ສກຈຮ ຈໍາປາສັກ ຕັ້ງເປົ້າມອບພັນທະໃຫ້ລັດ 1,7 ຕື້ກີບ

71

ໃນປີ 2019 ນີ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາສັກ ຈໍາກັດ ຈະສູ້ຊົນປະກອບສ່ວນມອບພັນທະອາກອນໃຫ້ແກ່ລັດໃຫ້ໄດ້ເພີ່ມຂຶ້ນຈາກປີຜ່ານມາ ໂດຍໄດ້ມີການຄາດຄະເນຈໍານວນເງິນຢ່າງຕໍ່າ 1,7 ຕື້ກວ່າກີບ.

ທ່ານ ໜູເຄືອບ ສິດທິເດດ ຜູ້ອໍານວຍການໃຫຍ່ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ( ສກຈຮ ) ຈໍາປາສັກ ຈໍາກັດ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະການດໍາເນີນທຸລະກິດໃນ 4 ປີຜ່ານມາ, ສກຈຮ ຈໍາປາສັກ ໄດ້ມີການສ້າງລາຍຮັບ ແລະ ມີກໍາໄລເປັນກ້າວໆ ຈົນມາເຖິງທ້າຍປີ 2018 ສກຈຮ ໄດ້ມີກໍາໄລ 5 ຕື້ກວ່າກີບ ແລະ ໄດ້ແຈ້ງເສຍອາກອນກໍາໄລ ຈໍານວນ 1,24 ຕື້ກວ່າກີບ ໃນທ້າຍເດືອນເມສາ 2019 ຜ່ານມາ. ນອກຈາກນັ້ນ, ຕະຫຼອດປີ 2018 ຜ່ານມາ ພະນັກງານ ສກຈຮ ຈໍາປາສັກ ໄດ້ມີການແຈ້ງເສຍອາກອນລາຍໄດ້ຂອງພະນັກງານ ລວມໃນ 4 ແຂວງພາກໃຕ້ ຈໍານວນ 398 ລ້ານກວ່າກີບ ເຊິ່ງເປັນພັນທະຂອງຜູ້ອອກແຮງງານທຸກຄົນຕ້ອງໄດ້ຊໍາລະໃຫ້ຖືກຕ້ອງຕາມກົດໝາຍ ລວມທັງອາກອນກໍາໄລ ແລະ ອາກອນເງິນເດືອນທີ່ມອບແມ່ນຈໍານວນ  1,60 ຕື້ກີບ.

ສໍາລັບໃນຕໍ່ໜ້າ ສກຈຮ ຈໍາປາສັກ ມີແຜນຂະຫຍາຍການບໍລິການໃຫ້ ກວ້າງຂວາງຂຶ້ນກວ່າເກົ່າ ເພື່ອແນໃສ່ການບໍລິການລູກຄ້າຢ່າງທົ່ວເຖິງໃນທຸກຂົງເຂດ, ແນໃສ່ຂໍສ້າງຕັ້ງໜ່ວຍບໍລິການເພີ່ມຢູ່ແຂວງເຊກອງ, ສ່ວນລາຍຮັບ ສກຈຮ ຈໍາປາສັກ ໄດ້ຄາດຄະເນລາຍຮັບໝົດປີ 2019 ຈະເພີ່ມຂຶ້ນຈາກປີ 2018 ໃນອັດຕາສ່ວນກວ່າ 8%. ນອກຈາກນີ້, ຍັງໄດ້ມີການຄາດຄະເນແຜນໃນການມອບພັນທະອາກອນໃຫ້ແກ່ລັດ ຈໍານວນ 1,71 ຕື້ ກວ່າກີບ ເຊິ່ງແຍກເປັນອາກອນກໍາໄລ 1,31 ຕື້ກວ່າກີບ ແລະ ອາກອນເງິນເດືອນ 409 ລ້ານກວ່າກີບ.

ທ່ານ ໜູເຄືອບ ສິດທິເດດ ກ່າວຕື່ມວ່າ: ການເຕີບໃຫຍ່ຂະຫຍາຍຕົວຂອງ ສກຈຮ ຈໍາປາສັກ ມີການຂະຫຍາຍຕົວດັ່ງທຸກວັນນີ້ ເນື່ອງມາຈາກໄດ້ຮັບການອູ້ມຊູຍູ້ໜູນຈາກພາກລັດຖະບານ ກໍຄືອໍານາດການປົກຄອງແຂວງ ທຸກຂັ້ນທີ່ໄດ້ໃຫ້ທິດຊີ້ນໍາອັນຖືກຕ້ອງສອດຄ່ອງ ພ້ອມທັງໃຫ້ຄໍາຕັກເຕືອນແນະນໍາຢ່າງເປັນປະຈໍາ ເພື່ອຮັບປະກັນໃຫ້ສະຖາບັນການເງິຂອງພວກເຮົາໄດ້ເຕີບໂຕຂຶ້ນຢ່າງມີຄວາມໝັ້ນຄົນ ແລະ ຍືນຍົງ ພ້ອມທັງສົ່ງຜົນປະໂຫຍດໃຫ້ແກ່ລູກຄ້າ ແລະ ສັງຄົມ.

ປັດຈຸບັນ ສກຈຮ ຈໍາປາສັກ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນຄົງ ຈົນກວມເອົາໃນ 10 ຕົວເມືອງຂອງແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ ເຊິ່ງໃນປີ 2018 ຜ່ານມາ ສກຈຮ ຈໍາປາສັກ ຖືເປັນປີແຫ່ງຜົນສໍາເລັດສູງ ທຸລະກິດມີການຂະຫຍາຍຕົວຢ່າງໜ້າເພິ່ງພໍໃຈ ພ້ອມທັງໄດ້ຮັບຄວາມເຊື່ອໝັ້ນຈາກພາກລັດອະນຸຍາດໃຫ້ສ້າງຕັ້ງໜ່ວຍບໍລິການ 2 ແຫ່ງ ຄື: ຢູ່ແຂວງສາລະວັນ ແລະ ແຂວງອັດຕະປື. ນອກຈາກນີ້, ປັດຈຸບັນກໍາລັງຂໍອະນຸຍາດສ້າງຕັ້ງໜ່ວຍບໍລິການເພີ່ມອີກ 1 ແຫ່ງທີ່ ແຂວງເຊກອງ.

[ ໂດຍ: ໂພທິຣາຊ ]