການເອົາ ສປປ ລາວອອກຈາກປະເທດດ້ອຍພັດທະນາ ແລະປະກາດລົບລ້າງອອກຈາກຄວາມທຸກຍາກຢ່າງສິ້ນເຊິງນັ້ນຮຽກຮ້ອງໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນໃນທຸກດ້ານ ໂດຍສະເພາະແມ່ນປັດໄຈປິ່ນອ້ອມການດຳລົງຊີວິດປະຈຳວັນ ແລະການມີລາຍຮັບທີ່ແນ່ນອນ.
ເພື່ອເປົ້າໝາຍດັ່ງກ່າວລັດຖະບານໄດ້ເອົາບັນດາມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ (ອີງຕາມດຳລັດຂອງລັດຖະບານສະບັບເລກທີ 348/ລບ ລົງວັນທີ 16 ພະຈິກ 2017) ມາເປັນໂຕຊີ້ວັດ ໃນນັ້ນໜຶ່ງຕົວຊີ້ວັດແມ່ນກ່ຽວກັບຄອບຄົວວ່າ ຕ້ອງມີລາຍໄດ້ສະເລ່ຍສູງກວ່າຄ່າສະເລ່ຍຂອງເຂດແຄວ້ນ ຫຼື ສູງກວ່າ 5,6 ລ້ານກີບ/ຄົນ/ປີ ຫຼື ປະມານ 700 ໂດລາ/ຄົນ/ປີ.

ທາງແຂວງ ຄໍາມ່ວນ ເມືອງ ມະຫາໄຊ ໄດ້ດຳເນີນການເຮັດທົດລອງຜັນຂະຫຍາຍດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ມາແລ້ວ ແລະ ໄດ້ມີພິທີປິດການປະເມີນລົງໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2019 ສາມາດສະຫຼຸບໄດ້ ດັ່ງນີ້:

ທ່ານ ອີນທະວົງ ພົມມະຈັນ ຫົວໜ້າຫ້ອງວ່າການເມືອງ ຜ່ານບົດສະຫລຸບ ດັ່ງກ່າວວ່າ: ຜົນຂອງການເກັບກຳຂໍ້ມູນ ຄອບຄົວພົ້ນທຸກ ແລະ ຄອບຄົວພັດທະນາ ບ້ານປ່າໜາມມີທັງໝົດ 318 ຄອບຄົວ, ມີພົນລະເມືອງທັງໝົດ 1.653 ຄົນ, ຍິງ 840 ຄົນ, ຂໍ້ມູນເກັບຕົວຈິງ 304 ຄອບຄົວ, ມີພົນລະເມືອງ 1.596 ຄົນ, ຍິງ 811 ຄົນ, ຈຳນວນຄອບຄົວ ທີ່ບັນລຸມາດຕະຖານຄອບຄົວພົ້ນທຸກມີ: ບັນລຸຄົບ 6 ມາດຕະຖານມີ 161 ຄອບຄົວ ເທົ່າກັບ 52,96%, ບັນລຸ 5 ມາດຕະຖານມີ 58 ຄອບຄົວ ເທົ່າກັບ 19,08%, ບັນລຸ 4 ມາດຕະຖານມີ 32 ຄອບຄົວ ເທົ່າກັບ 10,53%, ບັນລຸຕໍ່າກ່ວາ 4 ມາດຕະຖານມີ 52 ຄອບຄົວ ເທົ່າກັບ 17,11%.

ຈຳນວນຄອບຄົວທີ່ບັນລຸ ຕາມມາດຕະຖານຄອບຄົວພັດທະນາມີ: ບັນລຸຄົບ 19 ຕົວຊີ້ບອກມີ 138 ຄອບຄົວ ເທົ່າກັບ 45,39%, ບັນລຸ 18 ຕົວຊີ້ບອກມີ 33 ຄອບຄົວ ເທົ່າກັບ 10,86%, ບັນລຸ 17 ຕົວຊີ້ບອກມີ 35 ຄອບຄົວ ເທົ່າກັບ 11,51%, ບັນລຸ 16 ຕົວຊີ້ບອກລົງມາມີ 94 ຄອບຄົວ ເທົ່າກັບ 30,92%, ຕົວຊີ້ບອກທີ່ຄອບຄົວບໍ່ບັນລຸຫຼາຍກວ່າໝູ່ແມ່ນ ຕົວຊີ້ບອກກ່ຽວກັບຄອບຄົວ ທີ່ປະຕິບັດການສຶກສາ ເດັກກ່ອນໄວຮຽນ, ການບໍລິການໃດໜຶ່ງ ຫຼື ອາຊີບອື້ນໆ ທີ່ສ້າງລາຍໄດ້ໝັ້ນຄົງໃຫ້ແກ່ຄອບຄົວບໍ່ຂັດລະບຽບກົດໝາຍມີ 76 ຄອບຄົວ ກວມ 25%, ຕົວຊີ້ບອກກ່ຽວກັບຄອບຄົວ ຕ້ອງມີລາຍໄດ້ສະເລ່ຍສູງກວ່າຄ່າສະເລ່ຍຂອງເຂດແຄວ້ນ ຫຼື ສູງກວ່າ 5,6 ລ້ານກີບ/ຄົນ/ປີ ຫຼື ປະມານ 700 ໂດລາ/ຄົນ/ປີ ບໍ່ບັນລຸມີ 63 ຄອບຄົວ ກວມ 20,72%.

ໃນນັ້ນທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຮັດວຽກຄັ້ງນີ້ ໃຫ້ອຳນາດການປົກຄອງ ບ້ານປ່າໜາມ ແລະ ປະຊາຊົນພາຍໃນບ້ານເພື່ອຊາບ ໂດຍເນັ້ນໜັກເຖິງຄວາມໝາຍ ຄວາມສຳຄັນຂອງການພັດທະນາຕາມມາດຕະຖານ ດຳລັດ 348/ລບ, ບົດແນະນຳ 0830/ກປ ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກ.