ເປີດໂຕລົດ ເກຍໂຊລູໂຕ ແລະ ຮຸນໄດອໍນິວອີແລນຕາ

74

ກຸ່ມບໍລິສັດ ໂຄລາວ ໄດ້ເປີດໂຕລົດໃໝ່ 2 ລຸ້ນຄື: KIA SOLUTO ແລະ HYUNDAI ALL NEW ELANTRA ເຊິ່ງເປັນລົດທີ່ອອກແບບມາເຕັມໄປດ້ວຍອັອບຊັນຫຼາກຫຼາຍ ເໝາະກັບຍຸກສະໄໝ, ຄຸນນະພາບສູງ, ລາຄາບໍ່ແພງ.

ງານເປີດໂຕລົດດັ່ງກ່າວ ຈັດຂຶ້ນໃນວັນທີ 17 ມິຖຸນາ 2019 ທີ່ຫ້ອງຂາຍອາລຸນໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຖາວອນ ວົງສົມບັດ ປະທານ ກຸ່ມບໍລິສັດ ໂຄລາວ, ທ່ານ ສຸພາວັນ ສໍຣາງກຸນ     ຜູ້ອຳນວຍການໃຫຍ່ບໍລິສັດ ໂອໂຕເວີນ ໂຄລາວ ດີວີລົບພິງ ຈຳກັດ, ມີບັນດາຄະນະບໍລິຫານ ກຸ່ມບໍລິສັດ ໂຄລາວ ແລະ ບັນດາລູກຄ້າຂອງໂຄລາວເຂົ້າຮ່ວມ.

ທ່ານ ໜູໄຊ ແຫວນສະຫວັນ ຜູ້ອໍານວຍການພະແນກການຂາຍ ແລະ ການຕະຫຼາດບໍລິສັດ ໂອໂຕເວີນ ໂຄລາວ ດີວີລົບພິງ ຈຳກັດ ກ່າວວ່າ: ງານເປີດໂຕລົດ 2 ລຸ້ນໃນຄັ້ງນີ້ ນັບວ່າເປັນການເປີດໂຕ ປະຈໍາປີ 2019 ສໍາລັບລຸ້ນ KIA SOLUTO ແລະ ຍັງເປັນຄັ້ງທໍາອິດທີ່ນໍາເຂົ້າມາເພື່ອໃຫ້ລູກຄ້າໄດ້ຈັບຈອງ; ອີກລຸ້ນໜຶ່ງກໍແມ່ນ HYUNDAI ALL NEW ELANTRA, ສໍາລັບລຸ້ນນີ້ແນ່ນອນວ່າເປັນທີ່ຮູ້ກັນດີຢູ່ແລ້ວ ເຊິ່ງເປັນລົດທີ່ໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ຖືກນໍາໃຊ້ກັນຢ່າງກວ້າງຂວາງຖືວ່າໄດ້ຂາຍດີທີ່ສຸດ. ພ້ອມດຽວກັນນັ້ນ, ກໍເຊື່ອແນ່ວ່າລົດລຸ້ນດັ່ງກ່າວຈະສ້າງ ຄວາມໂດດເດັ່ນ ເນື່ອງຈາກວ່າການອອກແບບ, ລາຍລະອຽດຕ່າງໆແມ່ນລໍ້າສະໄໝກວ່າທຸກລຸ້ນທີ່ຜ່ານມາ.

ສໍາລັບຄຸນສົມບັດຂອງ KIA SOLUTO ລົດລຸ້ນໃໝ່ ທີ່ມີໜ້າຈໍ 7 ນິ້ວ, ມີໂສມໜ້າທີ່ທັນສະໄໝ, ມີເບາະໜັງທັງ 5 ບ່ອນນັ່ງ ເຊິ່ງເປັນຈຸດເດັ່ນຂອງລົດຄັນນີ້. ນອກຈາກນີ້, ກໍມີຊັ້ນຫຼຸບ ( ຫຼັງຄາສາມາດເປີດໄດ້ ). ພ້ອມນັ້ນການອອກແບບພາຍນອກມີຄວາມໂດດເດັ່ນ, ສວຍງາມເຂົ້າກັບຍຸກສະໄໝ. ດ້ານໃນຂອງລົດຈັດເຕັມດ້ວຍອັອບຊັນຕ່າງໆທີ່ໃຫ້ຄວາມສະດວກສະບາຍທີ່ສຸດ ເຊິ່ງແນ່ນອນວ່າລົດລຸ້ນນ້ອຍແບບນີ້ແມ່ນຫາຍາກທີ່ຈະມີຊັ້ນດັ່ງກ່າວ ເຊິ່ງມັນເປັນລຸ້ນໃໝ່ຫຼ້າສຸດຂອງ KIA SOLUTO.

ສ່ວນ HYUNDAI ALL NEW ELANTRA ສິ່ງທີ່ໂດດເດັ່ນທີ່ສຸດແມ່ນຕາໄຟລົດທີ່ເປັນ LED ເຊິ່ງຈະເປັນຫຼ່ຽມ ທີ່ອອກແບບມາເປັນເອກະລັກສະເພາະຕົວຂອງລຸ້ນດັ່ງກ່າວ, ສໍາລັບຮູບແບບທາງໃນມີໜ້າຈໍ 8 ນິ້ວ ເຊື່ອມຕໍ່ບລູທູດທີ່ທັນສະໄໝ, ອີກຢ່າງໜຶ່ງກະໂປງດ້ານຫຼັງມີລະບົບເຊັນເຊີ ພຽງສໍາຜັດດ້ວຍນິ້ວມືກໍສາມາດເປີດກະໂປງລົດໄດ້ ແຕ່ທີ່ແນ່ນອນກໍຄືທຸກລຸ້ນແມ່ນຫຸ້ມດ້ວຍເບາະໜັງ. ນອກຈາກນີ້, ສິ່ງທີ່ໂດດເດັ່ນອີກຢ່າງໜຶ່ງກໍແມ່ນລໍ້ຂະໜາດ 17 ນິ້ວ ສໍາລັບຕົວລໍ້ເອງກໍມີການອອກແບບມາໃໝ່ທີ່ມີຄວາມທັນສະໄໝຫຼາຍຂຶ້ນ.

ທ່ານ ນາງ ມະນີສອນ ທັດສະວີທອນ ລູກຄ້າທີ່ເຂົ້າຮ່ວມງານ ກ່າວວ່າ: ຕົນເອງໄດ້ມາໃຊ້ບໍລິການຂອງໂຄລາວຕະຫຼອດມາ, ສ່ວນງານໃນຄັ້ງນີ້ຫຼັງຈາກທີ່ໄດ້ເຫັນການເປີດໂຕລົດ 2     ລຸ້ນ ກໍຄື KIA SOLUTO ແລະ HYUNDAI ALL NEW ELANTRA ເຫັນວ່າມັນມີຄວາມສວຍງາມ ແລະ ທັນສະໄໝຂຶ້ນ, ພິເສດຍັງມີສ່ວນຫຼຸດໃຫ້ອີກ ນັບວ່າເປັນການເປີດໂຕລົດທີ່ໜ້າປະທັບໃຈຫຼາຍ ທີ່ສໍາຄັນລາຄາບໍ່ແພງ.

ທ່ານ ນາງ ວັນນະພາ ພູນສະຫວັດ ຜູ້ໂຊກດີໄດ້ຮັບໂທລະສັບ IPHONE XR ກ່າວວ່າ: ເປັນຄວາມໂຊກດີຂອງຕົນເອງທີ່ໄດ້ຮັບຂອງລາງວັນດັ່ງກ່າວ ເຊິ່ງເຮັດໃຫ້ເຫັນໄດ້ວ່າ ໂຄລາວ ແຈກແທ້ແຈກຈິງ ເຮັດໃຫ້ຕົນເອງປະທັບໃຈຫຼາຍ. ນອກຈາກນີ້, ໂດຍສ່ວນຕົວແລ້ວກໍໃຊ້ບໍລິການຂອງໂຄລາວມາດົນແລ້ວ ແລະ ຖ້າເປັນໄປໄດ້ໃນອີກບໍ່ດົນນີ້ກໍອາດຈະໄດ້ມາໃຊ້ບໍລິການນໍາອີກ.