ລັດພິຫານ ໃນອິນເດຍ ຮ້ອນ 45 ອົງສາ ພ້ອມໂຣກສະໝອງອັກເສບທີ່ອາດຈະມາຈາກໝາກລິ້ນຈີ່

80

ລັດພິຫານທີ່ຢູ່ທາງພາກເໜືອຂອງປະເທດອິນເດຍ ຜະເຊີນກັບທັງສະພາບອາກາດຮ້ອນອົບເອົ້າໃນເດືອນນີ້ ມີຜູ້ເສຍຊີວິດແລ້ວເກືອບ 80 ຄົນ ແລະ ເດັກຫຼາຍກວ່າ 100 ຄົນ ເສຍຊີວິດຈາກໂຣກສະໝອງອັກເສບ ເຊິ່ງສັນນິຖານວ່າ ມາຈາກສານພິດໃນລິ້ນຈີ່.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງປັດນາ ລັດພິຫານ ປະເທດອິນເດຍ ເມື່ອວັນອັງຄານ ທີ 18 ມິຖຸນາ ວ່າ ລາຍງານຈາກໂຮງໝໍ AKMCH: AL-Khalidi Medical Center and Hospital ຕັ້ງຢູ່ໃນເມືອງມຸຊຊັຟຟາບຸຣະ ແລະ ເປັນໂຮງໝໍຂອງລັດຂະໜາດໃຫຍ່ທີ່ສຸດຂອງລັດພິຫານ ທີ່ຢູ່ທາງພາກຕາເວັນອອກສຽງເຫນືອ ຂອງອິນເດຍ ລາຍງານເມື່ອວັນຈັນ ຈໍານວນເດັກທີ່ເສຍຊີວິດຈາກໂຣກສະໝອງອັກເສບກະທັນຫັນ ຫຼື AES: Acute Encephalitis Syndrome ສະເພາະທີ່ໂຮງໝໍແຫ່ງນີ້ ເພີ່ມເປັນຢ່າງໜ້ອຍ 85 ຄົນ ແລະ ຍັງມີລາຍງານວ່າ ເດັກໄດ້ເສຍຊີວິດຈາກໂຣກດ່ຽວວັນນີ້ ອີກຢ່າງໜ້ອຍ 18 ຄົນ ທີ່ໂຮງໝໍແຫ່ງອື່ນໃນລັດພິຫານ ລວມແລ້ວ 103 ຄົນ ນັບຕັ້ງແຕ່ຕົ້ນເດືອນນີ້.

ในภาพอาจจะมี 1 คน, สถานที่กลางแจ้ง

ທັງນີ້ ເຈົ້າໜ້າທີ່ເຊື່ອວ່າ ສາເຫດການເສຍຊີວິດຂອງເດັກສ່ວນໃຫຍ່ ມາຈາກການຮັບປະທານໝາກລິ້ນຈີ່ ເຊິ່ງການຕັ້ງຂໍ້ສົມມຸດຖານ ວ່າ ມີສານບາງຢ່າງທີ່ “ເປັນພິດ” ໂດຍເດັກສ່ວນໃຫຍ່ມີພາວະສູນເສຍນໍ້າຕານ (Glucose) ໃນເລືອດຢ່າງກະທັນຫັນກ່ອນທີ່ຈະເສຍຊີວິດ ເຖິງວ່າການເສຍຊີວິດຈາກໂຣກເອອີເອັສ ເກີດຂຶ້ນທຸກປີ ໃນລັດພິຫານ ເຊິ່ງເປັນແຫຼ່ງອຸດສາຫະກໍາລິ້ນຈີ່ທີ່ສໍາຄັນຂອງອິນເດຍ ແລະ ໄລຍະນີ້ ເປັນລະດູຂອງໝາກລິ້ນຈີ່ພໍດີ ແຕ່ສະຖານການໃນປີນີ້ ຖືວ່າວິກິດກວ່າປີ 1995 ເຊິ່ງມີຜູ້ເສຍຊີວິດຢ່າງເປັນທາງການຢ່າງໜ້ອຍ 78 ຄົນ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ນອກເໜືອຈາກວິກິດໂຣກເອອີເອັສແລ້ວ ລັດພິຫານກໍາລັງຜະເຊີນກັບສະພາບອາກາດທີ່ຮ້ອນສູງ ໃນຮອບຫຼາຍປີດ້ວຍ ໂດຍອຸນຫະພູມສູງເຖິງ 45 ອົງສາ ຕໍ່ເນື່ອງກັນຫຼາຍວັນແລ້ວ ຈົນທາງການປະກາດເຄີຟິວ ຕັ້ງແຕ່ທ້າຍອາທິດ ຜ່ານມາ ຄວບຄຸມການອອກນອກເຄຫະສະຖານຂອງປະຊາຊົນ ແລະ ການງົດເຮັດວຽກກໍ່ສ້າງກາງແຈ້ງ ລະຫວ່າງ 11:00-16:00 ໂມງ ໃນແຕ່ລະວັນ ໂດຍຈໍານວນຜູ້ເສຍຊີວິດຈາກສະພາບອາກາດຮ້ອນອົບເອົ້າຫຼາຍໃນລັດພິຫານ ຢ່າງນ້ອຍ 78 ຄົນ ສ່ວນໃຫຍ່ອາຍຸ 50 ປີ ແລະ ອີກປະມານ 180 ຄົນ ເຂົ້າຮັບການປິ່ນປົວອາການຈາກລົມແດດ.