ອີກອາທິດດຽວເທົ່ານັ້ນ ໝົດເຂດເສຍຄ່າທາງກາຍນັ້ນປັບໃໝ

61

ຜູ້ໃຊ້ລົດໃຊ້ຖະໜົນໃຫ້ຮີບຮ້ອນໄປປະຕິບັດພັນທະຂອງຕົນເສຍຄ່າທາງປະຈຳປີ ຫຼັງຈາກທີ່ທາງການເພິ່ນເລື່ອນເວລາໃຫ້ແລ້ວ 3 ເດືອນກ່ອນໜ້ານີ້,  ຈາກນີ້ໄປຍັງເຫຼືອເວລາພຽງອາທິດດຽວຖ້າກາຍວັນເວລາທີາກຳນົດຈະຖືກປັບໃໝ ຫຼາຍຄົນທີ່ມີປະສົບການຈາກປີ 2018 ຈະເຂົ້າໃຈດີປັບໃໝແທ້.

ພາບປະກອບຂ່າວ

ປົກກະຕິຂອງການເສຍຄ່າທຳນຽມທາງ ແມ່ນນັບແຕ່ເດືອນມັງກອນ ຮອດເດືອນມີນາ ຂອງທຸກໆປີ ເຊິ່ງເປັນໄລຍະເວລາທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະມີພັນທະເສຍຄ່າທຳນຽມທາງປະຈຳປີ​, ຖ້າບໍ່ເສຍຄ່າທໍານຽມຕາມກົດເວລາດັ່ງກ່າວ ທີ່ໄດ້ກໍານົດໄວ້ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ  IV ຂໍ້ 2.ຂ ຂອງຄໍາແນະນໍາສະບັບເລກທີ 3455/ກງ ລັງວັນທີ 10​ ຕຸລາ 2017

ແຕ່ສໍາລັບປີ 2019 ນີ້ ຫຼັງຈາກທີ່ກະຊວງການເງິນ ໄດ້ອອກແຈ້ງການ ສະບັບເລກທີ 0526/ກງ ລົງວັນທີ 15 ກຸມພາ 2019 ໃຫ້ເສຍຄ່າທຳນຽມທາງ ປະຈຳປີ 2019 ສະບັບທໍາອິດໄປ ແລະ ໃນເວລາຕໍ່ມາ ໄດ້ມີການເລື່ອນໄລຍະເວລາການເກັບຄ່າທໍານຽມທາງອອກໄປອີກ 3 ເດືອນ ຕາມແຈ້ງການ ສະບັບທີ 0975/ກງ ລົງວັນທີ 01 ເມສາ 2019 ແມ່ນກຳນົດການຊຳລະຄ່າທຳນຽມທາງປະຈຳປີ 2019 ມື້ສຸດທ້າຍເປັນ ວັນທີ 30 ມິຖຸນາ 2019ນີ້.

ຖ້າກາຍກໍານົດດັ່ງກ່າວນັບແຕ່ວັນທີ 1​ກໍລະກົດ ຮອດ 31 ທັນວາ 2019 ແມ່ນຈະຖືກປັບໃໝ 0,1% ຕໍ່ມື້ຂອງມູນຄ່າທີ່ຈະຕ້ອງເສຍຄ່າທຳນຽມປະຈຳປີ ຕາມທີ່ໄດ້ກຳນົດໄວ້ໃນ  IV ຂໍ້ 2.ຂ ຂອງຄໍາແນະນຳຈັດຕັ້ງປະຕິບັດລັດຖະບັນຍັດວ່າດ້ວຍຄ່າທໍານຽມທາງ ສະບັບເລກທີ 3455/ກງ ລັງວັນທີ 10​ຕຸລາ 2017.

ດັ່ງນັ້ນ ຫາກໃຜທີ່ຍັງບໍ່ທັນໄດໄປຊໍາລະ ກໍຮີບຟ້າວໆໄປຊໍາລະໃຫ້ຮຽບຮ້ອຍ ເພື່ອຄວາມເປັນລະບຽບ, ບໍຂັດຕໍ່ກົດຈາລະຈອນ ແລະ ບໍ່ຖືກປັບໃໝອີກດ້ວຍ.