ລູກເຮືອຂົນສົ່ງນ້ໍາມັນຍີ່ປຸ່ນ ເລົ່າເຫດການໂຈມຕີຄົນລະແບບກັບສະຫະລັດລາຍງານ

38

ປະທານບໍລິສັດເຈົ້າຂອງເຮືອບັນທຸກນ້ໍາມັນຂອງຍີ່ປຸ່ນ ເຊິ່ງຖືກໂຈມຕີໃນອ່າວໂອມານ ກ່າວວ່າ ລູກເຮືອເຫັນ “ວັດຖຸໂຈມຕີທີ່ບິນໄດ້” ເຄື່ອນກົງເຂົ້າມາທີ່ເຮືອກ່ອນເກີດເຫດ ເຊິ່ງສວນທາງກັບຂໍ້ມູນຂອງສະຫະລັດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນຈັນ ທີ 17 ມິຖຸນາ  ວ່າ ສືບເນື່ອງຈາກ “ເຫດວິນາດສະກໍາ” ຕໍ່ເຮືອບັນທຸກນ້ໍາມັນ 2 ລໍາ ໃນອ່າວໂອມານ ບໍລິເວນປາກຊ່ອງແຄບຮໍມຸຊ ໃນອ່າວເປີເຊຍ ເມື່ອວັນ ທີ 13 ມິຖຸນາະ ທີ່ຜ່ານມາ ໂດຍເຮືອລໍາທີ່ຕົກເປັນເປົ້າໝາຍການໂຈມຕີຄັ້ງນີ້ ຄືເຮືອ “ໂຄຄຸກະ ຄໍເຣເຈຍສ໌” ຂອງຍີ່ປຸ່ນ ແລະ ເຮືອ “ຟຣອນ ອັລແຕ” ຂອງນັອກແວ ຂະນະທີ່ເຮືອກວດສອບຂອງກອງກໍາລັງພິທັກປະຕິວັດອິຣານ (IRGC) ໃຫ້ຄວາມຊ່ວຍເຫຼືອລູກເຮືອ 23 ຄົນ ຈາກເຮືອຂອງນັອກແວ ແລະ ເຮືອລາດຕະເວນຂອງກອງທັບສະຫລັດໃຫ້ຄວາມຊ່ວຍເຫຼືອລູກເຮືອ 21 ຄົນ ຈາກເຮືອຂອງຍີ່ປຸ່ນ ໄດ້ຢ່າງປອດໄພ ຫຼັງຈາກນັ້ນ ລັດຖະບານອາເມຣິກາ ແລະ ຊາອຸດິ ອາຣະເບຍ ຕະຫຼອດຈົນສະຫະລັດ ອາຣັບ ເອມິເຣດ (UAE) ກ່າວຫາອິຣານວ່າຢູ່ເບື້ອງຫຼັງຂອງເຫດການ.

ในภาพอาจจะมี 3 คน

ນາຍຢູທາກະ ທາຄາດະ ປະທານບໍລິສັດເຈົ້າຂອງເຮືອໂຄຄຸກະ ຄໍເຣເຈຍສ໌ ກ່າວເມື່ອທ້າຍອາທິດ ຜ່ານມາ ວ່າ ໄດ້ມີໂອກາດສົນທະນາກັບລູກເຮືອຫຼາຍຄົນ ເຊິ່ງໃຫ້ຂໍ້ມູນໄປໃນທາງດຽວກັນ ວ່າ ກ່ອນເກີດເຫດໄດ້ເຫັນ “ວັດຖຸຊະນິດໜຶ່ງ ເຊິ່ງໜ້າຈະບັນຈຸລູກປືນເອົາໄວ້ດ້ວຍ” ຫຼື ວັດຖຸນັ້ນເອງທີ່ເປັນວັດຖຸໂຈດຕີ ເຄື່ອນທີ່ເຂົ້າມາໃກ້ກັບເຮືອ ດັ່ງນັ້ນ ຄວາມເສຍຫາຍທີ່ເກີດຂຶ້ນກັບຕົວເຮືອຈຶ່ງເປັນໄປບໍ່ໄດ້ທີ່ຈະເກີດຈາກຂີປະນາວຸດ ຫຼື ລະເບີດ ເນື່ອງຈາກຮ່ອງຮອຍຄວາມເສຍຫາຍຢູ່ເໜືອລະດັບນໍ້າ ເຊັ່ນດຽວກັນກັບຂໍ້ສັນນິຖານການໂຈມຕີດ້ວຍກັບລະເບີດທີ່ເປັນໄປບໍ່ໄດ້ເຊັ່ນດຽວກັນ.

ในภาพอาจจะมี 1 คน, ชุดสูท และสถานที่กลางแจ้ง

ທ່ານທາຄາດະ ກ່າວຕໍ່ໄປວ່າ ວັດຖຸທີ່ບິນມານັ້ນ ໂຈມຕີເຮືອຜິດພາດໃນຄັ້ງທໍາອິດ ຈຶ່ງບິນວັກກັບມາອີກຄັ້ງ ແລະ ຄັ້ງທີສອງນີ້ ສ້າງຄວາມເສຍຫາຍບໍລິເວນໃກ້ກັບຫ້ອງເຄື່ອງຈັກ ແລະ ຫາງເສືອເຮືອ. ນອກຈາກນີ້, ລູກເຮືອໂຄຄຸກະ ຄໍເຣເຈຍສ໌ ຢືນຢັນດ້ວຍວ່າ ພົບເຫັນເຮືອລາດຕະເວນຂອງກອງກໍາລັງພິທັກປະຕິວັດອິຣານ (IRGC) ຢູ່ໃນບໍລິເວນນັ້ນດ້ວຍ ແຕ່ບໍ່ຊັດເຈນວ່າເຮືອເຂົ້າມາກ່ອນ ຫຼື ຫຼັງເກີດເຫດ ຂະນະທີ່ ລູກເຮືອ ແລະ ເຈົ້າຂອງບໍລິສັດຟຣອນ ອັລແຕ ຍັງປະຕິເສດໃຫ້ຂໍ້ມູນກ່ຽວກັບໄລຍະເວລາທີ່ເກີດເຫດ.

ในภาพอาจจะมี มหาสมุทร, ท้องฟ้า, สถานที่กลางแจ้ง และน้ำ

ຢ່າງໃດກໍ່ຕາມ ຄໍາບອກເລົ່າຂອງລູກເຮືອຍີ່ປຸ່ນຂັດແຍ່ງກັບຄລິບທີ່ກອງທັບສະຫະລັດເຜີຍແຜ່ຫຼັງຈາກນັ້ນບໍ່ດົນ ເຖິງວ່າຄລິບນັ້ນຂ່ອນຂ້າງມົວ ແລະ ບໍ່ມີການລະບຸໄລຍະເວລາຢ່າງຊັດເຈນ ແຕ່ເຈົ້າໜ້າທີ່ລະດັບສູງຂອງລັດຖະບານວໍຊິງຕັນ ຢືນຢັນວ່າ ເປັນໄລຍະວລາທີ່ເຈົ້າໜ້າທີ່ຂອງ IRGC ພະຍາຍາມນໍາລະເບີດທີ່ດ້ານ ອອກຈາກປ່ອງທີ່ເສຍຫາຍຂອງເຮືອ 1 ໃນ 2 ລໍາ ທີ່ເປັນເປົ້າໝາຍ ແລະ ເຜີຍດ້ວຍວ່າ ທາງ IRGC ເຄີຍມີປະວັດການໃຊ້ກັບລະເບີດໂຈມຕີເຮືອບັນທຸກນ້ໍາມັນຫຼາຍລໍາ ລະຫວ່າງປີ 1987-1988.