ລັດຖະບານຊາອຸ ຮຽກຮ້ອງ ມາດຕະການເດັດຂາດ ຕໍ່ເຫດໂຈມຕີເຮືອຂົນສົ່ງນໍ້າມັນ

40

ປະເທດຊາອຸດິ ອາຣະເບຍ ຮຽກຮ້ອງການໃຊ້ “ມາດຕະການທີ່ວ່ອງໄວ ແລະ ເດັດຂາດ” ຕໍ່ຜູ້ຢູ່ເບື້ອງຫຼັງເຫດການໂຈມຕີເຮືອບັນທຸກນໍ້າມັນຂອງປະເທດນັອກແວ ແລະ ຍີ່ປຸ່ນ ໃນອ່າວໂອມານ ເມື່ອອາທິດກ່ອນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຣິຢາດ ປະເທດຊາອຸດິ ອາຣະເບຍ ເມື່ອວັນອາທິດ ທີ 16 ມິຖຸນາ ວ່າ ໜັງສືພິມອາຊາກ ອັລ-ອາວຊັດ ໜຶ່ງໃນກະບອກສຽງຂອງລັດຖະບານຣິຢາດຕີພິມບົດສໍາພາດຂອງເຈົ້າຊາຍໂມຮໍາເໝັດ ບິນ ຊັລມານ ແຫ່ງຊາອຸດິ ອາຣະເບຍ ໃນສະບັບເມື່ອວັນເສົາ ວ່າ ລັດຖະບານບໍ່ປະສົງທີ່ຈະໃຫ້ເກີດສົງຄາມຄັ້ງໃໝ່ ໃນຕາເວັນອອກກາງ ແຕ່ບໍ່ອາດຖືເບົາຕໍ່ “ພຶດຕິກໍາການຄຸກຄາມໃດກໍ່ຕາມ” ທີ່ມີແນວໂນ້ມສົ່ງຜົນຕໍ່ປະຊາຊົນ ອະທິປະໄຕ ແລະ ຊັບພະຍາກອນຂອງປະເທດ ຕະຫຼອດຈົນຜົນປະໂຫຍດຂອງຊາອຸດິ ອາຣະເບຍ.

ในภาพอาจจะมี มหาสมุทร, ท้องฟ้า, สถานที่กลางแจ้ง และน้ำ

ທັງນີ້ ແນ່ນອນວ່າ ເຈົ້າຊາຍໂມຮໍາເໝັດ ພະອົງໝາຍຄວາມເຖິງ “ວິນາດສະກຳ” ໂຈມຕີເຮືອບັນທຸກນໍ້າມັນລໍາໃຫຍ່ 2 ລໍາ ບໍລິເວນອ່າວໂອມານ ທີ່ຢູ່ສ່ວນທ້າຍຂອງຊ່ອງແຄບຮໍມຸຊ ໜຶ່ງໃນເສັ້ນທາງຂົນສົ່ງນໍ້າມັນສາຍສໍາຄັນຂອງໂລກ ເມື່ອວັນພະຫັດ ຜ່ານມາ ຄືເຮືອ “ໂຄຄຸກະ ຄໍເຣເຈຍສ໌” ຂອງຍີ່ປຸ່ນ ແລະ ເຮືອ “ຟຣອນ ອັລແຕ” ຂອງນັອກແວ ໂດຍເຮືອລາດຕະເວນຂອງກອງກໍາລັງພິທັກປະຕິວັດອິຣານ (IRGC) ໃຫ້ຄວາມຊ່ວຍເຫຼືອລູກເຮືອທັງ 23 ຄົນ ຈາກເຮືອຂອງນັອກແວ ສ່ວນເຮືອລາດຕະເວນຂອງກອງທັບສະຫະລັດໃຫ້ຄວາມຊ່ວຍເຫຼືອລູກເຮືອ 21 ຄົນ ຈາກເຮືອຂອງຍີ່ປຸ່ນໄດ້ຢ່າງປອດໄພ.

ไม่มีคำอธิบายรูปภาพ

ຫຼັງເກີດເຫດ ສະຫະລັດກ່າວຫາທັນທີວ່າ ເຫດການດັ່ງກ່າວເປັນຝີມືຂອງອິຣານ ໂດຍປະທານາທິບໍດີໂດນັລ ທຣໍາ ກ່າວວ່າ “ຕົນເຊື່ອເຊັ່ນນັ້ນ” ຫຼັງຮັບຊົມຄລິບຂອງຝ່າຍຄວາມຫມັ້ນຄົງ ທີ່ອ້າງວ່າ ເຈົ້າໜ້າທີ່ຂອງ ໄອອາຈີຊີ ກໍາລັງພະຍາຍາມນໍາຫົວລະເບີດດ້ານ ອອກຈາກໜຶ່ງໃນເຮືອລໍາທີ່ເກີດເຫດ ແຕ່ລັດຖະບານເຕຫະຣານ ໂຕ້ກັບວ່າ ຄລິບທີ່ບໍ່ມີຄວາມຊັດເຈນເຊັ່ນນັ້ນ ບໍ່ອາດນໍາມາໃຊ້ເປັນ “ຫຼັກຖານໄດ້” ພ້ອມທັງຕັ້ງຂໍ້ສັງເກດວ່າ ໜຶ່ງໃນເຮືອລໍາທີ່ເປັນເປົ້າໝາຍເປັນຂອງຍີ່ປຸ່ນ ແລະ ເຫດການທີ່ເກີດຂຶ້ນໃນໄລຍະທີ່ນາຍົກລັດຖະມົນຕີຊິນໂຊະ ອາເບະ ຢ້ຽມຢາມນະຄອນຫຼວງເຕຫະຣານພໍດີ.

ในภาพอาจจะมี ท้องฟ้า, มหาสมุทร, เมฆ, ภูเขา, สถานที่กลางแจ้ง, น้ำ และธรรมชาติ

ດ້ານ ທ່ານຄາຫຼິດ ອັລ-ຟາລີ ລັດຖະມົນຕີວ່າການກະຊວງນໍ້າມັນຂອງຊາອຸດິ ອາຣະເບຍ ຮຽກຮ້ອງປະຊາຄົມໂລກ ມີ “ມາດຕະການຢ່າງວ່ອງໄວ ແລະ ເດັດຂາດ” ຕໍ່ເຫດການຮຸນແຮງທີ່ເກີດຂຶ້ນໃນອ່າວໂອມານ ຂະນະທີ່ ທ່ານຊີກ ອັບດຸລເລາະ ບິນ ຊາເຍັດ ອັລ ນາຢານ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະຫະລັດ ອາຣັບ ເອມິເຣດ (UAE) ເຊິ່ງເປັນໜຶ່ງໃນພັນທະມິດສໍາຄັນໃນຕາເວັນອອກກາງຂອງລັດຖະບານຣິຢາດ ຮຽກຮ້ອງ “ການຫາທາງເພິ່ມມາດຕະການຮັກສາຄວາມປອດໄພ ໃນການເດີນເຮືອ ແລະ ເຂົ້າເຖິງແຫຼ່ງພະລັງງານ” ຫຼັງລາຄານໍ້າມັນດິບປັບລາຄາຂຶ້ນຢ່າງຕໍ່ເນື່ອງຈາກເຫດການຄັ້ງນີ້ ໃນເວລາດຽວກັນສະພາຂົນສົ່ງທາງນໍ້າສາກົນ ແລະ ເຂດບອລຕິກ (BIMCO: Baltic and International Maritime Council) ເຊິ່ງເປັນສະມາຄົມການເດີນເຮືອຂົນສົ່ງສິນຄ້າລາຍໃຫຍ່ຂອງໂລກລາຍງານວ່າ ເຮືອບັນທຸກສິນຄ້າຈໍານວນຫຼາຍເລິ່ມຫຼີກລ່ຽງເສັ້ນທາງຜ່ານຊ່ອງແຄບຮໍມຸຊ ເພາະຫວັ່ນເຖິງຄວາມປອດໄພ.