ປະຕິບັດປີໜ້າ! ຍີ່ປຸ່ນ ວາງແຜນສັ່ງຫ້າມຮ້ານຂາຍຍ່ອຍ ແຈກຖົງພລາສະຕິກໃຫ້ລູກຄ້າຟຣີ

45

ສໍານັກຂ່າວ ເອັນເອັດຈ໌ເຄ ຂອງຍີ່ປຸ່ນລາຍງານເມື່ອວັນເສົາ ທີ 15 ມິຖຸນາ ວ່າ ທ່ານຮິໂຣຊິເງະ ເຊໂກ ລັດຖະມົນຕີກະຊວງເສດຖະກິດ-ການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ກ່າວວ່າ ລັດຖະບານຍີ່ປຸ່ນມີແຜນທີ່ຈະຫ້າມຮ້ານຄ້າຂາຍຍ່ອຍໃຫ້ຖົງຢ່າງພລາສະຕິກຟຣີໃຫ້ລູກຄ້າ ຕັ້ງແຕ່ເດືອນເມສາ ປີໜ້າເປັນຕົ້ນໄປ.

ການປະຊຸມຂອງບັນດາລັດຖະມົນຕີດ້ານສິ່ງແວດລ້ອມ ແລະ ພະລັງວຽກຈາກບັນດາປະເທດສະມາຊິກຂອງກຸ່ມປະເທດທີ່ສໍາຄັນ ແລະ ປະເທດທີ່ເສດຖະກິດກໍາລັງຂະຫຍາຍຕົວ 20 ປະເທດ ຫຼື  ຈີ20 ໄດ້ເລິ່ມຕົ້ນຂຶ້ນແລ້ວທີ່ແຂວງນາງາໂນະ ທາງພາກກາງຂອງຍີ່ປຸ່ນ ໃນວັນເສົາ ທີ 15 ມິຖຸນາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, รองเท้า และสถานที่กลางแจ้ง

ທ່ານເຊໂກ ກ່າວວ່າ ມົນລະພາວະໃນທະເລທີ່ເກີດຈາກຂີ້ເຫຍື້ອທີ່ເປັນພລາສະຕິກກຳລັງເປັນປະເດັນລະດັບໂລກທີ່ຕ້ອງແກ້ໄຂ ໂດຍພາກເອກະຊົນ ແລະ ລັດຖະບານຍີ່ປຸ່ນ ຈະດໍາເນີນການເພື່ອຕັດສິນໃຈຢ່າງວ່ອງໄວ ວ່າ ຖົງຢາງພລາສະຕິກ ແລະ ວັດຖຸປະເພດໃດ ທີ່ຄວນຖືກຫ້າມໃຊ້ ລວມເຖິງການພິຈາລະນາມາດຕະການຕ່າງໆ ເພື່ອຄຸ້ມຄອງກຸ່ມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍດ້ວຍ.

ในภาพอาจจะมี หนึ่งคนขึ้นไป

ຖືເປັນຄັ້ງທໍາອິດ ທີ່ມີການກ່າວເຖິງໄລຍະເວລາທີ່ຈະເລິ່ມຫ້າມຮ້ານຄ້າຂາຍຍ່ອຍແຈກຖົງຢ່າງພລາສະຕິກຟຣີໃຫ້ແກ່ລູກຄ້າ ນັບຕັ້ງແຕ່ລັດຖະບານຍີ່ປຸ່ນໄດ້ປະກາດຍຸດທະສາດເພື່ອການຣີໄຊເຄິລພລາສະຕິກ ເມື່ອເດືອນພຶດສະພາ ຜ່ານມາ.