ເລິ່ມປີໜ້າ! ສະພາຫວຽດນາມຜ່ານຮ່າງກົດໝາຍ ຢຶດໃບຂັບຂີ່ຜູ້ເມົາແລ້ວຂັບ

45

ສະມັດຊາແຫ່ງຊາດຂອງຫວຽດນາມຜ່ານຮ່າງກົດໝາຍທີ່ຈະເປັນການຖອດຖອນໃບຂັບຂີ່ຂອງຜູ້ຂັບຂີ່ພາຫະນະເຊິ່ງມີອາການມຶນເມົາໂດຍບໍ່ມີການຍົກເວັ້ນກັບປະລິມານແອລກໍຮໍທີ່ຢູ່ໃນຮ່າງກາຍເທົ່າໃດກໍ່ຕາມ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນອາທິດ ທີ 16 ມິຖຸນາ ວ່າ ສະມັດຊາແຫ່ງຊາດຂອງຫວຽດນາມມີມະຕິສຽງຂ້າງຫຼາຍຂາດລອຍ ໃນການປະຊຸມເມື່ອວັນສຸກ 450 ຈາກ 480 ສຽງ ຜ່ານຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມອັນຕະລາຍ ແລະ ຜົນກະທົບຈາກການບໍລິໂພກເຄື່ອງດື່ມແອລກໍຮໍ ແລະ ເບຍ ໂດຍຖ້າມີການກວດພົບຜູ້ຂັບຂີ່ພາຫະນະຄົນໃດ ມີປະລິມານແອລກໍຮໍໃນຮ່າງກາຍບໍ່ວ່າຈະປະລິມານເທົ່າໃດກໍ່ຕາມ ໃບຂັບຂີ່ຂອງບຸກຄົນນັ້ນຈະຖືກຢຶດ ແລະ ຖອນສິດທັນທີ ເຊິ່ງກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ຕັ້ງແຕ່ປີໜ້າເປັນຕົ້ນໄປ.

ທັງນີ້ ເມື່ອອາທິດ ຜ່ານມາ ສະມາຊິກສະພາສະເໜີໃຫ້ມີການພິຈາລະນາຍັດຕິຫ້າມຈໍາໜ່າຍເຄື່ອງດື່ມແອລກໍຮໍ ລະຫວ່າງ ເວລາ 22:00 ໂມງ ເຖິງ 08:00 ໂມງເຊົ້າ ໃນແຕ່ລະວັນດ້ວຍ ໂດຍກ່ອນໜ້ານີ້ ສຽງສ່ວນໃຫຍ່ຂອງທີ່ປະຊຸມແມ່ນຄັດຄ້ານຍັດຕິທັງສອງຂໍ້ ທີ່ກັງວົນວ່າອາດຈະສົ່ງຜົນກະທົບຕໍ່ອຸດສາຫະກໍາການທ່ອງທ່ຽວ ແລະ ການຜະລິດເບຍໃນປະເທດ. ຢ່າງໃດກໍ່ຕາມ ຄະນະກໍາມະການຂອງສະມັດຊາແຫ່ງຊາດຫວຽດນາມມີຄວາມເຫັນ ຄວນໃຫ້ເພິ່ມຄວາມເຂັ້ມງວດຕໍ່ບຸກຄົນທີ່ດື່ມເຄື່ອງດື່ມແອລກໍຮໍລະຫວ່າງຂັບຂີ່ພາຫະນະ ເພື່ອຫຼຸດອັດຕາການເກີດອຸບັດເຫດຈາກການມຶນເມົາ.

ອີກປະການໜຶ່ງ ຂໍ້ມູນຈາກກະຊວງສາທາລະນະສຸກຂອງຫວຽດນາມ ລະບຸວ່າ ຊາວຫວຽດນາມບໍລິໂພກເຄື່ອງດື່ມທີ່ມີສ່ວນປະສົມແອລກໍຮໍ 305 ລ້ານລິດ ແລະ ເບຍ 4.100 ລ້ານລິດ ສະເພາະເມື່ອປີ 2017 ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ເປັນອັນດັບ 3 ຂອງທະວີບອາຊີ ເປັນຮອງພຽງຍີ່ປຸ່ນ ແລະ ຈີນ.