ກໍາແພງພາສີຂອງອິນເດຍຕອບໂຕ້ສິນຄ້າສະຫະລັດມີຜົນບັງຄັບໃຊ້ເປັນທາງການ

68

ກໍາແພງພາສີຂອງອິນເດຍຕອບໂຕ້ ຫຼັງຖືກສະຫະລັດຕັດສິດອອກຈາກສິດທິພິເສດທາງການຄ້າ (GSP) ມີຜົນບັງຄັບໃຊ້ແລ້ວ ໂດຍສິນຄ້າທີ່ຕ້ອງເສຍພາສີເພິ່ມໃນອັດຕາທີ່ອາດສູງເຖິງ 120% ມີເກືອບ 30 ລາຍການ ລວມເຖິງສິນຄ້າກະສິກໍາອັນສໍາຄັນເຊັ່ນວອລນັດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນຈັນ ທີ 17 ມິຖຸນາ ວ່າ ກໍາແພງພາສີຂອງອິນເດຍຕໍ່ສິນຄ້າຂອງສະຫະລັດ 28 ລາຍການ ມີຜົນບັງຄັບໃຊ້ແລ້ວ ເມື່ອວັນອາທິດ ໃນອັດຕາສູງສຸດ 120% ສ່ວນຫຼາຍເປັນສິນຄ້າກະສິກໍາ ທີ່ລວມເຖິງແອັບເປິລ, ວອລນັດ ເຊິ່ງອິນເດຍເປັນຕະຫຼາດໃຫຍ່ທີ່ສຸດຂອງສະຫະລັດ ແລະ ອັລມອນ ເພື່ອຕອບໂຕ້ການທີ່ລັດຖະບານວໍຊິງຕັນຖອນອິນເດຍອອກຈາກລາຍຊື່ປະເທດກໍາລັງພັດທະນາ ທີ່ໄດ້ຮັບສິດພິເສດຂອງພາສີຈາກປະເທດພັດທະນາແລ້ວ (GSP) ເຊິ່ງລັດຖະບານນິວເດລີໄດ້ຮັບຜົນປະໂຫຍດຈາກ ຈີເອັສພີ ຂອງສະຫະລັດຢ່າງຫຼວງຫຼາຍ ໂດຍບໍ່ຕ້ອງເສຍພາສີຫຼາຍເຖິງ 5,6 ຕື້ໂດລາ (ປະມານ 48,900 ຕື້ກີບ) ນັບຕັ້ງແຕ່ປະທານາທິບໍດີໂດນັລ ທຣໍາ ຮັບຕໍາແໜ່ງ ເມື່ອທ້າຍເດືອນມັງກອນ 2017.

ในภาพอาจจะมี อาหาร

ຢ່າງໃດກໍ່ຕາມ ການທີ່ ທຣໍາ ໄດ້ຢຸດຕິມາດຕະການຜ່ອນຜັນດັ່ງກ່າວ ເມື່ອຕົ້ນເດືອນນີ້ “ສ້າງຄວາມຜິດຫວັງຢ່າງໜັກ” ໃຫ້ແກ່ອິນເດຍ ແລະ ມີລາຍງານດ້ວຍວ່າ ອິນເດຍກຽມຂຶ້ນພາສີຕໍ່ສິນຄ້າຂອງສະຫະລັດອີກຄັ້ງ ໂດຍ ນາຍົກລັດຖະມົນຕີນະເຣນທຣາ ໂມດີ ຈະພົບຫາລືກັບ ທຣໍາ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໄລຍະທ້າຍເດືອນນີ້.

ในภาพอาจจะมี ผลไม้ และอาหาร

ຂະນະທີ່ ລັດຖະບານຂອງທັງສອງປະເທດຍັງບໍ່ສະແດງທ່າທີຢ່າງເປັນທາງການຕໍ່ເລື່ອງນີ້ ແຕ່ຢ້ອນກັບໄປເມື່ອໄລຍະເວລາດຽວກັນຂອງປີຜ່ານມາ ກະຊວງການຄ້າອິນເດຍ ອອກຖະແຫຼງການ ເມື່ອວັນພະຫັດຜ່ານມາ ເລື່ອງການຕັ້ງກໍາແພງພາສີສິນຄ້າຂອງສະຫະລັດແລ້ວ 29 ລາຍການ ໂດຍຕັ້ງກໍາແພງພາສີໝາກຖົ່ວວອລນັດແບບບໍ່ທັນໄດ້ປອກເປືອກ ເພິ່ມຂຶ້ນເປັນ 30% ຈາກປັດຈຸບັນ 100%, ອັດຕາພາສີສໍາລັບໝາກຖົ່ວລູກໄກ່ ເພິ່ມຂຶ້ນຈາກ 30% ເປັນ 70% ແລະ ອັດຕາພາສີສໍາລັບໝາກຖົ່ວເລນທິລຈະເພີ່ມຂຶ້ນເປັນ 40% ຈາກ 30% ຕອບໂຕ້ທີ່ລັດຖະບານນິວເດລີບໍ່ໄດ້ຮັບການຍົກເວັ້ນກໍາແພງພາສີເຫຼັກ ແລະ ອະລູມິນຽມຈາກສະຫະລັດ ແຕ່ເລື່ອນມາຫຼາຍຄັ້ງ ເນື່ອງຈາກມີການເຈລະຈາຂອງສະຫະລັດ ໂດຍມູນຄ່າການຄ້າ ລະຫວ່າງທັງສອງປະເທດແມ່ນ 142,1 ຕື້ໂດລາ (ປະມານ 1,24 ລ້ານຕື້ກີບ) ເມື່ອປີ ຜ່ານມາ.