ປຶກສາຫາລືສົນທິສັນຍາ ສິງກະໂປ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງສາກົນ

43

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບສົນທິສັນຍາ ສປຊ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງສາກົນ ຈາກຜົນຂອງການໄກ່ເກ່ຍເພື່ອສ້າງຄວາມຮັບຮູ້ເຂົ້າໃຈເປັນເອກະພາບຕໍ່ເນື້ອໃນສົນທິສັນຍາ ສປຊ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງສາກົນຈາກຜົນຂອງການໄກ່ເກ່ຍ ຫຼື ເອີ້ນຊື່ຫຍໍ້ຂອງສົນທິສັນຍາດັ່ງກ່າວວ່າ: ສົນທິສັນຍາ ສິງກະໂປ ວ່າດ້ວຍການໄກ່ເກ່ຍ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ທີ່ຫ້ອງປະຊຸມ ກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຊີ້ນໍາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທັງເປັນຫົວໜ້າຄະນະຄົ້ນຄວ້າສົນທິສັນຍາ ສປຊ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງສາກົນ ຈາກຜົນຂອງການໄກ່ເກ່ຍ, ມີບັນດາທ່ານຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງຈາກລັດຖະມົນຕີ ກະຊວງຍຸຕິທໍາ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ທ່ານຜູ້ຊ່ຽວຊານຈາກ ສິງກະໂປ ເພື່ອບັນລະຍາຍເນື້ອໃນຂອງສົນທິສັນຍາດັ່ງກ່າວ ເຂົ້າຮ່ວມ.

ທ່ານ ໄພວີ ສີບົວລິພາ ກ່າວວ່າ: ການມາບັນລະຍາຍຂອງທ່ານຜູ້ຊ່ຽວຊານຈາກ ສິງກະໂປ ເປັນການໃຫ້ຄວາມກະຈ່າງແຈ້ງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ເປັນເອກະພາບຕໍ່ເນື້ອໃນຂອງສົນທິສັນຍາໃຫ້ແກ່ພະນັກງານໃນຂົງເຂດຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ເຮົາ. ສະນັ້ນ, ກອງປະຊຸມສໍາມະນາຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະພວກເຮົາຈະໄດ້ທໍາຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນລາຍລະອຽດຂອງສົນທິສັນຍາ, ເປັນການກະກຽມທາງດ້ານເນື້ອໃນໃຫ້ແກ່ຄະນະຮັບຜິດຊອບຄົ້ນຄວ້າສົນທີ່ສັນຍາ ເພື່ອລາຍງານລັດຖະບານພິຈາລະນາອະນຸມັດໃຫ້ແກ່ການໄປລົງນາມສົນທິສັນຍາດັ່ງກ່າວໃນເດືອນສິງຫາ ປີ 2019 ນີ້.

ທ່ານກ່າວຕື່ມວ່າ: ໃນກາງເດືອນ 5 ທີ່ຜ່ານມານີ້, ຄະນະຮັບຜິດຊອບຄົ້ນຄວ້າສົນທິສັນຍາ ສິງກະໂປ ວ່າດ້ວຍການໄກ່ເກ່ຍກໍໄດ້ຈັດກອງປະຊຸມຄົ້ນຄວ້າສົນທິສັນຍາດັ່ງກ່າວ ເຊິ່ງເຫັນວ່າສົນທິສັນຍາດັ່ງກ່າວນີ້ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງໃຫ້ແກ່ບັນດາປະເທດພາຄີ ເພາະມັນເປັນເຄື່ອງມືອັນໜຶ່ງທີ່ສໍາຄັນຮັບໃຊ້ໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງທາງດ້ານການຄ້າສາກົນ.

ຂ້າພະເຈົ້າເຫັນວ່າສົນທິສັນຍາດັ່ງກ່າວນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ປະເທດຂອງພວກເຮົາໃນເງື່ອນໄຂທີ່ພັກ ກໍຄືລັດຖະບານເຮົາມີນະໂຍບາຍເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນເປີດການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ. ສິ່ງສໍາຄັນແມ່ນປະເທດເຮົາ ກໍເປັນພາຄີຂອງອົງການການຄ້າໂລກ, ພາຄີຂອງປະຊາຄົມເສດຖະກິດອາຊຽນ. ສະນັ້ນ, ຍິ່ງມີ ຄວາມຈໍາເປັນທີ່ພວກເຮົາຕ້ອງຍົກສູງບົດບາດໃນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ. ແຕ່ຈະຍົກສູງບົດບາດໄດ້ນັ້ນ ກ່ອນອື່ນແມ່ນຕ້ອງມີລະບຽບກົດໝາຍ, ມີກົນໄກການແກ້ໄຂຂໍ້ຂັດແຍ່ງທີ່ເປັນລະບົບຄົບຊຸດ, ຮັດກຸມ ແລະ ມີຜົນສັກສິດ, ທັງສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ແລະ ທັງເອື້ອອໍານວຍຄວາມສະດວກໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນເມື່ອມີຂໍ້ຂັດແຍ່ງເກີດຂຶ້ນ.

ປັດຈຸບັນພວກເຮົາກໍມີສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ເຮັດພາລະບົດບາດໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການໄກ່ເກ່ຍ ແລະ ການຕັດສິນໂດຍກໍາມະການ ເຊິ່ງຜ່ານມາພວກເຮົາກໍໄດ້ເຂົ້າເປັນພາຄີຂອງສົນທິສັນຍາ ນິວຢອກ 1958 ວ່າດ້ວຍການຮັບຮູ້ ແລະ ການບັງຄັບປະຕິບັດຄໍາຕັດສິນຂອງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ່າງປະເທດ ແລະ ສາກົນ ໃນປີ 1997 ເປັນຕົ້ນມາ, ມາຮອດປັດຈຸບັນນີ້ ຄະນະກໍາມະການກົດໝາຍການຄ້າສາກົນຂອງສະຫະປະຊາຊາດ ( Uncitral ) ກໍໄດ້ຮ່າງສົນທິສັນຍາວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານການຄ້າສາກົນນີ້ຂຶ້ນ ຖືວ່າເປັນບັນຫາໃໝ່, “ ທ່ານ ໄພວີ ສີບົວລິພາ ກ່າວ ”.

[ ຂ່າວ: ສົມລົດ ]