ວັນຜູ້ບໍລິຈາກເລືອດໂລກ ປີນີ້ຄາດຍອດບໍລິຈາກຈະຢູ່ທີ່ 500 ຖົງ

79

ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບການຈັດຕັ້ງຂັ້ນຕ່າງໆ ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ພາຍໃຕ້ຫົວຂໍ້: “ ເລືອດປອດໄພເພື່ອທຸກຄົນ ” ໃນວັນທີ 14 ມິຖຸນາ 2019 ທີ່ສູນການຄ້າລາວ – ໄອເຕັກ​ ນະຄອນຫຼວງວຽງຈັນ ເພື່ອໃຫ້ທຸກຄົນໄດ້ປະກອບສ່ວນບໍລິຈາກເລືອດ ແລະ ຊ່ວຍຊີວິດເພື່ອນມະນຸດ.

ຮ່ວມເປັນປະທານໂດຍ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ພ້ອມດ້ວຍບັນດາຫ້າງຮ້ານ ແລະ ບໍລິສັດທີ່ຮ່ວມສະໜັບສະໜູນ,ບັນດາພະນັກງານລັດ – ເອກະຊົນ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນທົ່ວໄປ ແລະ ບັນດານ້ອງໆນັກຮຽນ – ນັກສຶກສາເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ໄດ້ກ່າວວ່າ: ເພື່ອສະເຫຼີມສະຫຼອງວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໄດ້ມີການຈັດກິດຈະກໍາຢູ່ຫຼາຍໆແຂວງຕາມເວລາທີ່ເໝາະສົມ, ການຈັດຕັ້ງສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວກໍເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດທີ່ເຂົາເຈົ້າໄດ້ມອບຂອງຂວັນທີ່ມີຄຸນຄ່າທີ່ສຸດຕໍ່ຊີວິດດ້ວຍຄວາມສະໝັກໃຈເພື່ອຊ່ວຍຄົນເຈັບ ແລະ ສ້າງຈິດສໍານຶກໃນເລື່ອງ ຄວາມຈໍາເປັນຂອງການບໍລິຈາກເລືອດ. ເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ ແລະ ໃນ ສປປ ລາວ ຕາມສະຖິຕິປີ 2018 ມີຄົນເຈັບທີ່ໃຊ້ເລືອດເຂົ້າໃນການປິ່ນປົວ ກວມເອົາ 32.687 ເທື່ອຄົນ.

ສະເພາະປີ 2018 ບັນດາສູນເລືອດຢູ່ໃນຂອບເຂດທົ່ວປະເທດໄດ້ປຸກລະດົມ ແລະ ຈັດຮັບບໍລິຈາກເລືອດຫຼາຍກວ່າ 1.570 ຄັ້ງ ແລະ ມີຜູ້ເຂົ້າຮ່ວມຂະບວນບໍລິຈາກເລືອດ 96.845 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 49.070 ຖົງ ຄາດໝາຍສູ້ຊົນທົ່ວປະເທດໃນປີ 2019 ໃຫ້ບັນລຸ 55 ພັນຖົງ. ພາຍໃນງານນອກຈາກການຮັບບໍລິຈາກເລືອດແລ້ວຍັງມີການສະແດງສິລະປະຂອງອາສາສະໝັກ, ນັກຮ້ອງຈາກຄ້າຍເພງ ທີເຄ ແລະ ທະວີເສີດ ເຊິ່ງຄາດຄະເນຈະສາມາດຮັບບໍລິຈາກໄດ້ຫຼາຍກວ່າ 500 ຖົງ.

ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ໄດ້ກ່າວວ່າ: ສໍາລັບແນວຄິດຂອງວັນຜູ້ບໍລິຈາກເລືອດໂລກໃນປີ 2019 ແມ່ນການປຸກລະດົມໃຫ້ມີການບໍລິຈາກເລືອດ, ການບໍລິການເລືອດ ແລະ ຜະລິດຕະພັນຂອງເລືອດທີ່ປອດໄພເພື່ອເປັນການຄຸ້ມຄອງດ້ານສຸຂະພາບຂອງຄົນເຈັບ ພາຍໃຕ້ຫົວຂໍ້: “ ເລືອດປອດໄພເພື່ອທຸກຄົນ ” ຈຶ່ງຢາກໃຫ້ເຫັນເຖິງຄວາມຈໍາເປັນຂອງເລືອດທີ່ປອດໄພເພື່ອໃຫ້ຜູ້ບໍລິຈາກໄດ້ເຂົ້າເຖິງຂະບວນການຄວາມປອດໄພດ້ານສຸຂະພາບຂອງຜູ້ໃຫ້ ແລະ ຜູ້ຮັບ ໂດຍມຸ່ງເນັ້ນໃຫ້ທົ່ວໂລກໄດ້ເລີ່ມຕົ້ນເປັນຜູ້ບໍລິຈາກເລືອດ ແລະ ເປັນຜູ້ບໍລິຈາກເລືອດປະຈໍາ ຫຼື ສະໝໍ່າສະເໝີ.

ເຊິ່ງໜ່ວຍງານພາກລັດ, ໜ່ວຍງານດ້ານສາທາລະນະສຸກ, ອົງການກາແດງ ແລະ ໜ່ວຍງານດ້ານການບໍລິການໄດ້ດໍາເນີນການກະກຽມຄວາມພ້ອມໃນການວາງໂຄງສ້າງການຮັບບໍລິຈາກເລືອດທີ່ຈະເພີ່ມຂຶ້ນ ລວມທັງການຈັດການດ້ານສຸຂະພາບຂອງຜູ້ບໍລິຈາກເລືອດໃຫ້ມີຄຸນນະພາບດ້ານການບໍລິການ ແລະ ການຄວບຄຸມຄຸນນະພາບໃນການເກັບຮັກສາເລືອດ. ຜ່ານການເຂົ້າຮ່ວມຂະບວນການບໍລິຈາກເລືອດໃນປີຜ່ານໆມາ ໄດ້ມີຜູ້ບໍລິຈາກເລືອດເປັນປະຈໍາຫຼາຍຄັ້ງ ກວມເອົາ 60% ຂອງຈໍານວນຜູ້ບໍລິຈາກທັງໝົດ ແລະ ເດັ່ນກວ່າແມ່ນມີຜູ້ບໍລິຈາກເລືອດສະສົມໄດ້ 70 – 80 ກວ່າຄັ້ງ.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )