ທຣໍາ ເຊື່ອ ອິຣານ ເປັນຝ່າຍກໍ່ເຫດໂຈມຕີເຮືອບັນທຸກນໍ້າມັນໃນອ່າວໂອມານ

47

ປະທານາທິບໍດີໂດນັລ ທຣໍາ ເຊື່ອວ່າ ເຫດການໂຈມຕີເຮືອບັນທຸກນໍ້າມັນ 2 ລໍາ ໃນອ່າວໂອມານ ໃນອາທິດນີ້ ເປັນຝີມືຂອງອິຣານ ຫຼັງໄດ້ຮັບຊົມຄລິບຈາກຝ່າຍຄວາມໝັ້ນຄົງ ຂະນະທີ່ ລັດຖະບານອິຣານປະຕິເສດ ແລະ ກ່າວວ່າ ອາເມຣິກາ ກໍາລັງ “ກະຫາຍສົງຄາມ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນສຸກ ທີ 14 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ກ່າວເມື່ອວັນສຸກ ເຊິ່ງເຊື່ອວ່າ ອິຣານເປັນຜູ້ກໍ່ເຫດໂຈມຕີເຮືອບັນທຸກນໍ້າມັນຂະໜາດໃຫຍ່ 2 ລໍາ ບໍລິເວນອ່າວໂອມານ ທີ່ຢູ່ບໍລິເວນທ້າຍຂອງຊ່ອງແຄບຮໍມຸຊ ໜຶ່ງໃນເສັ້ນທາງຂົນສົ່ງນໍ້າມັນສາຍສໍາຄັນຂອງໂລກ ເມື່ອວັນພະຫັດ ທີ່ຜ່ານມາ ຄືເຮືອ “ໂຄຄຸກະ ຄໍເຣເຈຍສ໌” ຂອງຍີ່ປຸ່ນ ແລະ ເຮືອ “ຟຣອນ ອັລແຕ” ຂອງປະເທດນັອກແວ ເຊິ່ງໂຊກດີທີ່ລູກເຮືອຂອງເຮືອທັງ 2 ລໍາ ລວມ 44 ຄົນ ປອດໄພ ຫຼັງໄດ້ຮັບຊົມຄລິບຂອງກະຊວງປ້ອງກັນປະເທດເຜີຍໃຫ້ເຫັນ ເຮືອລາດຕະເວນລໍາໜຶ່ງຂອງກອງກໍາລັງພິທັກປະຕິວັດອິສລາມ (IRGC: Islamic Revolutionary Guard Corps) ນໍາລະຫົວເບີດດ້ານ ອອກຈາກຮູລູກປືນຂອງເຮືອລໍາໜຶ່ງ ເຖິງວ່າຄລິບນັ້ນ ຂ້ອນຂ້າງມົວ ແລະ ບໍ່ມີການລະບຸໄລຍະເວລາຢ່າງຊັດເຈນ.

ในภาพอาจจะมี มหาสมุทร, ท้องฟ้า, สถานที่กลางแจ้ง และน้ำ

ในภาพอาจจะมี มหาสมุทร, ท้องฟ้า, น้ำ และสถานที่กลางแจ้ง

ຢ່າງໃດກໍ່ຕາມ ທຣໍາ ຢືນຢັນວ່າ ອາເມຣິກາ ບໍ່ຕ້ອງການໃຫ້ເກີດສົງຄາມໃນອ່າວເປີເຊຍ ແລະ ກໍາລັງພະຍາຍາມດໍາເນີນການຫາຊ່ອງທາງປະນີປະນອມຜ່ານສະຫະປະຊາຊາດ (UN: United Nation ) ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ອິຣານຈະບໍ່ປິດກັ້ນເສັ້ນທາງເດີນເຮືອທັງໝົດຂອງຊ່ອງແຄບຮໍມຸຊ ຕາມທີ່ເຄີຍປະກາດໄວ້ຫຼາຍຄັ້ງ ເນື່ອງຈາກຈະສົ່ງຜົນກະທົບເປັນຕ່ອງໂສ້ ຕໍ່ເສັ້ນທາງການເດີນເຮືອຂົນສົ່ງສິນຄ້າ ແລະ ຂົນສົ່ງນໍ້າມັນທົ່ວໂລກ ບໍ່ພຽງແຕ່ສະເພາະໃນຕາເວັນອອກກາງ ແລະ ມະຫາສະໝຸດອິນເດຍ.

ในภาพอาจจะมี หนึ่งคนขึ้นไป, เด็ก และสถานที่กลางแจ้ง

ດ້ານ ທ່ານໂມຮໍາໝັດ ຈາວາດ ຊາຣີຟ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິຣານ ວິຈານຄລິບ ທີ່ລັດຖະບານວໍຊິງຕັນນໍາອອກມາເຜີຍແຜ່ວ່າ ບໍ່ສາມາດນໍາມາໃຊ້ເປັນ “ຫຼັກຖານໄດ້ແບບຊັດເຈນ”   ໄດ້ວ່າ ເຫດການທີ່ກໍາລັງເກີດຂຶ້ນໃນຕອນນັ້ນມີສະຖານະການແບບໃດ ແຕ່ເປັນອີກຄັ້ງ ທີ່ສະຫະລັດ ພ້ອມພັນທະມິດໃນຕາເວັນອອກກາງ ທີ່ກໍາລັງກະຫາຍສົງຄາມຢ່າງໜັກຄື ຊາອຸດີ ອາຣະເບຍ ແລະ ສະຫະລັດ ອາຣັບ ເອມິເຣດ (UAE) ຕ້ອງການໃຫ້ອິຣານຕົກຢູ່ໃນຖານະ “ແພະຮັບບາບ” ແລະ ຢໍ້າວ່າ ລັດຖະບານອິຣານຈະບໍ່ກັບໄປເຈລະຈາກັບອາເມຣິກາອີກ ຈົນກວ່າອີກຝ່າຍຈະກັບເຂົ້າມາຮ່ວມຂໍ້ຕົກລົງນິວເຄຣຍທີ່ລົງນາມຮ່ວມກັນ ເມື່ອປີ 2015 ໃນຍຸກອະດີດ ປະທານາທິບໍດີບາຣັກ ໂອບາມາ.

ในภาพอาจจะมี ท้องฟ้า, มหาสมุทร, เมฆ, ภูเขา, สถานที่กลางแจ้ง, น้ำ และธรรมชาติ

ຂະນະທີ່ ທ່ານອັນໂຕນິໂອ ກູເຕເຣສ ເລຂາທິການຢູເອັນ ຮຽກຮ້ອງໃຫ້ມີການຈັດຕັ້ງ “ຄະນະເຮັດວຽກອິສະຫຼະ ແລະ ເປັນກາງ” ເພື່ອກວດສອບສະຖານະການທີ່ຕຶງຄຽດດັ່ງກ່າວ ເຊິ່ງຈະສົ່ງຜົນກະທົບໃຫ້ລາຄານໍ້າມັນໃນຕະຫຼາດໂລກເພິ່ມສູງຂຶ້ນ ສ່ວນ ທ່ານຄາຫຼິດ ອັລ-ຟາລີ ລັດຖະມົນຕີວ່າການກະຊວງພະລັງງານຂອງຊາອຸດີ ອາຣະເບຍ ກ່າວວ່າ ລັດຖະບານຊາອຸ ຕິດຕາມສະຖານະການຢ່າງໃກ້ຊິດ ແລະ ຮຽກຮ້ອງໃຫ້ມີການເພິ່ມມາດຕະການຄຸ້ມຄອງເຮືອບັນທຸກນໍ້າມັນທີ່ເດີນເຮືອຜ່ານຊ່ອງແຄບຮໍມຸຊດ້ວຍ.