ເຊັນສັນຍາພັດທະນາໂຄງການເຂື່ອນເຊບັ້ງໄຟ 1

88

ລັດຖະບານໄດ້ອະນຸມັດໃຫ້ ບໍລິສັດ ລາວສະໄໝ ສືບຕໍ່ໃນການສຳຫຼວດຜົນກະທົບດ້ານສິ່ງແວດລ້ອມ ແລະ ອອກແບບກໍ່ສ້າງ ໃນໂຄງການພັດທະນາ ( PDA ) ເຂື່ອນໄຟຟ້າເຊບັ້ງໄຟ 1 ເພື່ອໃຫ້ເກີດຜົນປະໂຫຍດໂດຍໄວ.

ພິທີເຊັນສັນຍາພັດທະນາໂຄງການ ( PDA ) ເຂື່ອນໄຟຟ້າເຊບັ້ງໄຟ 1 ( ແກ້ງແກ້ວ ) ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ ລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ພູວົງ ກໍຣະສັກ ປະທານ ບໍລິສັດ ລາວສະໄໝ ກໍ່ສ້າງ, ຂົວທາງ ແລະ ບໍລິການ ຈໍາກັດ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີ, ອຳນາດການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ພູວົງ ກໍຣະສັກ ປະທານ ບໍລິສັດ ລາວສະໄໝ ກໍ່ສ້າງ, ຂົວທາງ ແລະ ບໍລິການ ຈຳກັດ ກ່າວວ່າ: ເຂື່ອນໄຟຟ້າເຊບັ້ງໄຟ 1 ( ແກ້ງແກ້ວ ) ເປັນເຂື່ອນອະເນກປະສົງຈັດຢູ່ໃນປະເພດເຂື່ອນຂະໜາດກາງ ປະມານ 110 ເມກາວັດ ທັງຜະລິດໄຟຟ້າ ແລະ ເອົານໍ້າມາໃຊ້ຊົນລະກະເສດ, ລ້ຽງສັດ ແລະ ປູກຝັງ ເຂື່ອນດັ່ງກ່າວຍັງເປັນເຂື່ອນ  ແບບຝາຍນ້ຳລົ້ນ Run off ເຊິ່ງຈະບໍ່ມີຜົນກະທົບຫຍັງຕໍ່ສະພາບແວດລ້ອມ ໂດຍສະເພາະທີ່ພັກອາໄສ ແລະ ບ້ານເຮືອນຂອງປະຊາຊົນທີ່ຢູ່ໃນເຂດດັ່ງກ່າວ.

ໂຄງການສຶກສາເບື້ອງຕົ້ນຂອງເຂື່ອນເຊບັ້ງໄຟ 1 ແມ່ນເລີ່ມມາແຕ່ປີ 2013 ການສຶກສາແມ່ນລົງເກັບກຳຂໍ້ມູນທາງດ້ານນ້ຳ, ຊັ້ນດິນ ແລະ ດ້ານສິ່ງແວດລ້ອມຕ່າງໆຢ່າງເປັນລະບົບ ມາເຖິງເດືອນພະຈິກ 2015 ລັດຖະບານໄດ້ອະນຸມັດໃຫ້ ບໍລິສັດ ລາວສະໄໝ ເຮັດບົດບັນທຶກຄວາມເຂົ້າໃຈກັບກະຊວງແຜນການ ແລະ ການລົງທຶນ ຕໍ່ມາເຖິງປີ 2017 ບໍລິສັດ ລາວສະໄໝ ໄດ້ເຊັນສັນຍາຮ່ວມມືກັບທາງ ບໍລິສັດ Nara Clean Energy Co.,Ltd ແລະ ກໍໄດ້ພ້ອມກັນສືບຕໍ່ສຶກສາເກັບກຳຂໍ້ມູນທາງດ້ານນ້ຳ ແລະ ສິ່ງແວດລ້ອມ ເພື່ອອອກແບບເຂື່ອນໃຫ້ແທດເໝາະກັບສະພາບຕົວຈິງ.

ເຂື່ອນໄຟຟ້າເຊບັ້ງໄຟ 1 ແມ່ນຢູ່ຈຸດແກ້ງແກ້ວ ຢູ່ລະຫວ່າງຈຸດການເຊື່ອມຕໍ່ຂອງແຂວງຄຳມ່ວນ ກັບ ແຂວງສະຫວັນນະເຂດ ເໝາະໃນການກໍ່ສ້າງເຂື່ອນຂະໜາດກາງ ຕາມການອອກແບບສາມາດເຮັດປະຕູລະບາຍນ້ຳໄດ້ເລິກ ແລະ ກວ້າງຕາມລວງນ້ຳ ປະມານ 9 ບ້ານ. ພ້ອມດຽວກັນນີ້, ຍັງສາມາດເປີດກວ້າງເພື່ອຂະຫຍາຍລ່ອງນ້ຳເຊໄດ້ຕື່ມອີກ ປະມານ 70 ແມັດ ເພື່ອຊ່ວຍລະບາຍນ້ຳເວລາລົ້ນ ປັດຈຸບັນທາງບໍລິສັດດັ່ງກ່າວກໍໄດ້ສົມທົບກັບໂຄງການນ້ຳເທີນ 2 ຢ່າງໃກ້ຊິດ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອສຶກສາອອກແບບ ຫາກເຂື່ອນແຫ່ງນີ້ສຳເລັດປະຊາຊົນບ້ານໃກ້ຄຽງຈະໄດ້ຮັບຜົນປະໂຫຍດມີໄຟຟ້າໃຊ້, ມີນໍ້າ ເພື່ອທໍາການປະມົງ, ເຮັດຊົນລະກະເສດ ແລະ ສາມາດຈັດສັນເປັນແຫຼ່ງທ່ອງທ່ຽວ.

[ ຂ່າວ: ສຸລິນ; ຮູບ: ສອນໄຊ ]