ຈູດທຳລາຍສັດປ່າປະເພດຫວງຫ້າມ

100

ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລ້ອງຊານ ຈັດພິທີຈູດທຳລາຍສັດປ່າປະເພດຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍ ໃນຕອນບ່າຍຂອງວັນທີ 13 ມິຖຸນາ 2019 ນີ້ ທີ່ເດີ່ນຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລ້ອງຊານ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນກອງ ຊົ່ງປາຢິ້ງ ເຈົ້າເມືອງລ້ອງຊານ, ມີ ທ່ານ ແດງ ປະທຸມທອງ ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ແລະ ທ່ານ ລູຊີ ຢໍລໍເຢຍລົງ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍພະນັກງານ – ລັດຖະກອນຂົງເຂດກະສິກຳ ແລະ ປ່າໄມ້ ທັງແຂວງ ແລະ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບສັດປ່າປະເພດຫວງຫ້າມທີ່ນຳມາຈູດທຳລາຍຖິ້ມຄັ້ງນີ້ ມີຈຳນວນ 16 ໂຕ. ໃນນັ້ນ, ເສືອແມວ ຈຳນວນ 2 ໂຕ, ບ່າງ 2 ໂຕ ແລະ ລີງລົມ 12 ໂຕ ເຊິ່ງເຈົ້າໜ້າທີ່ປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ໄດ້ລົງກວດກາເຄື່ອນໄຫວວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນການລັກລອບຊື້ – ຂາຍ, ການເຄື່ອນຍ້າຍສັດນໍ້າ ແລະ ສັດປ່າ ໂດຍສະເພາະປະເພດສັດຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຢຶດສັດປ່າປະເພດຫວງຫ້າມຈຳນວນດັ່ງກ່າວນັ້ນມາຈູດທຳລາຍຖິ້ມ ເພື່ອສ້າງຈິດສຳນຶກໃຫ້ພະນັກງານ – ລັດຖະກອນ, ພໍ່ຄ້າຊາວຂາຍພາຍໃນເມືອງລ້ອງຊານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບກົດໝາຍການຄຸ້ມຄອງ ແລະ ການຕ້ານສະກັດກັ້ນການລັກລອບຊື້ – ຂາຍສັດປ່າທີ່ຜິດຕໍ່ລະບຽບກົດໝາຍ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ກໍຄືປະຊາຊົນບັນດາເຜົ່າໄດ້ພ້ອມກັນເປັນເຈົ້າການປະຕິບັດຕາມລະບຽບກົດໝາຍການຄຸ້ມຄອງສັດ   ນໍ້າ – ສັດປ່າ ໂດຍສະເພາະແມ່ນສັດປ່າປະເພດຫວງຫ້າມຢ່າງເຂັ້ມງວດ. ອີກຢ່າງໜຶ່ງກໍເພື່ອພ້ອມກັນອະນຸຮັກສັດປ່າປະເພດຕ່າງໆ ໃຫ້ມີການຂະຫຍາຍພັນ, ເກີດແມ່ແຜ່ລູກໃຫ້ນັບມື້ຫຼາຍ ແລະ ຍືນຍົງໃຫ້ຊົ່ວລູກຊົ່ວຫຼານ. ນອກຈາກນີ້, ຍັງມີສັດປ່າປະເພດຄຸ້ມຄອງອີກຈຳນວນໜຶ່ງທີ່ເຈົ້າໜ້າທີ່ຢຶດໄດ້ ແລະ ຈູດຖິ້ມກັບທີ່ຢູ່ຕະຫຼາດໃໝ່ບ້ານໂພນເລົາ.