ກະສິກອນໄທ ສະໜັບສະໜູນເງິນ 70 ລ້ານໂດລາ ໂຄງການກໍ່ສ້າງໂຮງໝໍກະເສມລາດ

92

ທະນາຄານກະສິກອນໄທ ຈໍາກັດ ໄດ້ລົງນາມເຊັນສັນຍາສະໜັບສະໜູນເງິນ ຈໍານວນ 70 ລ້ານໂດລາສະຫະລັດ ສໍາລັບໂຄງການກໍ່ສ້າງໂຮງໝໍ ກະເສມລາດ ອິນເຕີເນຊັນແນວ ວຽງຈັນ ເຊິ່ງປັດຈຸບັນການກໍ່ສ້າງໂດຍລວມມີຄວາມຄືບໜ້າແລ້ວ 10 ກວ່າເປີເຊັນ. ດ້ານປະທານເຈົ້າໜ້າທີ່ບໍລິຫານເປີດເຜີຍ: ຄາດວ່າການກໍ່ສ້າງໃນໄລຍະທໍາອິດຈະໃຫ້ສໍາເລັດໃນເດືອນຕຸລາ 2019 ແລະ ແລ້ວສົມບູນແບບໃນປີ 2020 ເຊິ່ງຈະເປີດບໍລິການຢ່າງເປັນທາງການໃນເດືອນມັງກອນ 2021 ໂດຍຮັບແພດທີ່ເປັນຄົນລາວຈໍານວນຫຼາຍ.

ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ຈໍາກັດ  ກ່າວວ່າ: ທະນາຄານຂອງພວກເຮົາເຫັນໂອກາດ ແລະ ສັກກະຍະພາບຂອງປະເທດລາວ ທີ່ມີອັດຕາການເຕີບໂຕທາງ ດ້ານເສດຖະກິດຢ່າງໄວວາ ເຊິ່ງການຂະຫຍາຍຖານລູກຄ້າໃນປະເພດທຸລະກິດຕ່າງໆຖືເປັນເປົ້າໝາຍຫຼັກຂອງທະນາຄານພວກເຮົາທີ່ຈະຊ່ວຍໃຫ້ຜູ້ປະກອບການສາມາດດໍາເນີນທຸລະກິດເຕີບໂຕຕໍ່ເນື່ອງ. ການສະໜັບສະໜູນທຶນແກ່ໂຄງການກໍ່ສ້າງໂຮງໝໍກະເສມລາດ ອິນເຕີເນຊັນແນວ ວຽງຈັນ ເຊິ່ງເປັນໂຄງການໃນເຄືອຂອງ ບໍລິສັດ ບາງກອກ ເຊັນ ຮອສປິໂຕ ຈໍາກັດ ມະຫາຊົນ ( BCH ) ທີ່ໄດ້ດໍາເນີນການກໍ່ສ້າງໃນປັດຈຸບັນກໍເປັນພັນທະມິດທາງດ້ານທຸລະກິດນໍາກັນຢູ່ແລ້ວ ທັງຝັ່ງໄທ ແລະ ລາວ ຫາກສໍາເລັດກໍຈະເຮັດໃຫ້ເປັນອີກທາງເລືອກໜຶ່ງຂອງສັງຄົມເລືອກໃຊ້ບໍລິການໂດຍບໍ່ຕ້ອງຂ້າມໄປຝັ່ງໄທ.

ໂອກາດນີ້, ທ່ານ ຮສ. ດຣ. ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ບາງກອກ ອິນເຕີເນຊັນແນວ ( ລາວ ) ຈໍາກັດ, ທັງເປັນຜູ້ອໍານວຍການໃຫຍ່ໂຮງໝໍກະເສມລາດ ອິນເຕີເນຊັນແນວ ວຽງຈັນ ໃຫ້ສໍາພາດວ່າ: ການກໍ່ສ້າງໂຮງໝໍໃນຄັ້ງນີ້ໄດ້ມີການໃຊ້ງົບປະມານໃນການລົງທຶນທັງໝົດປະມານ 70 ລ້ານໂດລາ; ປັດຈຸບັນຄວາມຄືບໜ້າຂອງໂຄງການດັ່ງກ່າວສໍາເລັດແລ້ວ 10 ກວ່າເປີເຊັນ ປະກອບມີ: ການກໍ່ສ້າງອາຄານພະຍາບານ, ຫ້ອງພິເສດ, ຫ້ອງສະໜັບສະໜູນການບໍລິການ ( ອາຫານ – ເຄື່ອງດື່ມ ), ຫໍພັກ ແລະ ອື່ນໆ ຖືວ່າຢູ່ໃນການກໍ່ສ້າງໄລຍະທໍາອິດ ຄາດວ່າຈະໃຫ້ສໍາເລັດໃນເດືອນຕຸລາ 2019 ທີ່ຈະມາເຖິງນີ້.

ທ່ານອະທິບາຍຕື່ມອີກວ່າ: ຕາມແຜນຈະໃຫ້ສໍາເລັດການກໍ່ສ້າງທັງໝົດໃນປີ 2020 ແລະ ຈະເປີດບໍລິການຢ່າງເປັນທາງການໃນເດືອນມັງກອນ 2021 ເຊິ່ງອຸປະກອນທາງການແພດ ແລະ ການບໍລິການຕ່າງໆແມ່ນອັນດຽວກັນກັບຢູ່ຝັ່ງໄທ. ນອກຈາກນັ້ນ, ຍັງຈະໄດ້ຮັບເອົາພະຍາບານຄົນລາວທີ່ຮຽນຢູ່ໄທ, ພະຍາບານທີ່ຈົບຢູ່ພາຍໃນລາວຈໍານວນຫຼາຍ ເພື່ອປະກອບສ່ວນສ້າງວຽກເຮັດງານທໍາແກ່ເຂົາເຈົ້າ, ສ່ວນຜູ້ຊ່ຽວຊານສະເພາະດ້ານແມ່ນມາຈາກຝັ່ງໄທທັງໝົດ. ຂະນະທີ່ລາຄາກໍຈະເປັນລາຄາດຽວກັບໂຮງໝໍໃນເຄືອຂອງຝັ່ງໄທ ຫຼື ບາງອັນກໍອາດຈະຖືກກວ່າ ແລະ ຄວາມຫວັງສູງສຸດແມ່ນຢາກໃຫ້ໂຮງໝໍ ກະເສມລາດ ອິນເຕີເນຊັນແນວ ວຽງຈັນ ເປັນໂຮງໝໍແຫ່ງທຳອິດໃນລາວທີ່ໄດ້ຮັບການຢັ້ງຢືນມາດຕະຖານສາກົນອາເມຣິກາ.

ພິທີລົງນາມສະໜັບສະໜູນທາງດ້ານການເງິນໃຫ້ແກ່ເຄືອຂອງ ບໍລິສັດ ບາງກອກ ເຊັນ ຮອສປິໂຕ ຈໍາກັດ ມະຫາຊົນ ໃນການກໍ່ສ້າງໂຮງໝໍກະເສມລາດ ອິນເຕີເນຊັນແນວ ວຽງຈັນ ຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ເຊິ່ງເປັນການລົງນາມຮ່ວມກັນລະຫວ່າງ ທ່ານ ຮສ. ດຣ. ສະເຫຼີມ ຫານພານິດ ຜູ້ອໍານວຍການໃຫຍ່ໂຮງໝໍກະເສມລາດ ອິນເຕີເນຊັນແນວ ວຽງຈັນ ກັບ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ທະນາຄາກະສິກອນໄທ ຈໍາກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສຳນັກງານນາຍົກ, ທ່ານ ນາງ ຍານີ ສີມີໄຊ ອັກຄະລັດຖະທູດຝ່າຍການຄ້າ ສະຖານທູດໄທ ປະຈໍາລາວ, ທ່ານ ນາງ ວາລີ ເວດສະພົງ ຮອງຜູ້ອໍານວຍການໂຮງໝໍກະເສມລາດ ອິນເຕີເນຊັນແນວ ວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ສອນໄຊ ]