ຮັກໃນການຊ່ວຍເຫຼືອ ກຽມເສັງເຂົ້າຮຽນໝໍຕາມນີ້ເລີຍ

77

ໂອກາດດີໆສໍາລັບນ້ອງໆທີ່ມີຈິດໃຈ ແລະ ມັກຮັກໃນດ້ານວຽກງານສາທາລະນະສຸກ, ເປັນໝໍ ເປັນພະຍາບານ ວຽກງານທີ່ໄດ້ຊ່ວຍເຫຼືອຜູ້ຄົນ ກຽມສະໝັກສອບເສັງເຂົ້າຮຽນ ຢູ່ສະຖາບັນສາທາລະນະສຸກຕ່າງແຂວງ ປະຈໍາສົກປີ 2019-2020 ໄດ້ເລີຍ

ອີງຕາມແຈ້ງການຂອງ ກະຊວງສາທາລະນະສຸກ ສະບັບເລກທີ 10 ມິຖຸນາ 2019 ນະຄອນຫຼວງວຽຈັນແຈ້ງວ່າ: ຈະເລີ່ມຂາຍຄໍາຮ້ອງ ແລະ ລົງທະບຽນສອບເສັງໃຫ້ບັນດານັກຮຽນທີ່ຈົບຊັ້ນມັດທະຍົມຕອນປາຍໃນຂອບເຂດທົ່ວປະເທດ ທີ່ມີຄວາມສົນໃຈສອບເສັງເຂົ້າຮຽນ ຢູ່ສະຖາບັນສຶກສາ ສາທາລະນະສຸກຕ່າງແຂວງ ໃນສົກປີ 2019-2020 ຕັ້ງແຕ່ວັນທີ 24 ມິຖຸນາ -19 ກໍລະກົດ 2019 ໃນໂມງລັດຖະການ; ປິດຮັບຄໍາຮ້ອງສອບເສັງ ວັນທີ 19 ກໍລະກົດ 2019 ເວລາ 16:00 ໂມງ.

ຄ່າເອກະສານສະໝັກສອບເສັງ 40.000 ກີບ/ຊຸດ (ເອກະສານສອບເສັງ 35.000 ກີບ ແລະ ຄ່າບໍລິຫານການສອບເສັງ 5.000 ກີບ); ສູນສອບເສັງເຂົ້າຮຽນ ຢູ່ຕ່າງແຂວງມີ 7 ສູນຄື: ແຂວງຫຼວງພະບາງ, ສະຫວັນນະເຂດ, ຈໍາປາສັກ, ອຸດົມໄຊ, ຊຽງຂວາງ, ຄໍາມ່ວນ ແລະ ແຂວງວຽງຈັນ;
ໂດຍຈະສອບເສັງ 3 ວິຊາຄື ຕອນເຊົ້າ ວິຊາ ເຄມີສາດ, ຊີວະສາດ ແລະ ຕອນແລງຄະນິດສາດ ໃນວັນທີ 27 ກໍລະກົດ 2019 ເລີ່ມແຕ່ 8:00-16:00.
ສະຖານທີ່ຂາຍຄໍາຮ້ອງ ແລະ ລົງທະບຽນສະໝັກສອບເສັງໄດ້ຈັດແບ່ງດັ່ງນີ້:

ຜູ້ທີ່ຈະສອບເສັງເຂົ້າຢູ່ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ໃຫ້ຊື້ຄໍາຮ້ອງຢູ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ແລະ ພະແນກສາທາລະນະສຸກແຂວງ ໄຊຍະບູລີ;
ຜູ້ທີ່ຈະສອບເສັງເຂົ້າຮຽນຢູ່ໂຮງຮຽນສາທາລະນະສຸກອຸດົມໄຊ ໃຫ້ຊື້ຄໍາຮ້ອງຢູ່ໂຮງຮຽນສາທາລະນະສຸກອຸດົມໄຊ, ພະແນກສາທາລະນະສຸກແຂວງຜົ້ງສາລີ, ພະແນກສາທາລະນະສຸກແຂວງບໍ່ແກ້ວ ແລະ ພະແນກສາທາລະນະສຸກ ແຂວງ ຫຼວງນໍ້າທາ;
ຜູ້ທີ່ຈະເຂົ້າຮຽນໂຮງຮຽນສາທາລະນະສຸກຊຽງຂວາງ ໃຫ້ຊື້ຄໍາຮ້ອງຢູ່ໂຮງຮຽນສາທາລະນະສຸກຊຽງຂວາງ ແລະ ພະແນກສາທາລະນະສຸກ ແຂວງຫົວພັນ;

ຜູ້ທີ່ຈະເຂົ້າຮຽນຢູ່ໂຮງຮຽນພະຍາບານສາດເຕັກນິກແຂວງວຽງຈັນ ໃຫ້ຊື້ຄໍາຮ້ອງຢູ່ໂຮງຮຽນພະຍາບານສາດເຕັກນິກ ແຂວງວຽງຈັນ, ພະແນກສາທາລະນະສຸກ ແຂວງໄຊສົມບູນ;
ຜູ້ທີ່ຈະເຂົ້າຮຽນໂຮງຮຽນສາທາລະນະສຸກຄໍາມ່ວນ ໃຫ້ຊື້ຄໍາຮ້ອງຢູ່ ໂຮງຮຽນສາທາລະນະສຸກຄໍາມ່ວນ ແລະ ພະແນກສາທາລະນະສຸກ ແຂວງບໍລິຄໍາໄຊ
ຜູ້ທີ່ຈະເຂົ້າຮຽນຢູວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ ແລະ ສູນຝຶກອົບຮົມ ຮສຂ ແຂວງສາລະວັນ ໃຫ້ຊື້ຄໍາຮ້ອງຢູ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ ແລະ ສູນຝຶກອົບຮົມ ຮສຂ ແຂວງສາລະວັນ.

ຜູ້ທີ່ຈະເຂົ້າຮຽນຢູ່ວິທະຍາໄລ ວິທະຍາສາດ ສຸຂະພາບຈໍາປາສັກ ແລະ ສູນຝຶກອົບຮົມ ວິຊາຊີບ ສາທາລະນະສຸກ ອັດຕະປື ໃຫ້ຊື້ຄໍາຮ້ອງຢູ່ ຢູ່ວິທະຍາໄລ ວິທະຍາສາດ ສຸຂະພາບຈໍາປາສັກ ແລະ ສູນຝຶກອົບຮົມ ວິຊາຊີບ ສາທາລະນະສຸກ ອັດຕະປື.
ສໍາລັບຜູ້ທີ່ມາສອບເສັງໄດ້ແລ້ວຈະບໍ່ສາມາດປ່ຽນສະຖານທີ່ຮຽນ ແລະ ວິຊາຮຽນໄດ້.