ເບື່ອເຫັດຍົກຄົວ, ເສຍຊີວິດແລ້ວ1

35

ຮອດລະດູຝົນຍາມເຫັດຂຶ້ນຕາມທົ່ງໄຮ່ທົ່ງນາ ມັກສ້າງເລື່ອງທີ່ສະເທືອນໃຈໃຫ້ເຫັນເລື້ອຍມາຍ້ອນກິນເຫັດທີ່ມີສານພິດຕົກຄ້າງ ຫຼື ເຫັດເບື່ອຕາມພາສາຊາວບ້ານ ຕາມຂ່າວຫຼ້າສຸດໃຫ້ຮູ້ວ່າ ມີຄອບຄົວປະຊາຊົນບ້ານນາຂາວ ເມືອງປາກງື່ມ ນະຄອນຫລວງວຽງຈັນກິນແກງເຫັດ ເຮັດໃຫ້ເບື່ອເມົາອາການສາຫັດສົມຄວນ, ຕອນນີ້ເສຍຊີວິດແລ້ວ1 ຈຶ່ງຂໍວອນຜູ້ໃຈບຸນຊ່ວຍຄອບຄົວຜູ້ຖືກເຄາະຮ້າຍດ້ວຍ.

ລາຍງານຈາກ ໜ່ວຍກູ້ໄພນະຄອນຫລວງ 1624 ໃຫ້ຮູ້ວ່າ: ຄອບຄົວຜູ້ເຄາະຮ້າຍ ເປັນປະຊາຊົນບ້ານນາຂາວເມືອງປາກງື່ມນະຄອນຫລວງວຽງຈັນ ມີຈໍານວນ5 ຄົນ 2 ຜົວເມຍ ແລະ ລູກ 3 ຄົນ (ທ້າວ ຄຳ ອາຍຸ 8 ປີ, ນາງ ນໍ້າຫວານ ອາຍຸ 5 ປີ ແລະ ທ້າວນ້ອຍ ອາຍຸ2 ປີ) ເຊິ່ງຕອນນີ້ ນ້ອງນໍ້າຫວານ ແມ່ນໄດ້ເສຍຊີວິດແລ້ວ ກຳລັງສົ່ງສົບກັບບ້ານເພື່ອໄປເຮັດພິທິທາງສາສະໜາ.

ສ່ວນຜູ້ເປັນພໍ່ແມ່ແມ່ນພົ້ນຂີດອັນຕະລາຍແລ້ວ ຍັງແຕ່ລູກນ້ອຍອີກ 2 ຄົນທີ່ຢູ່ໃນຫ້ອງມໍລະສຸມ I C U ເດັກໃກ້ກັບໂຮງໝໍ 150 ຕຽງ ເນື່ອງຈາກຄອບຄົວຜູ້ເຄາະຮ້າຍ ມີເສດຖະກິດການເງິນທີ່ບໍຄ່ອຍດີ ບໍ່ມີທຶນພຽງພໍທີ່ຈະມາປິ່ນປົວ ແລະ ຈ່າຍຄ່າໃຊ້ຈ່າຍຕ່າງໆຊ່ວຍລູກພວກເຂົາໄດ້.

ຈຶ່ງຂໍວອນ ໃຫ້ປະຊາຊົນຄົນລາວນໍາກັນເຫັນໃຈ ຊ່ວຍເຫຼືອພວກເຂົາຕາມແຮງສັດທາດ້ວຍ ຫາກໃຜທີ່ສະດວກຈະໂທສອບຖາມກ່ຽວກັບການຊ່ວຍເຫຼືອພວກເຂົາຜ່ານເບີໂທພີ່ນ້ອງ ເບີ 02054564002, 02022203207 ກໍໄດ້ ຫຼື ທ່ານໃດຍາກຮ່ວມຊ່ວຍເຫຼືອສັງຄົມ ໜ່ວຍກູ້ໄພນະຄອນ1624 ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK010120000993902001 ຫຼື ສອບຖາມໂທ:020 2244 1624