ອາກາດຈະຮ້ອນຂຶ້ນ ພ້ອມມີຝົນຕົກຟ້າຮ້ອງຕະຫຼອດອາທິດນີ້

35

ອາທິດນີ້ ອາກາດຈະຮ້ອນຂຶ້ນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຕາມລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 17 ຫາ 23 ມິຖຸນາ 2019 ວ່າ: ໃນໄລຍະວັນທີ 17 ຫາ 20 ມິຖຸນາ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງປານກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທ່ົວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ຈາກນັ້ນວັນທີ 21 ຫາ 23 ມິຖຸນາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກຳລັງລົງປົກຍັງສືບຕໍ່ພັດປົກຄຸ້ມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ກາງຄືນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 17 ຫາ 20 ມິຖຸນາ ອາກາດຈະຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ແລະ ຊຽງຂວາງ. ຈາກນັ້ນວັນທີ 21 ຫາ 23 ມິຖຸນາ ອາກາດຈະຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 17 ຫາ 23 ມິຖຸນາ ອາກາດຈະຮ້ອນ, ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ.

 

ພາກກາງ: ໃນໄລຍະວັນທີ 17 ຫາ 21 ມິຖຸນາ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ. ຈາກນນັ້ນໃນວັນທີ 22 ຫາ 23 ມິຖຸນາ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ, ແລະ ເມືອງນາກາຍ: ໄລຍະວັນທີ 17 ຫາ 21 ມິຖຸນາ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກໜັກຢູ່ບາງບໍລິເວນ.
ພາກໃຕ້: ໃນໄລຍະວັນທີ 17 ຫາ 23 ມິຖຸນາ ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 17 ຫາ 23 ມິຖຸນາ ອາກາດຈະເຢັນໃນຕອນເຊົ້າ ແລະ ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ .
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 17 ຫາ 23 ມິຖຸນາ ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ.