ໂທດຂວໍ້າບາດຂອງອາເມຣິກາ ສົ່ງຜົນກະທົບຍອດຂາຍຂອງຫົວເຫວີ່ຍ ໃນຕ່າງແດນ

50

ຜູ້ກໍ່ຕັ້ງ ແລະ ເຈົ້າຂອງຫົວເຫວີ່ຍຍອມຮັບວ່າ ມາດຕະການກົດດັນທາງເສດຖະກິດຂອງສະຫະລັດ ສົ່ງຜົນກະທົບຕໍ່ຍອດຈໍາໜ່າຍສະມາດໂຟນຂອງບໍລິສັດໃນຕະຫຼາດຕ່າງປະເທດ “ຢ່າງຫຼວງຫຼາຍ” ແຕ່ຢືນຢັນສໍາລັບຕະຫຼາດໃນຈີນ ຍັງ “ເຂັ້ມແຂງ” ແລະ ທີມງານທຸກພາກສ່ວນຈະຮ່ວມກັນກອບກູ້ສະຖານະການໄດ້.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຊິນເຈິ້ນ ປະເທດຈີນ ເມື່ອວັນອັງຄານ ທີ 18 ມິຖຸນາ ວ່າ ທ່ານເຫຣິນ ເຈິ້ງເຟີຍ ຜູ້ກໍ່ຕັ້ງ ແລະ ປະທານຄະນະເຈົ້າໜ້າທີ່ບໍລິຫານຂອງບໍລິສັດຫົວເຫວີ່ຍເທັກໂນໂລຢີ ກ່າວລະຫວ່າງການຮ່ວມງານສົນທະນາດ້ານເທັກໂນໂລຢີທີ່ສໍານັກງານໃຫຍ່ຂອງຫົວເຫວີ່ຍ ໃນເມືອງເຊິນເຈິ້ນ ທາງພາກໃຕ້ຂອງຈີນ ເມື່ອວັນຈັນ ວ່າ ຍອດຂາຍສະມາດໂຟນຂອງບໍລິສັດໃນຕະຫຼາດຕ່າງປະເທດ ລະຫວ່າງເດືອນພຶດສະພາ ເຖິງ ເດືອນມິຖຸນາ ທີ່ຜ່ານມາ ຫຼຸດລົງຫຼາຍເຖິງ 40% ບໍລິສັດຈຶ່ງວາງແຜນຫຼຸດການຜະລິດສິນຄ້າຄິດເປັນມູນຄ່າລວມສູງສຸດ 30 ຕື້ໂດລາ (ປະມານ 2,6 ແສນຕື້ກີບ) ພາຍໃນໄລຍະ 2 ປີຂ້າງໜ້າ ທຽບໄດ້ກັບ 1 ໃນ 3 ຂອງລາຍຮັບຕະຫຼອດປີທີ່ແລ້ວ ທີ່ມີມູນຄ່າກວ່າ 100 ຕື້ໂດລາ (ກວ່າ 8,66 ແສນຕື້ກີບ).

ในภาพอาจจะมี 1 คน, กำลังนั่ง

ອີກປະການໜຶ່ງຫົວເຫວີ່ຍສົ່ງອອກສະມາດໂຟນ 206 ລ້ານໜ່ວຍ ເມື່ອປີທີ່ແລ້ວ ແບ່ງເປັນຈໍາໜ່າຍໃນປະເທດ ແລະ ຕ່າງປະເທດຢ່າງລະເຄິ່ງ ເຊິ່ງທ່ານເຫຣິນຢືນຢັນວ່າ ສັດສ່ວນດ້ານຕະຫຼາດຂອງຫົວເຫວີ່ຍໃນຈີນຍັງ “ເຂັ້ມແຂງ” ແລະ “ເຕີບໂຕຢ່າງວ່ອງໄວ” ປັດຈຸບັນ ຫົວເຫວີ່ຍເປັນຜູ້ຜະລິດສະມາດໂຟນລາຍໃຫຍ່ລໍາດັບ 2 ຂອງໂລກ ເປັນຮອງພຽງຊໍາຊຸງຂອງເກົາຫຼີໃຕ້ ແລະ ເໜືອກວ່າແອັບເປິ້ລຂອງອາເມຣິກາ ທີ່ຢູ່ໃນອັນດັບ 3 ແລະ ເປັນຜູ້ພັດທະນາລະບົບ 5ຈີ ລາຍໃຫຍ່ທີ່ສຸດຂອງໂລກ. ຢ່າງໃດກໍ່ຕາມ, ທ່ານເຫຣິນ ອາຍຸ 74 ປີ ອະດີດນັກວິເຄາະຂອງກອງທັບປົດປ່ອຍປະຊາຊົນຈີນ ຜູ້ກໍ່ຕັ້ງບໍລິສັດແຫ່ງນີ້ຮ່ວມກັບທີມງານອີກບໍ່ເທົ່າໃດຄົນ ເມື່ອປີ 1987 ຍອມຮັບວ່າ ມາດຕະການກົດດັນຂອງສະຫະລັດ “ຮຸນແຮງກວ່າທີ່ຄາດການໄວ້”.

ไม่มีคำอธิบายรูปภาพ

ດັ່ງນັ້ນ ທ່ານເຫຣິນ ເຊິ່ງໄດ້ປຽບທຽບສະຖານະການຂອງຫົວເຫວີ່ຍໃນຕອນນີ້ວ່າ ຄືກັບ “ຍົນລໍາເກົ່າທີ່ບິນອ່ຽງໄປອ່ຽງມາ” ໂດຍເຊື່ອວ່າ ທີມງານທຸກພາກສ່ວນຈະຮ່ວມມືຮ່ວມໃຈກັນສ້ອມແປງຍົນລໍານີ້ ໃຫ້ກັບມາຂຶ້ນບິນໄດ້ຢ່າງມີປະສິດທິພາບອີກຄັ້ງ ພາຍໃນ 1 ເຖິງ 2 ປີຂ້າງຫນ້າ.

ไม่มีคำอธิบายรูปภาพ

ໃນອີກດ້ານໜຶ່ງ ມີລາຍງານວ່າ ບໍລິສັດຜູ້ຜະລິດຊິບລາຍໃຫຍ່ຂອງສະຫະລັດລວມເຖິງຄວອລຄອມ ແລະ ອິເທລ ກໍາລັງເດີນໜ້າຢ່າງໜັກໃນເບື້ອງຫຼັງ ເພື່ອຊຸກດັນໃຫ້ລັດຖະບານຂອງປະທານາທິບໍດີໂດນັລ ທຣໍາ ຜ່ອນຄາຍມາດຕະການຂວໍ້າບາດຫົວເຫວີ່ຍຫຼາຍຂຶ້ນກວ່າເກົ່າ. ທັງນີ້ ຂໍ້ມູນຂອງຫົວເຫວີ່ຍ ລະບຸວ່າ ຈາກງົບປະມານ 70.000 ລ້ານໂດລາ (ປະມານ 6,1 ແສນຕື້ກີບ) ທີ່ບໍລິສັດໃຊ້ໃນການສັ່ງຊື້ຊິບ ແລະ ວັດຖຸດິບອື່ນໆຈາກຕ່າງປະເທດ ເມື່ອປີທີ່ແລ້ວ ເປັນການສັ່ງຊື້ສິນຄ້າຈາກຜູ້ປະກອບການຂອງສະຫະລັດຫຼາຍເຖິງ 11 ຕື້ໂດລາ (ປະມານ 95.8 ພັນຕື້ກີບ) ໂດຍສະເພາະ ຄວອລຄອມ, ອິນເທລ ແລະ ໄມຄຣອນ ເທັກໂນໂລຢີ.