ປະຫານຊີວິດຍັງບໍ່ສາສົມກັບສິ່ງທີ່ທຳ ຄາດຕະກຳຫຼາຍສົບກ່ອນຖືກຈັບ

36

ເປັນເລື່ອງທີ່ສະເທືອນຂວັນຫຼາຍ ຊາຍຜູ້ນີ້ເກີດມາຜິດມະນຸດ ຂ້າຄົນເປັນຜັກປາສັງຫານໄປຫຼາຍຊີວິດພ້ອມປຸ້ນຈີ້ຊິງຊັບກັບອາວຸດເສິກ ກ່ອນຖືກເຈົ້າທີ່ຈັບໂຕໄດ້ໄປລົງໂທດ ສານຕັດສິນໃຫ້ປະຫານຊີວິດແຕ່ຈາກໃຈແລ້ວຍັງບໍ່ສາສົມກັບສິ່ງທີ່ກະທຳລົງໄປ.

ພາບປະກອບຂ່າວ

ຫຼາຍຄົນອາດບໍ່ທັນຮູ້ເລື່ອງລາວ ໄດ້ທ້າວໄຊ ຈຳເລີຍໃນໄວ 25 ທີ່ເປັນຄາຕະກອນຕໍ່ເນື່ອງເລື່ອງນີ້ຮ້າຍກວ່າໃນລະຄອນອີກ ບໍ່ວ່າຈະ ຄະດີຄາດຕະກໍາຜົວ-ເມຍເຮັດອະນາໄມຢູ່ຕະຫຼາດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ດ້ວຍການໃຊ້ຂຽງທຸບຫົວຈົນເສຍຊີວິດ, ຄົນຫວຽດນາມຖືກຄາດຕະກໍາດ້ວຍການໃຊ້ມີດແທງດ້ານຫຼັງແລ້ວຖິ້ມລົງນໍ້າຂອງເຂດແຄມຂອງສວນເຈົ້າອານຸວົງ ໃນເດືອນສິງຫາ 2014, ຄະດີປຸ້ນຊັບພົນລະເມືອງຢູ່ແຂວງຊຽງຂວາງ ດ້ວຍການໃຊ້ປືນຍິງເຈົ້າຂອງເຮືອນຈົນເສຍຊີວິດ ໃນວັນທີ 15 ກຸມພາ 2015.

ພາບປະກອບ

ຮວມທັງຄະດີປຸ້ນເອົາປືນ AK ຂອງທະຫານປ້ອງກັນພູແຮ ເມືອງແປກ ແຂວງຊຽງຂວາງ ໃນວັນທີ 17 ກຸມພາ 2015 ແລ້ວເອົາປືນ AK ກະບອກດັ່ງກ່າວທີ່ປຸ້ນມາ ໄປປຸ້ນເອົາ ເງິນປະຊາຊົນ ຢູ່ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ເງິນຈໍານວນ 500.000 ກີບ ໃນວັນທີ 22 ກຸມພາ 2015.
ລາຍງານຈາກ ປກສ ໃຫ້ຮູ້ວ່າ: ຜູ້ກໍ່ເຫດໃນຄະດີຕ່າງໆນັ້ນ ແມ່ນ ທ້າວ ໄຊ (ຈຳເລີຍ) ອາຍຸ 25 ປີ ຢູ່ບ້ານນາພະສາດ ເມືອງຄູນ ແຂວງຊຽງຂວາງ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 23 ກຸມພາ 2015 ແລະ ໄດ້ນໍາເອົາຄະດີນີ້ຂຶ້ນມາຕັດສິນ ປະຫານຊີວິດແລ້ວ ໃນວັນທີ 05 ມິຖຸນາ 2019 ຜ່ານມາ.

ພາບປະກອບ

ຄະນະສານອາຍາໃຫ້ຮູ້ວ່າ: ໃນປີ 2005 ຈໍາເລີຍເຄີຍກະທໍາຜິດມາແລ້ວໃນສະຖານການລັກອາວຸດເສິກ, ສະຖານການຄາດຕະກໍາ ຖືກສານຕັດສິນລົງໂທດ 12 ປີ ປັບໃໝ 3.000.000 ກີບ ເມື່ອຈຳເລີຍໄດ້ປະຕິບັດໂທດ 6 ປີ ກັບ 1 ເດືອນ ໄດ້ຮັບການອະໄພຍະໂທດ 6 ເດືອນ ໂທດຍັງເຫຼືອ 5 ປີ 4 ເດືອນ, ພາຍຫຼັງຈຳເລີຍຖືກປ່ອຍຕົວ ກໍໄດ້ໄປກະທໍາຜິດຄັ້ງນີ້ອີກໃນສະຖານດຽວກັນ ຈຶ່ງຖືວ່າເປັນການກະທໍາຜິດທີ່ບໍ່ເຂັດຫຼາບ,
ຈາກການຄົ້ນຄວ້າບັນດາຂໍ້ມູນ, ເອກະສານ ແລະ ຫຼັກຖານຕ່າງໆທີ່ມີໃນສໍານວນຄະດີຢ່າງລະອຽດແລ້ວ ເຫັນວ່າ ການກະທຳຂອງຈຳເລີຍເປັນການກະທໍາທີ່ອັນຕະລາຍຮ້າຍແຮງຕໍ່ສັງຄົມ, ແຕະຕ້ອງເຖິງສຸຂະພາບ, ຊີວິດ, ຊັບສິນຂອງລັດ ແລະ ຂອງພົນລະເມືອງ ໂດຍກົງ ແລະ ບໍ່ຢ້ານກົວຕໍ່ກົດໝາຍສະແດງອອກດັ່ງນີ້:

ພາບປະກອບຂ່າວ

ໃນເດືອນສິງຫາ 2014 ຈຳເລີຍໄດ້ໄປເປັນກໍາມະກອນອະນາໄມຕະຫຼາດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກັບ ທ້າວ ກັນ ແລະ ນາງ ແມບ (ຜົວ-ເມຍ) ໄດ້ປະມານ 10 ກວ່າວັນ ຈຳເລີຍຄິດຢາກໄດ້ເງິນ ແລະ ຖືກ ນາງ ແມບ ຮ້າຍດ່າເປັນປະຈໍາ, ຈຶ່ງວາງແຜນຄາດຕະກໍາຜົວ-ເມຍນີ້; ຮອດທ່ຽງຄືນວັນເກີດເຫດ ຈຳເລີຍໄດ້ເຫັນວ່າຜົວ-ເມຍໄດ້ນອນຫຼັບ ຈຶ່ງໃຊ້ຂຽງໜັກປະມານ 4-5 ກິໂລກຼາມ ທຸບໃສ່ຫົວຜົວ-ເມຍ ຜູ້ລະ 1 ບາດ ເມື່ອຜົວ-ເມຍຮ້ອງຍ້ອນເຈັບປວດ ຈຳເລີຍກໍຕີຫົວອີກຜູ້ລະ 1 ບາດ ທັງ 2 ຄົນໄດ້ໝົດສະຕິໄປ ແລະ ເສຍຊີວິດໃນເວລາຕໍ່ມາ; ຫຼັງຈາກນັ້ນ ຈຳເລີຍໄດ້ຄົ້ນເອົາເງິນ ຈໍານວນ 3.124.000 ກີບ ແລ້ວຫຼົບໜີ.
ຕໍ່ມາໃນເດືອນດຽວກັນ, ຈໍາເລີຍໄດ້ໄປຫຼິ້ນຢູ່ແຄມຂອງ ເຂດສວນເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຫັນຄົນຫວຽດນາມໃສ່ສາຍຄໍຄໍາ ຈຶ່ງເຂົ້າໄປຂໍນັ່ງຫຼິ້ນນໍາ. ຈຳເລີຍ, ມີຄວາມຍາກໄດ້ ຈຶ່ງໃຊ້ວິທີຊັກຊວນຄົນຫວຽດນາມ ໄປເສບຢາບ້າຢູ່ແຄມນໍ້າຂອງ ພໍຍ່າງໄປຮອດຈຳເລີຍ ກໍໃຊ້ມີດທີ່ກຽມມາ (ຍາວ10 ຊັງຕີແມັດ) ແທງເຂົ້າທາງຫຼັງຄົນຫວຽດນາມ ປະມານ 10 ກວ່າບາດ ເຮັດໃຫ້ຄົນຫວຽດນາມລົ້ມລົງ ຈາກນັ້ນກໍດຶງເອົາສາຍຄໍຄຳ ພ້ອມເງິນຈຳນວນ 240.000 ກີບ ແລ້ວແກ່ລາກເອົາຄົນຫວຽດນາມ ລົງນໍ້າຂອງແລ້ວຫຼົບໜີໄປແຂວງຊຽງຂວາງ, ຕໍ່ການຄາດຕະກໍາຄົນຫວຽດນາມ ນັ້ນແມ່ນບໍ່ທັນມີຂໍ້ມູນລະອຽດ ແລະ ກໍບໍ່ມີການແຈ້ງຄວາມຈາກພີ່ນ້ອງຂອງຜູ້ຖືກເສຍຫາຍ.

ພາບປະກອບຂ່າວ

ວັນທີ 15 ກຸມພາ 2015, ຈຳເລີຍໄດ້ໄປປຸ້ນຊັບພົນລະເມືອງຢູ່ເຮືອນປະຊາຊົນເຂດບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໂດຍໃຊ້ປືນແກ໊ບ ແລະ ມີດ (ຍາວ 34 ຊັງຕີ ແມັດ). ຈໍາເລີຍໄດ້ເຄາະປະຕູເຮືອນ 3 ບາດ ພ້ອມທັງເວົ້າວ່າ: ຊື້ສາຍຄໍຄໍາບໍ? ແລ້ວຢືນມິດຢູ່ຕໍ່ໜ້າເຮືອນປະມານ 2 ນາທີ, ທ້າວ ສໍາພັນໄຊ ເຈົ້າຂອງເຮືອນອອກມາໄຂປະຕູເຮືອນເບິ່ງ ຈຳເລີຍໄດ້ບອກໃຫ້ຍົກມືຂຶ້ນ ແຕ່ ທ້າວ ສໍາພັນໄຊ ບໍ່ຍົກມືພ້ອມທັງຫັນຫຼັງໜີ ຈໍາເລີຍກໍໃຊ້ປືນແກັບຍິງໃສ່ ທ້າວ ສຳພັນໄຊ ລົ້ມລົງ ແລະ ເສຍຊີວິດໃນເວລາຕໍ່ມາ.

ມາວັນທີ 17 ກຸມພາ 2015 ຈຳເລີຍມີແນວຄິດຢາກໄດ້ປືນ AK ຈຶ່ງຂຶ້ນໄປຫາທະຫານທີ່ປ້ອງກັນຢູ່ພູເເຮ ຈຳເລີຍໄດ້ໃຊ້ເລ່ລ່ຽມດ້ວຍການໂອ້ລົມແບບສະນິດສະໜົມ ປະມານ 2-3 ນາທີ ເມື່ອທະຫານຍາມເຜີຕົວ ຈໍາເລີຍໃຊ້ປືນແກ໊ບຍິງດ້ານຫຼັງແຕ່ແກ໊ບບໍ່ແຕກ ແລະ ຈຳເລີຍກໍລົມກັນແບບບໍ່ມີຫຍັງເກີດຂຶ້ນ ເມື່ອຈໍາເລີຍໄດ້ປະກອບປືນໃໝ່ ກໍຍິງໃສ່ທະຫານທີ່ຍາມຖືກບ່າໄຫຼ່ເບື້ອງຂວາທະຫານໂດດຖີບຈໍາເລີຍ, ຈໍາເລີຍໄດ້ຕໍ່ສູ້ພ້ອມທັງເອົາມີດອອກມາ ເພື່ອຈະແທງທະຫານ ດ້ວຍຄວາມບາດເຈັບຂອງທະຫານ ຈຶ່ງຕັດສິນໃຈແລ່ນໜີ. ແລ້ວຈຳເລີຍກໍເອົາປືນ AK ພ້ອມລູກກະສູນຫຼົບໜີ. ຮອດວັນທີ 22 ກຸມພາ 2015 ຈຳເລີຍໄດ້ນໍາໃຊ້ ປືນ AK ກະບອກດັ່ງກ່າວໄປປຸ້ນ ທ້າວ ລົງລໍ ຢູ່ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ເງິນຈໍານວນ 500.000 ກີບ, ມື້ຕໍ່ມາກໍຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີໄດ້.

ພາບປະກອບຂ່າວ

ທຸກການກະທຳຂອງຈຳເລີຍຖືກລະບຸໄວ້ໃນມາດຕາ 85 ວັກ 2 ຂອງກົດໝາຍອາຍາ ສະບັບປັບປຸງ ປີ 2005 ລະບຸວ່າ: ໃນກໍລະນີຜູ້ກະທໍາຜິດຫາກ ໄດ້ເອົາການຄາດຕະກໍາເປັນອາຈີນ, ຂ້າຄົນໂດຍມີແຜນການ, ຂ້າຄົນຢ່າງໂຫດ ຮ້າຍປ່າເຖື່ອນ, ຂ້າພະນັກງານກໍາລັງປະຕິບັດໜ້າທີ່, ຂ້າຫຼາຍຄົນ, ຂ້າແມ່ຍິງຖືພາ, ຂ້າຄົນເພື່ອປິດບັງການກະທໍາຜິດ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 10-20 ປີ ແລະ ຈະຖືກປັບໃໝ ແຕ່ 2 -10ລ້ານກີບ, ອາດຈະຖືກຈໍາກັດທີ່ຢູ່ ຫຼື ຕັດອິດສະຫຼະພາບຕະຫຼອດຊີວິດ ຫຼື ປະຫານຊີວິດ; ນອກນີ້, ການປຸ້ນຊັບຂອງພົນລະເມືອງທີ່ຜິດຕໍ່ມາດຕາ 118 ວັກ 2; ການຄອບຄອງ ແລະ ນໍາໃຊ້ອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 78.

ຫຼ້າສຸດ ໃນວັນທີ 5 ມີຖຸນາ 2019 ຄະນະສານອາຍາສານຂັ້ນຕົ້ນແຂວງຊຽງຂວາງ ຕັດສິນລົງໂທດຕາມມາດຕາ 12, 41 ແລະ 46 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ໂດຍຕັດສິນປະຫານຊີວິດ ທ້າວ ໄຊ (ຈໍາເລີຍ) ໃນສະຖານ: ການຄາດຕະກໍາບໍ່ເຂັດຫຼາບ, ຄາດຕະກໍາໃນຂັ້ນພະຍາຍາມ, ປຸ້ນຊັບຂອງພົນລະເມືອງ, ລັກອາວຸດເສິກບໍ່ເຂັດຫຼາບ, ຄອບຄອງ ແລະ ນໍາໃຊ້ອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ.