ຈີນ ບໍລິຈາກລົດເມ 100 ຄັນ ຊ່ວຍເຫຼືອປະເທດໂມຊໍາບິກ ພັດທະນາລະບົບຂົນສົ່ງ

43

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນສຸກ ທີ 14 ມິຖຸນາ ຜ່ານມາ ວ່າ ປະເທດໂມຊໍາບິກ  ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງທະວີບອາຟຣິກາ ໄດ້ຮັບການມອບລົດເມໂດຍສານປະຈໍາທາງ ຈໍານວນ 100 ຄັນ ເຊິ່ງຈີນບໍລິຈາກ ເພື່ອຊ່ວຍປັບປຸງຄຸນນະພາບຂອງລະບົບການຂົນສົ່ງສາທາລະນະພາຍໃນປະເທດ.

ในภาพอาจจะมี 7 คน, ผู้คนกำลังยืน

ທ່ານຟິລິເປ ເອັນຢູຊີ ປະທານາທິບໍດີໂມຊໍາບິກ ກ່າວວ່າ ການບໍລິຈາກດັ່ງກ່າວເປັນຜົນມາຈາກຄວາມສໍາພັນອັນດີ ລະຫວ່າງ ໂມຊໍາບິກ ແລະ ຈີນ ລວມທັງລັດຖະບານໂມຊໍາບິກໄດ້ສະໜັບສະໜຸນຜູ້ປະກອບການຊາວຈີນເຂົ້າມາລົງທຶນໃນປະເທດຫຼາຍຂຶ້ນເທິງພື້ນຖານທາງຜົນປະໂຫຍດຮ່ວມກັນ.

ການສົ່ງມອບຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການ “ແພລນ 1000 (Plan 1000)”  ຂອງລັດຖະບານໂມຊໍາບິກ ເຊິ່ງມີເປົ້າໝາຍຈັດສັນລົດເມໂດຍສານປະຈໍາທາງ 1 ພັນຄັນທົ່ວປະເທດ ພາຍໃນໄລຍະ 5 ປີ ໂດຍປັດຈຸບັນ ໄດ້ບັນລຸເປົ້າໝາຍດັງກ່າວແລ້ວ 80%.

ในภาพอาจจะมี 5 คน, คนที่ยิ้ม, ผู้คนกำลังยืน และชุดสูท

ທ່ານຊູຈ້ຽນ ເອກອັກຄະລາຖະທູດຈີນ ປະຈໍາໂມຊໍາບິກ ກ່າວວ່າ ການບໍລິຈາກເປັນເຄື່ອງພິສູດເຖິງມິດພາບ ລະຫວ່າງສອງປະເທດ ແລະ ຍັງສະແດງເຖິງຄວາມເປັນຫຸ້ນສ່ວນດ້ານຍຸດທະສາດຂອງການເຄົາລົບເຊິ່ງກັນ ແລະ ກັນ ໃນການພັດທະນາຮ່ວມກັນລະຫວ່າງສອງປະເທດ.

ในภาพอาจจะมี 10 คน, คนที่ยิ้ม, ผู้คนกำลังยืน และสถานที่กลางแจ้ง

ທ່ານຫຼີ່ຊູ່ເຜິງ ປະທານບໍລິສັດລົດໂດຍສານປະຈໍາທາງຈົງທົງ ກ່າວວ່າ ບໍລິສັດໄດ້ຈັດຕັ້ງທີມງານພິເສດ ເພື່ອປັບປຸງພາຫະນະເຊັ່ນ: ການອອກແບບປະຕູໃໝ່, ຄວາມສາມາດໃນການເດີນລົດ ແລະ ການຕິດຕັ້ງເກຍອັດຕະໂນມັດ ເພື່ອສອດຄ່ອງກັບສະພາບຖະໜົນ ແລະ ອາກາດ ລວມເຖິງພຶດຕິກໍາ ການເດີນທາງຂອງຊາວໂມຊໍາບິກ ໂດຍລົດເມໂດຍສານລຸ້ນນີ້ ສາມາດຮອງຮັບຜູ້ໂດຍສານໄດ້ 40 ຄົນ.

ຂ່າວ ແລະ ຮູບຈາກ China Xinhua News