ເກີດແຜ່ນດິນໄຫວຮຸນແຮງ ໃນເສສວນ ປະເທດຈີນ ເສຍຊີວິດແລ້ວ 12 ເຈັບ 134 ຄົນ

44

ເກີດເຫດແຜ່ນດິນໄຫວຮຸນແຮງ ວັດແທກໄດ້ 6,0 ແມັກນິຈູດ ເມື່ອວັນຈັນ ຜ່ານມາ ໃນມົນທົນເສສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 12 ຄົນ ບາດເຈັບກວ່າຮ້ອຍຄົນ ແລະ ບໍ່ມີທີ່ຢູ່ອາໄສກວ່າ 4 ພັນຄົນ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 18 ມິຖຸນາ ວ່າ ລັດຖະບານທ້ອງຖິ່ນຂອງເມືອງຍີ່ປິງ ມົນທົນເສສວນ ທາງພາກຕາເວັນຕົກສຽງໃຕ້ ຂອງປະເທດຈີນ ອອກຖະແຫຼງການວ່າ ມີປະຊາຊົນໄຮ້ທີ່ຢູ່ອາໄສກວ່າ 4 ພັນຄົນ ເພາະອາຄານບ້ານເຮືອນໄດ້ຮັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວຮຸນແຮງ ວັດແທກໄດ້ 6,0 ແມັກນິຈູດ ເມື່ອວັນຈັນ ທີ່ຜ່ານມາ ທີ່ນອກເມືອງຍີ່ປິງຂອງມົນທົນເສສວນ ເຊິ່ງສະຖານີໂທລະທັດຊີຊີທີວີ ໄດ້ເຜີຍແຜ່ພາບເຫດການຂະນະເຈົ້າໜ້າທີ່ກູ້ໄພໃຫ້ຄວາມຊ່ວຍເຫຼືອນໍາຕົວຜູ້ລອດຊີວິດຂຶ້ນມາຈາກຊາກອາຄານທີ່ຫັກເພຖະຫຼົ່ມລົງມາ ຈາກເຫດແຜ່ນດິນໄຫວຮຸນແຮງ. ນອກຈາກນັ້ນ, ພາບຈາກເຂດສາງໜິງຍັງສະແດງໃຫ້ເຫັນເສົາໄຟຟ້າຫັກລົ້ມລົງມາ, ມີຮອຍແຜ່ນດິນແຍກຢູ່ເທິງຖະໜົນຫຼາຍສາຍ ແລະ ເສັ້ນທາງຫຼວງເຊື່ອມຕໍ່ລະຫວ່າງ ເມືອງຍີ່ປິງ ກັບ ຊືຫຍົງ ຕ້ອງປິດໃຫ້ບໍລິການຊົ່ວຄາວ.

ທາງສໍານັກຂ່າວຊິນຫົວລາຍງານດ້ວຍວ່າ ລະບົບເຕືອນໄພລ່ວງໜ້າສົ່ງສັນຍານເຕືອນທີ່ເມືອງເສິງຕູ ເມືອງຫຼວງຂອງມົນທົນເສສວນ 1 ນາທີ ກ່ອນເກີດແຜ່ນດິນໄຫວ ແລະ ຍັງເຕືອນ 10 ວິນາທີ ກ່ອນເກີດແຜ່ນດິນໄຫວ ທີ່ເມືອງຍີ່ປິງ. ຢ່າງໃດກໍ່ຕາມ, ລະບົບເຕືອນໄພ 3 ວິນາທີ ກ່ອນເກີດແຜ່ນດິນໄຫວ ສາມາດຊ່ວຍປ້ອງກັນອັນຕະລາຍຈົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບໄດ້ 14% ແຕ່ທາງເຈົ້າໜ້າທີ່ກູ້ໄພພົບຜູ້ເສຍຊີວິດ 12 ຄົນ ແຍກເປັນ 9 ສົບ ທີ່ເຂດສາງໜິງ ແລະ 3 ສົບ ໃນເຂດສີຊຽນ ບາດເຈັບ 134 ຄົນ.

ในภาพอาจจะมี 1 คน

ຊິນຫົວລາຍງານຕໍ່ອີກວ່າ ກໍາລັງເຈົ້າໜ້າທີ່ຂອງໜ່ວຍດັບເພີງ 500 ຄົນ ຖືກສົ່ງໄປເຖິງທີ່ເກີດເຫດ ພ້ອມກັບສິ່ງຂອງບັນເທົາທຸກທັງເຕັ້ນທີ່ພັກ 5 ພັນຫຼັງ, ຕຽງພັບ 10 ພັນໜ່ວຍ ແລະ ອື່ນໆ. ໃນພື້ນທີ່ເກີດເຫດຍັງມີອັບເຕີຊັອກຕາມມາອີກ 4 ຄັ້ງ ໂດຍຄັ້ງທີ່ຮຸນແຮງທີ່ສຸດວັດແທກໄດ້ 5,1 ແມັກນິຈູດ ສ່ວນສໍານັກງານສໍາຫຼວດທໍລະນີວິທະສາສະຫະລັດ ວັດແທກແຮງສັ່ນສະເທືອນຈາກແຜ່ນດິນໄຫວຄັ້ງນີ້ໄດ້ 5,8 ແມັກນິຈູດ.

ในภาพอาจจะมี หนึ่งคนขึ้นไป

ແຜ່ນດິນໄຫວຮຸນແຮງເກີດຂຶ້ນເລື້ອຍໆ ໃນມົນທົນເສສວນ ເຊິ່ງຄັ້ງທີ່ຮຸນແຮງທີ່ສຸດວັດແທກໄດ້ 7,9  ແມັກນິຈູດ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍ 87 ພັນຄົນ ເມື່ອປີ 2008 ສ່ວນຫຼ້າສຸດ ເມື່ອເດືອນກຸມພາ ທີ່ຜ່ານມາ ເກີດເຫດແຜ່ນດິນໄຫວ 3 ຄັ້ງ ໃນເຂດຫຼົງຊຽງ ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບ 12 ຄົນ.