ຍິນດີນໍາ ແມ່ພິມຂອງລາວຄົນທີ 3 ໄດ້ຮັບລາງວັນຈາກພະເທບ

52

ເປັນເລື່ອງທີ່ໜ້າຍິນດີ ແລະ ຂໍຊົມເຊີຍຍໍຍ້ອງ ແມ່ພິມຂອງຊາດ ຄູ ໄພສະນິດ ປັນຍາສະຫວັດ ເປັນຄູພາສາລາວ ແລະ ວັນນະຄະດີ ໂຮງຮຽນມັດທະຍົມສຶກສາສັນຕິພາບ ແຂວງຫຼວງພະບາງ ຜູ້ທີ່ມີຜົນງານດ້ານສາລະຄະດີກ່ຽວກັບຄວາມຂາດແຄນຂອງເມືອງພູຄູນ ແລະ ໄດ້ຮັບລາງວັນກຽດຕິຍົດລະດັບປະເທດຫຼາຍລາງວັນມາແລ້ວ, ຫຼ້າສຸດນີ້ໄດ້ເປັນຄູຄົນທີ 3 ທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ 2019.

ກ່ອນໜ້ານີ້ເຄີຍມີຄູລາວ ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄົນທໍາອິດແມ່ນຄູ ຄຳສ້ອຍ ວົງສຳພັນ ຈາກໂຮງຮຽນ ມສ ວຽງຈັນ ໃນປີ 2015 ແລະ ຜູ້ທີ 2 ໃນປີ 2018 ຄູ ຄູນວິໄລ ເຄນກິຕິສັກ ຈາກໂຮງຮຽມປະຖົມທົ່ງກາງ.

ໃນວັນທີ 14 ມິຖຸນາ 2019 ນີ້, ທີ່ສະຖານທູດໄທ, ນະຄອນຫຼວງວຽງຈັນ ຄະນະມູນລະນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ( Princess Mahachakri Award: PMCA ) ໄດ້ເດີນທາງມາລາວ ນຳພາຄະນະໂດຍທ່ານ ດຣ ກິດຕິພົງ ກິລະຕິກອນ ປະທານຄະນະກຳມະການ PMCA , ທ່ານ ຈັກກະພັດ ວະທາ ແລະ ທ່ານ ນາງ ເບັນຈະລັດ ນໍ້າຟ້າ ຜູ້ຈັດການຄະນະກຳມະການມູນນິທິ PMCA.

ໃນວັນທີ 15 ເດືອນຕຸລາ 2019 ທີ່ຈະເຖິງນີ້ ຄູ ໄພສະນິດ ກໍຈະໄດ້ເດີນທາງໄປຮັບລາງວັນກັບສົມເດັດພະເທບ ຢູ່ປະເທດໄທ ຮ່ວມຄູຜູ້ອື່ນໆ ທັງໝົດ 10 ປະເທດອາຊຽນ ລວມທັງຕີມໍເລສເຕ.

ລາງວັນເຈົ້າຟ້າ ມະຫາຈັກກຣີ ຫຼື Princess Mahachakri Award ເປັນລາງວັນພະຣາດຊະທານລະດັບນານາຊາດ ເພື່ອເຊິດຊູກຽດຕິຍົດ ຄູ ທີ່ດີເດັ່ນໃນລະດັບການສຶກສາຂັ້ນພື້ນຖານ ອະນຸບານ, ປະຖົມ ແລະ ມັດທະຍົມ ຂອງປະເທດໃນອາຊຽນ ລວມເຖິງປະເທດ ຕີມໍ ເລສເຕ ທັງໝົດ 11 ປະເທດ ແລະ ກໍ່ຕັ້ງໂຄງການນີ້ຂຶ້ນມາ ເພື່ອເຖີດພະກຽດສົມເດັດພຣະການິຖາທິລາດ ເຈົ້າກົມສົມເດັດພະເທບພະລັດລາດສຸດາ ສະຫຍາມບໍລົມລາຊະກຸມາລີ ຄົບຮອບ 60 ພັນສາ ໃນປີ 2015 ເຊິ່ງທ່ານເປັນຜູ້ຊົງມີພະຄຸນຢ່າງຍິ່ງຕໍ່ການສຶກສາທັງພາຍໃນ ແລະ ຕ່າງປະເທດ, ໂດຍມີການດຳເນີນໂຄງການໂດຍມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ມີການຈັດຕັ້ງມອບທຸກໆ 2 ປີ ແລະ ປີນີ້ ກໍເປັນຄັ້ງທີ 3 ແລ້ວ.

ສຳລັບຜູ້ໄດ້ຮັບພະຣາດຊະທານລາງວັນປະກອບດ້ວຍ ຫຼຽນລາງວັນ, ປະກາສະນີຍະບັດ, ຂັນລາງວັນ ແລະ ເຂັ້ມຂັດຄຳເຊີດຊູພະກຽດ ແລະ ເງິນລາງວັນ 10.000 ໂດລາສະຫະລັດ.
ຂໍຂອບໃຈຂໍ້ມູນຈາກ: target magazine