ໂຄງການລັດຟ້າພາສ້າງຝັນ ຄັ້ງທີ 1 ໄດ້ຜູ້ຊະນະເລີດ 2 ຄົນ

33

ການປະກວດນັກຮ້ອງສຽງດີພາຍໃຕ້ໂຄງການ “ ສວນອາຫານລັດຟ້າ ພາສ້າງຝັນ ” ຄັ້ງທີ 1 ໄດ້ປະກາດຜົນໃນຮອບຊີງຊະນະເລີດ ໃນວັນທີ 15 ມິຖຸນາ 2019 ທີ່ສວນອາຫານລັດຟ້າ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນຮອບຕັດສິນ 10 ຄົນສຸດທ້າຍ ຈາກການຄັດເລືອກເກືອບ 200 ຄົນ ເປັນໄລຍະເວລາ 3 ເດືອນ.

ໂຄງການດັ່ງກ່າວເປັນການຮ່ວມມືກັນລະຫວ່າງ ທ່ານ ລັດໃຈດີ ເຈົ້າຂອງສວນອາຫານລັດຟ້າ, ທ່ານ ທະວີສັກ ທໍາມະວົງສາ ປະທານຄ້າຍເພງ ທີເຄ ຊາວລາວ ພ້ອມທັງທ່ານ ຄໍາເກັ່ງ ເພັງປະເສີດ ຜູ້ຈັດການໂຄງການປະກວດ ແລະ ທ່ານ ວັນຄໍາ  ສິດທິວັນ ຜູ້ຊ່ວຍຜູ້ຈັດການໂຄງການ.
ທ່ານ ທະວີສັກ ທໍາມະວົງສາ ປະທານຄ້າຍເພງ ທີເຄ ຊາວລາວ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດການປະກວດແມ່ນເພື່ອຢາກສົ່ງເສີມໄວໜຸ່ມລາວໃຫ້ມີເວທີໃນການສະແດງຄວາມສາມາດດ້ານການສະແດງຜ່ານການຮ້ອງເພງ ແລະ ເພື່ອຄັດເລືອກຜູ້ທີ່ມີຄວາມສາມາດຈະເປັນດາວປະດັບໃນວົງການບັນເທີງ ກໍຄືເປັນສິລະປິນສັງກັດໃນຄ້າຍເພງ ທີເຄ ຊາວລາວ.

ການປະກວດໃນຮອບຕັດສິນສາມາດໄດ້ຜູ້ຊະນະເລີດເຖິງ 2 ຄົນ ດ້ວຍຄະແນນສະເໝີກັນດັ່ງນີ້:
ລາງວັນຊະນະເລີດ ໄດ້ແກ່: ໝາຍເລກ A08 ນາງ ຫຼ້າໄຂ່ມຸກ ແລະ ໝາຍເລກ A09 ທ້າວ ສຸກພະຈັນ ພົມໂວຫານ ໄດ້ຮັບເງິນລາງວັນລະ 3 ລ້ານກີບ ພ້ອມດ້ວຍຂັນລາງວັນຈາກປະທານຄ້າຍເພງ ທີເຄ ຊາວລາວ ແລະ ໄດ້ເປັນນັກຮ້ອງສັງກັດໃນຄ້າຍເພງ ທີເຄ ຊາວລາວ.
ລາງວັນຮອງຊະນະເລີດ ອັນດັບ 2 ໄດ້ແກ່: ໝາຍເລກ A10 ທ້າວ ສີຖຸນາ ລໍປາຢ່າວ ໄດ້ຮັບເງິນລາງວັນ ມູນຄ່າ 1.500.000 ກີບ.

ລາງວັນທີ 4 ແລະ 5 ໄດ້ແກ່: ໝາຍເລກ A06 ນາງ ກອງແພງ ກິດຕິຍາສົມພອນ ແລະ ໝາຍເລກ A05 ທ້າວ ຈຸ່ນ ອໍາທິດມີໄຊ ໄດ້ຮັບເງິນລາງວັນລະ 5 ແສນກີບ. ນອກຈາກນັ້ນ, ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ແລະ ລາງວັນຊົມເຊີຍທັງໝົດ 10 ຄົນ ຍັງຈະໄດ້ຮັບໃບຢັ້ງຢືນຜ່ານການປະກວດຈາກຄ້າຍເພງ ທີເຄ ຊາວລາວ.

( ຂ່າວ: ທິບອຸສາ, ຮູບ: ສຸກສະຫວັນ )