ລາວ – ໄທ ຕົກລົງຮ່ວມກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ແຫ່ງທີ V

117

ລັດຖະບານ ລາວ – ໄທ ໄດ້ມີພິທີລົງນາມຂໍ້ຕົກລົງກ່ຽວກັບໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄຳໄຊ – ບຶງການ ) ໃນວັນທີ 14 ມິຖຸນາ 2019 ຜ່ານມາທີ່ຈັງຫວັດບຶງການ ຣາຊະອານາຈັກໄທ ລະຫວ່າງ ທ່ານ ບຸນຈັນ     ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ. ພ້ອມນັ້ນ, ກໍມີແຂກທີ່ຖືກເຊີນຈາກສອງຝ່າຍ ລາວ – ໄທ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄຳໄຊ – ບຶງການ ) ເປັນໂຄງການທີ່ມີຄວາມໝາຍສຳຄັນ ເຊິ່ງນອນໃນແຜນຍຸດທະສາດລະດັບຊາດ ແລະ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ) ຂອງ ສປປ ລາວ, ພາຍໃຕ້ເປົ້າໝາຍ “ ເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ” ເນື່ອງຈາກຂົວດັ່ງກ່າວນີ້ຕັ້ງຢູ່ຈຸດທີ່ຕັ້ງຍຸດທະສາດທີ່ເຊື່ອມຈອດຕາມແລວທາງເສດຖະກິດເໜືອ – ໃຕ້ ທີ່ຜ່ານ ສປປ ລາວ ຕາມແລວປາກຊັນ, ຜ່ານທາງຫຼວງແຫ່ງຊາດເລກທີ 8, ເຂົ້າສູ່ຫວຽດນາມ ໂດຍຜ່ານດ່ານນໍ້າພາວ – ເກົາແຈວ. ດ້ວຍເຫດນີ້, ຂົວແຫ່ງດັ່ງກ່າວຈະຊ່ວຍສ້າງເງື່ອນໄຂອັນສຳຄັນໃນການເພີ່ມທະວີການອຳນວຍຄວາມສະດວກດ້ານຄົມມະນາຄົມ – ຂົນສົ່ງ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງສອງຊາດ ລາວ – ໄທ ໃຫ້ໄດ້ຮັບການຍົກລະດັບ ແລະ ຖືເປັນກຸນແຈດອກສຳຄັນທີ່ຈະເຊື່ອມຕໍ່ຣາຊະອານາຈັກໄທ ດ້ານຕາເວັນອອກສ່ຽງເໜືອ ໄປທາງພາກກາງຂອງຫວຽດນາມ ແລະ ພາກໃຕ້ຂອງ ສປ ຈີນ ໂດຍຜ່ານ ສປປ ລາວ; ດ້ານການຄົມມະນາຄົມ – ຂົນສົ່ງ, ຂົວດັ່ງກ່າວຈະອຳນວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ ແລະ ຜູ້ໂດຍສານ ລະຫວ່າງ ໄທ ຜ່ານ ສປປ ລາວ ໄປຫາ       ສສ ຫວຽດນາມ ເຊິ່ງຈະມີໄລຍະທາງພຽງແຕ່ 150 ກິໂລແມັດ ເຊິ່ງຖືວ່າເປັນໄລຍະທາງທີ່ສັ້ນທີ່ສຸດໃນການເຊື່ອມຈອດ 3 ປະເທດ; ດ້ານການຄ້າ ແລະ ການທ່ອງທ່ຽວ ຂົວແຫ່ງທີ 5 ນີ້ຈະເປັນການເປີດປະຕູສູ່ແຫຼ່ງທ່ອງທ່ຽວຂອງ ສປປ ລາວ ເປັນຕົ້ນແມ່ນແຂວງຊຽງຂວາງ ແລະ ຫົວພັນ ເປີດປະຕູສູ່ແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຫວຽດນາມ ໂດຍຜ່ານແຂວງເງະອານ ເຊັ່ນ: ນະຄອນຫຼວງຮາໂນ້ຍ ແລະ ແຂວງດານັງ ຖ້າຂົວດັ່ງກ່າວກໍ່ສ້າງສຳເລັດ ຄາດຄະເນວ່າປະລິມານການຄ້າຊາຍແດນ ລະຫວ່າງ 3 ປະເທດ ຈະເພີ່ມຂຶ້ນຕາມລຳດັບ, ສະເພາະແຂວງບໍລິຄໍາໄຊ ແມ່ນຈະກາຍເປັນສູນກາງການຂົນສົ່ງ ແລະ ສົ່ງອອກສິນຄ້າປະເພດຕ່າງໆ ແລະ ໃນດ້ານວັດທະນະທຳ – ສັງຄົມ ແມ່ນມີຄວາມໝາຍສໍາຄັນຫຼາຍ ເຊິ່ງເປັນສັນຍະລັກແຫ່ງການຮັດແໜ້ນແຫ່ງສາຍພົວພັນຮ່ວມມືຂອງສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ – ໄທ, ເວົ້າສະເພາະ 2 ແຂວງບໍລິຄໍາໄຊ – ບຶງການ ທີ່ມີປະຫວັດສາດ, ພາສາປາກເວົ້າ ແລະ ວັດທະນະທຳການໄປ – ມາຫາສູ່ຮ່ວມກັນມາດົນນານ, ຖານບ້ານໃກ້ – ເຮືອນຄຽງ.

ຕາມແຜນເບື້ອງຕົ້ນໂຄງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ 5 ຈາກປາກຊັນ ແຂວງບໍລິຄຳໄຊ – ຈັງຫວັດບຶງການ ປະເທດໄທ ມູນຄ່າການກໍ່ສ້າງຈະຢູ່ທີ່ປະມານ3.930 ລ້ານບາດ ມີຄວາມຍາວ 1.350 ແມັດ ຄາດຈະລົງມືກໍ່ສ້າງໃນເດືອນມິຖຸນາ 2019 ນີ້ ຕາມແຜນແມ່ນຈະໃຊ້ເວລາໃນການກໍ່ສ້າງ 36 ເດືອນ ຫຼື ປະມານ 3 ປີ ຈຶ່ງຈະສຳເລັດ.

ສຳລັບຂົວມິດຕະພາບແຫ່ງທີ 1 ລາວ – ໄທ ມີຄວາມຍາວ 1.170 ແມັດ ມູນຄ່າກໍ່ສ້າງ 30 ລ້ານໂດລາສະຫະລັດ ເລີ່ມກໍ່ສ້າງປີ 1991 – 1994 ເຊື່ອມຈອດລະຫວ່າງ ນະຄອນຫຼວງວຽງຈັນ – ຈັງຫວັດໜອງຄາຍ, ຂົວມິດຕະພາບ ແຫ່ງທີ 2 ລາວ – ໄທ ສະຫວັນນະເຂດ – ມຸກດາຫານ ຍາວ 2.050 ແມັດ ມູນຄ່າກໍ່ສ້າງ 70 ລ້ານໂດລາສະຫະລັດ ໄລຍະກໍ່ສ້າງ 2003 – 2006, ຂົວມິດຕະພາບ ແຫ່ງທີ 3 ລາວ – ໄທ ຄຳມ່ວນ – ນະຄອນພະນົມ ຍາວ 780 ແມັດ ດ້ວຍງົບປະມານ 1.700 ລ້ານບາດ ເລີ່ມກໍ່ສ້າງປີ 2009 – 2012 ແລະ ຂົວມິດຕະພາບແຫ່ງທີ 4 ລາວ – ໄທ ຫ້ວຍຊາຍ ແຂວງບໍ່ແກ້ວ – ຊຽງຂອງ ຈັງຫວັດຊຽງຣາຍ ມີຄວາມຍາວ 2.480 ແມັດ ມູນຄ່າ 1.624 ລ້ານບາດ ເປີດນໍາໃຊ້ໃນປີ 2013 ຂົວແຫ່ງນີ້ຈະຜ່ານເສັ້ນທາງ R3 ເຊື່ອມຈອດ ໄທ – ລາວ – ຈີນ ຈາກຊຽງຂອງ – ບໍ່ແກ້ວ – ຫຼວງນ້ຳທາ – 12 ພັນນາ ສປ ຈີນ.

( ຂ່າວ: ສຸລິນ, ຮູບ: ກະຊວງ ຍທຂ )