ຕາຍ 30 ຄົນ! ໄນຈີເຣຍ ເກີດເຫດລະເບີດຂ້າຕົວຕາຍ ໃສ່ຄົນກໍາລັງເບິ່ງບານເຕະ

43

ມືລະເບີດຂ້າຕົວຕາຍ 3 ຄົນ ດຶງຊະນວນລະເບີດ ກໍ່ເຫດໂຈມຕີກຸ່ມປະຊາຊົນທີ່ກໍາລັງຊົມການແຂ່ງຂັນ ບານເຕະທາງໂທລະທັດໃນໝູ່ບ້ານ ຂອງລັດບໍໂນ ທາງພາກຕາເວັນອອກສຽງເໜືອຂອງປະເທດໄນຈີເຣຍ ເມື່ອຄືນວັນອາທິດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ບາດເຈັບກວ່າ 40 ຄົນ.

ສໍານັກຂ່າວເອເອັຟພີ ແລະ ຣອຍເຕີລາຍງານຈາກເມືອງໄມດູກາຣີ ປະເທດໄນຈີເຣຍ ເມື່ອວັນຈັນ ທີ 17 ມິຖຸນາ ວ່າ ມືລະເບີດຂ້າຕົວຕາຍ 3 ຄົນ ແຝງຕົວຢູ່ໃນກຸ່ມປະຊາຊົນທີ່ກໍາລັງຮັບຊົມການແຂ່ງຂັນ ບານເຕະຜ່ານທາງໂທລະທັດ ທີ່ໝູ່ບ້ານໃນເມືອງຄອນດູກາ ຫ່າງປະມານ 38 ກິໂລແມັດ ຈາກເມືອງໄມດູກູຣີ ເມືອງເອກຂອງລັດບໍໂນ ເມື່ອເວລາປະມານ 21:00 ໂນງ ຂອງຄືນວັນອາທິດ.

ທ່ານອຸສມານ ຄາຊັລລາ ຫົວໜ້າຝ່າຍປະຕິບັດການ ສໍານັກງານບໍລິຫານຈັດການເຫດສຸກເສີນແຫ່ງລັດ (ຊີມາ) ເຜີຍເມື່ອວັນຈັນ ວ່າ ມີຜູ້ເສຍຊີວິດໃນເຫດການຢ່າງໜ້ອຍ 30 ຄົນ ລວມເຖິງມືລະເບີດທັງ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 48 ຄົນ.

ເບື້ອງຕົ້ນຍັງບໍ່ມີກຸ່ມໃດອອກມາປະກາດສະແດງຄວາມຮັບຜິດຊອບ ແຕ່ເຈົ້າໜ້າທີ່ເຊື່ອວ່າ ເປັນຝີມືຂອງກຸ່ມໂບໂກ ຮາຣາມ ທີ່ແຜ່ອິດທິພົນຢູ່ທົ່ວພື້ນທີ່ພາກຕາເວັນອອກສຽງເໜືອຂອງໄນຈີເຣຍ ແລະ ມີຖານຢູ່ໃນລັດບໍໂນ.

ໂບໂກ ຮາຣາມ ເຊິ່ງຈັບອາວຸດຕໍ່ສູ້ເພື່ອສະຖາປະນາລັດໃນອຸດົມການທາງສາສະໜາ ທາງພາກຕາເວັນອອກສຽງເໜືອຂອງໄນຈີເຣຍ ທີ່ມີຫຼັກແນວຄິດວ່າ ການແຂ່ງຂັນບານເຕະເປັນວັດທະນະທໍາທີ່ເຊື່ອມໂຊມຂອງໂລກຕາເວັນຕົກ ການກໍ່ຄວາມບໍ່ສະຫງົບຕະຫຼອດທົດສະວັດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 30.000 ຄົນ ແລະ ກາຍເປັນຜູ້ພັດຖິ່ນຫຼາຍລ້ານຄົນ.