ແຕ່ງຕັ້ງ ທ່ານ ບຸນທະມະລີ ໝັ້ນອານົງຫົວໜ້າພະແນກການເງິນແຂວງ ເປັນເຈົ້າເມືອງສາມັກຄີໄຊຜູ້ໃໝ່

42

ວັນທີ 13 ມິຖຸນາ 2019 ເມືອງ ສາມັກຄີໄຊ ແຂວງ ອັດຕະປືໄດ້ຈັດພິທີມອບ-ຮັບໜ້າທີ່​ເຈົ້າເມືອງຜູ້ໃໝ່ຂຶ້ນ ລະຫວ່າງ​ ທ່ານ ຄຳບຸນ ດວງພະບາງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຜູ້ເກົ່າ ຍ້າຍໄປຮັບ ໜ້າທີ່ການເມືອງຂອງອົງຄະນະພັກແຂວງ ແລະ ແຕ່ງຕັ້ງ ທ່ານ ບຸນທະມະລີ ໝັ້ນອານົງຫົວໜ້າພະແນກການເງິນແຂວງ ເປັນເຈົ້າເມືອງສາມັກຄີໄຊຜູ້ໃໝ່ ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາກຳມະການພັກແຂວງ ຄະນະພັກອຳນາດການປົກຄອງເມືອງເຈົ້າເມຶອງ 5 ເມຶອງເລຂາໜ່ວຍພັກບ້ານາຍບ້ານເຂົ້າຮ່ວມ.

ໃນໂອກາດດຽວກັນນີ້ ທ່ານ ຄຳບຸນ ດວງພະບາງ ເລຂາພັກເມືອງຜູ້ເກົ່າ ກໍ່ໄດ້ລາຍງານຜົນງານການຈັດຕັ້ງປະຕິບັດວຽກງານທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນຜ່ານມາວ່າ:ປັດຈຸບັນສະພາບການພັດທະນາ​ເສດຖະກິດ-ສັງຄົມຂອງເມືອງສາມັກຄີໄຊຍັງຢູ່ໃນລະດັບຕໍ່ເນື່ອງ ເຊິ່ງຕົນເອງໄດ້ຄຽງບ່າຄຽງໄລ່ກັບບັນດາຄະນະນໍາຂອງເມືອງ ແລະ ອຳນາດການປົກຄອງທຸກຂັ້ນຮັກສາໄດ້ຄວາມສາມັກຄີພາຍໃນພັກ ແລະ ປະຊາຊົນທົ່ວເມືອງໄດ້ຮັບການຍົກສູງຂຶ້ນເປັນກ້າວໆ ເຊິ່ງຖືວ່າເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງເມືອງກ້າວຂຶ້ນຢ່າງໜັກແໜ້ນ. ທ່ານ ກ່າວຕໍ່ໄປອີກວ່າ ໃນຊີວິດທີ່ປະກອບເຂົ້າໃນການພັດທະນາປະເທດຊາດນັ້ນ ເຊິ່ງກໍ່ປະສາຈາກບໍ່ໄດ້ທີ່ມີການຍົກຍ້າຍສັບປ່ຽນໜ້າທີ່ສູງເຖິງ 12 ຕຳແໜ່ງ.
ຕໍ່ທັດສະນະນີ້ ຖືວ່າເປັນ​ຜູ້​ໜຶ່ງ​ທີ່​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ, ໃນ​ຕະ­ຫຼອດ​ຊີ­ວິດ​ຕໍ່ການເຄື່ອນ­ໄຫວ​ປະ­ຕິ­ວັດ​ຂອງທ່ານ ໂດຍ​ສະ­ເພາະ​ໃນ​ຂອບເຂດອົງການຈັດຕັ້ງໜ້າທີ່ການເມືອງຂອງພັກ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ພາຍ​ໃນທ້ອງຖິ່ນ​ ຕະຫຼອດ​ມາ.
ໃນວາລະອັນສົມກຽດນີ ທ່ານ ເຈົ້າເມືອງຜູ້ໃໝ່ ກໍ່ໄດ້ກ່າວຮັບຢືນຢັນຕໍ່ໜ້າທີ່ຕຳແໜ່ງໃໝ່ຂອງທ່ານວ່າ: ຈະເຮັດສຳເລັດໜ້າທີ່ທີ່ຂັ້ນເທິງໄດ້ມອບໝາຍນີ້, ຂ້າພະເຈົ້າພ້ອມດ້ວຍພະນັກງານການນຳ, ພະນັກງານຫຼັກແຫຼ່ງພາຍໃນເມືອງຈະສຸມທຸກສະຕິປັນຍາ-ເຫື່ອແຮງ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ສິ່ງສຳຄັນໃນທີ່ນີ້ ຈະສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ພັກ ແລະ ລັດວາງອອກນັ້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໂດຍ: ມາລາທິບ