ແລກປ່ຽນບົດຮຽນ ບໍລິຫານຈັດການນໍ້າໃນເຂື່ອນທົ່ວປະເທດ

35

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ບໍລິສັດ ໄຟຟ້ານໍ້າເທີນ 2 ເປີດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບການບໍລິຫານຈັດການນໍ້າ ແລະ ການຜະລິດພະລັງງານໃນຊຸມປີຜ່ານມາ ເພື່ອປຶກສາຫາລືແລກປ່ຽນບົດຮຽນການບໍລິຫານນໍ້າໃຫ້ມີປະສິດທິພາບ ແລະ ຫຼຸດຜ່ອນຜົນກະທົບ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ທີ່ໂຮງແຮມແລນມາກ ໂດຍການເປັນປະທານຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຜູ້ພັດທະນາໂຄງການເຂື່ອນໄຟຟ້ານໍ້າຕົກ ແລະ ພະນັກງານຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາມະນີ ອິນທິລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ສປປ ລາວ ໄດ້ວາງຍຸດທະສາດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດກ້າວຂຶ້ນ. ໃນນີ້, ໄດ້ກໍານົດເອົາການພັດທະນາວຽກງານພະລັງງານ ເຊິ່ງແມ່ນທ່າແຮງທີ່ສໍາຄັນຂອງລາວ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ນໍາໃຊ້ຊັບພະຍາກອນໃຫ້ມີປະສິດທິພາບສູງສຸດ.

ມາຮອດປັດຈຸບັນ ສ ປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າແລ້ວ 63 ແຫ່ງ ລວມມີກໍາລັງການຕິດຕັ້ງ 7.207,24 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 37.366,66 ກິໂລວັດໂມງຕໍ່ປີ. ໃນນີ້, ມີເຂື່ອນຂະໜາດກາງ – ຂະໜາດໃຫຍ່ 32 ເຂື່ອນ, ເຂື່ອນຂະໜາດນ້ອຍ 15 ເມກາວັດ ລົງມາມີ 21 ເຂື່ອນ.

ນອກຈາກນີ້, ໂຄງການເຂື່ອນໄຟຟ້າພວມດໍາເນີນການກໍ່ສ້າງ CA ຈໍານວນ 20 ໂຄງການ ລວມມີກໍາລັງການຕິດຕັ້ງ 6.605 MW ຜະລິດກະແສໄຟຟ້າໄດ້ 33.063 GWh/ປີ, ສັນຍາພັດທະນາໂຄງການ PDA 40 ໂຄງການ, ມີກໍາລັງການຕິດຕັ້ງ 6.937 MW ຜະລິດກະແສໄຟຟ້າໄດ້ 31.434 GWh/ປີ ມີບົດບັນທຶກຄວາມເຂົ້າໃຈແລ້ວ 55 ໂຄງການ ມີກໍາລັງຕິດຕັ້ງ 10.806 MW ຜະລິດກະແສໄຟຟ້າໄດ້ 47.625 GWh/ປີ.

ຜົນສໍາເລັດຂອງການພັດທະນາໄຟຟ້າຢູ່ປະເທດເຮົາໃນໄລຍະຜ່ານມາ ເປັນຜົນສຳເລັດທີ່ສໍາຄັນ, ມີລັກສະນະພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງປະເທດຊາດ.

ກອງປະຊຸມຄັ້ງນີ້ແນໃສ່ເພື່ອຖ່າຍທອດປະສົບການ, ບົດຮຽນທີ່ດີມີປະສິດທິຜົນ, ຮັບປະກັນໃຫ້ແກ່ການຄຸ້ມຄອງເຂື່ອນໄຟຟ້າແຕ່ລະແຫ່ງມີຄວາມປອດໄພບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ຊີວິດ ແລະ ຊັບສິນຂອງປະຊາຊົນໃນບໍລິເວນໃກ້ຄຽງ ນໍາເອົາຜົນປະໂຫຍດສູງສຸດມາສູ່ການພັດທະນາປະເທດຊາດຂອງພວກເຮົາ.

ທ່ານລັດຖະມົນຕີ ຍັງຮຽກຮ້ອງຜູ້ເຂົ້າຮ່ວມທີ່ປະຊຸມຈົ່ງໄດ້ພ້ອມກັນສຸມສະຕິປັນຍາ, ຄວາມຮູ້, ບົດຮຽນທີ່ມີໃນການຄຸ້ມຄອງເຂື່ອນ, ການບໍລິຫານຈັດການນໍ້າທີ່ດີ, ມີຄຸນນະພາບພ້ອມກັນຕັ້ງໜ້າແລກປ່ຽນບົດຮຽນນໍາກັນດ້ວຍຈິດໃຈສ້າງສັນ. ພ້ອມດຽວກັນນັ້ນ, ກໍພະຍາຍາມຄົ້ນຄວ້າກໍານົດແຜນຮັບມືກັບສິ່ງທີ່ຈະເກີດຂຶ້ນ ແລະ ຜົນກະທົບໃຫ້ມີປະສິດທິຜົນສູງ ແນໃສ່ຮັບປະກັນເຮັດໃຫ້ ວຽກງານຄຸ້ມຄອງເຂື່ອນມີຄວາມປອດໄພ ສ້າງເງື່ອນໄຂໃນການພັດທະນາອຸດສາຫະກໍາພະລັງງານໄຟຟ້າດໍາເນີນໄປຕາມທິດຍືນຍົງ.

ທ່ານ ໂອລີວີເຢ ດິດຣິ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການແລກປ່ຽນຄວາມຄິດເຫັນ ລະຫວ່າງພາກລັດ ແລະ ຜູ້ພັດທະນາເຂື່ອນໄຟຟ້ານໍ້າຕົກພາຍໃນປະເທດ ເຊິ່ງເປັນການເປີດກວ້າງສຸມໃສ່ຫຼາຍບັນຫາ ເປັນຕົ້ນແມ່ນການບໍລິຫານຈັດການນໍ້າ, ການຕິດຕາມສະພາບນໍ້າ, ພະຍາກອນອາກາດ, ການຄຸ້ມຄອງນໍ້າ ແລະ ອຸປະກອນເຄື່ອງມືຕ່າງໆພາຍໃນເຂື່ອນ ລວມທັງແລກປ່ຽນແຜນຮັບມືກໍລະນີສຸກເສີນ ເພື່ອຫຼີກລຽງຜົນກະທົບທີ່ຈະເກີດຂຶ້ນ. ກອງປະຊຸມມື້ນີ້ພວກເຮົາພ້ອມແລ້ວທີ່ຈະແລກປ່ຽນບົດຮຽນຮ່ວມກັນ.