ຊົມເຊີຍ! ອັດຕະປື ປ່ອຍສັດປ່າ ກັບຄືນສູ່ທຳມະຊາດ

99

ເພື່ອເປັນການປົກຮັກຮັກສາ ແລະ ອະນຸລັກສັດປ່າປະເພດຫວງຫ້າມໃຫ້ຍັງຄົງຢູ່ ແລະ ແຜ່ຂະຫຍາຍໃນດິນແດນ ສປປ ລາວ ກອງກວດກາປ່າໄມ້ ແຂວງ ອັດຕະປື ໄດ້ປ່ອຍສັດປ່າທີ່ກວດກາພົບເຫັນ ແລະ ກັກໄດ້ຈາກແມ່ຄ້າລັກລອບຊື້-ຂາຍສັດປ່າ ຢູ່ເຂດ ຫຼັກ 52 ບ້ານໃຫຍ່ໝື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື ກັບຄືນສູ່ທຳມະຊາດ.

 

 

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນ 14 ມິຖຸນາ 2019 ຜ່ານມາ ເຊິ່ງສັດປ່າທີ່ຢຶດໄດ້ນັ້ນ ເປັນສັດປະເພດຫວງຫ້າມ ເປັນສັດເຄິ່ງບົກ ເຄິ່ງນ້ຳປະເພດປາຝາ ຈຳນວນ 6 ໂຕ ລວມນໍ້າໜັກ 17 ກິໂລ ລົງໃນວັງສະຫງວນ ປາກຄອນລຸງ.

 

 

ຂະນະດຽວກັນນັ້ນ ເຈົ້າໜ້າທີ່ວິຊາສະເພາະໄດ້ໃຫ້ຮູ້ຕື່ມວ່າ: ສັດນ້ຳສັດປ່າຢູ່ປະເທດເຮົານັບມື້ໜ້ອຍລົງ ຍ້ອນຄົນຈຳນວນໜຶ່ງຍັງບໍ່ເປັນເຈົ້າການໃນການອະນຸລັກ ຮ້າຍແຮງໄປກວ່ານັ້ນຍັງສົ່ງເສີມໃຫ້ຊາວບ້ານອອກລ່າ ແມ່ນຢູ່ອາດຈະບໍ່ລົງມືເອງແຕ່ການຮັບຊື້ກໍ່ຖືເປັນການສົ່ງເສີມທີ່ບໍ່ສົມຄວນ. ນອກນີ້, ຄວນຕັກເຕືອນໃຫ້ປະຊາຊົນທີ່ບໍ່ຮູ້ຈັກໃຫ້ເຂົ້າໃຈ ແລະ ຮູ້ເຖິງຄວາມສຳຄັນຂອງສັດປ່າແຕ່ລະຊະນິດ. ສັດປ່າຖືເປັນອົງປະກອບທີ່ສຳຄັນໜຶ່ງຂອງສິ່ງແວດລ້ອມ ແລະ ຜືນປ່າ. ສະນັ້ນ, ຂໍໃຫ້ທຸກຄົນໃນທົ່ວສັງຄົມຮ່ວມກັນອະນຸລັກ