ອະນາໄມໂລກ ຍັງບໍ່ປະກາດອີໂບລາ ໃນຄອງໂກ ເປັນສະຖານະການສຸກເສີນ

39

ອົງການອະນາໄມໂລກມີມະຕິ ຍັງບໍ່ປະກາດໃຫ້ສະຖານະການ ການແຜ່ລະບາດຂອງເຊື້ອໄວຣັສອີໂບລາ ໃນດີອາ ຄອງໂກ ເຊິ່ງພາກຊີວິດປະຊາຊົນຫຼາຍກວ່າ 1.400 ຄົນ ຕັ້ງແຕ່ກາງປີຜ່ານມາ ແລະ ຕອນນີ້ລະບາດຂ້າມຊາຍແດນໄປປະເທດຢູກັນດາ ຖືເປັນ “ພາວະສຸກເສີນດ້ານສາທາລະນະສຸກ ລະຫວ່າງປະເທດ”.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນເສົາ ທີ 15 ມິຖຸນາ ວ່າ ທ່ານແພດ ເທດຣອສ ອັລຮານັອມ ເກເບຣເຍຊຸສ ຜູ້ອໍານວຍການອົງການອະນາໄມໂລກ (WHO) ກ່າວລະຫວ່າງລົງພື້ນທີ່ສາທາລະນະລັດ ປະຊາທິບໄຕ ຄອງໂກ (DR Congo) ເມື່ອວັນສຸກ ວ່າ ໄດ້ຮັບແຈ້ງຈາກທີ່ປະຊຸມວາລະສຸກເສີນຂອງ WHO ທີ່ເມືອງເຈນີວາ ເຊິ່ງໄດ້ມີມະຕິຍັງບໍ່ປະກາດໃຫ້ສະຖານະກາຂອງເຊື້ອໄວຣັສອີໂບລາ ໃນປະເທດດີອາ ຄອງໂກ ເຊິ່ງຕອນນີ້ ໄດ້ແຜ່ລະບາດຂ້າມຊາຍແດນໄປປະເທດຢູກັນດາ ໃຫ້ເປັນ “ພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ” ຢ່າງໃດກໍ່ຕາມ ທ່ານ ເກເບຣເຍຊຸສ ຢືນຢັນວ່າ ການທີ່ຍັງບໍ່ປະກາດສະຖານະການສຸກເສີນບໍ່ໄດ້ໝາຍຄວາມວ່າ WHO ບໍ່ໄດ້ຖືເບົາຕໍ່ວິກິດຄັ້ງນີ້ ແຕ່ໃນທາງກັບກັນຍິ່ງເພິ່ມຄວາມຊ່ວຍເຫຼືອໃຫ້ແກ່ທຸກປະເທດທີ່ກໍາລັງໄດ້ຮັບຜົນກະທົບ.

ในภาพอาจจะมี หนึ่งคนขึ้นไป, ภูเขา, ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ທັງນີ້ ຢູກັນດາ ເຊິ່ງມີຊາຍແດນທາງພາກຕາເວັນຕົກຕິດກັບດີອາ ຄອງໂກ ພົບຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາຄົນທໍາອິດ ໃນຕົ້ນອາທິດນີ້ ເປັນເດັກຊາຍ ອາຍຸ 5 ປີ ຫຼັງຈາກນັ້ນພຽງວັນດຽວແມ່ເຖົ້າຂອງເດັກຊາຍ ເຊິ່ງອາຍຸ 50 ປີ ໄດ້ເສຍຊີວິດດ້ວຍເຊື້ອພະຍາດດຽວກັນ ຂະນະທີ່ ສະມາຊິກໃນຄອບຄົວຂອງຜູ້ເສຍຊີວິດເຊິ່ງລວມເຖິງເດັກຊາຍ ອາຍຸ 3 ປີ ທີ່ແພດຢືນຢັນວ່າ ຕິດເຊື້ອ ແລະ ຜູ້ຕ້ອງສົງໄສທີ່ໃກ້ຊິດກັບຄອບຄົວນີ້ ທີ່ລີ້ໄພຂ້າມແດນມາຈາກດີອາ ຄອງໂກ ອີກເກືອບ 100 ຄົນ ຕ້ອງເຂົ້າຮັບການກັກບໍລິເວນດ້ວຍ ແຕ່ມີລາຍງານວ່າ ມີຍາດຕິພີ່ນ້ອງ ແລະ ບຸກຄົນໃກ້ຊິດຂອງຜູ້ເສຍຊີວິດ ທັງ 2 ຄົນ ເດີນທາງຂ້າມຊາຍແດນມາຮ່ວມພິທີຝັງສົບທັງໝົດ 12 ຄົນ ແລະ ຕ້ອງເຂົ້າຮັບການກັກບໍລິເວນເຊັ່ນກັນ ແຕ່ອີກ 6 ຄົນ ໜີໄປກ່ອນ ເຊິ່ງທາງເຈົ້າໜ້າທີ່ກໍາລັງຕິດຕາມຕົວ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, เด็ก และสถานที่กลางแจ้ง

ในภาพอาจจะมี 2 คน, ผู้คนกำลังยืน

ສໍາລັບວິກິດການແຜ່ລະບາດຂອງອີໂບລາໃນດີອາ ຄອງໂກ ຄັ້ງນີ້ ເປັນການແຜ່ລະບາດຄັ້ງທີ 2 ຕໍ່ຈາກການແຜ່ລະບາດ ລະຫວ່າງ ເດືອນພຶດສະພາ ເຖິງ ເດືອນກໍລະກົດ ປີຜ່ານມາ ແຕ່ມີຄວາມຮຸນແຮງກວ່າຫຼາຍໂດຍຍືດເຍື້ອຕັ້ງແຕ່ເດືອນສິງຫາ ປີດຽວກັນມາຈົນຮອດປັດຈຸບັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 1.400 ຄົນ ແລະ ມີຜູ້ປ່ວຍສະສົມອີກຫຼາຍກວ່າ 2.000 ຄົນ.

ในภาพอาจจะมี 1 คน, กำลังยิ้ม, เด็ก และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และรองเท้า