ກະຕ່າຍ ພັນນິພາ ອາຍຸພຽງ 15 ສາມາດຫາເງິນຊື້ເຮືອນໃຫ້ພໍ່ກັບແມ່

131

ເປັນບຸກຄົນຫຼາຍໆຄົນທີ່ຄວນເອົາເປັນແບບຢ່າງເລີຍ ກັບການສ້າງຝັນ, ເສີມຄວາມສາມາດໃຫ້ເປັນຈິງ ຈາກສາວນ້ອຍຫຼາຍຄວາມສາມາດ ນ້ອງ ກະຕ່າຍ ພັນນິພາ ນັກຮ້ອງລູກທົ່ງສາວແນວອິນດີ້ໄທ ດ້ວຍນໍ້າສຽງທີ່ມ່ວນເປັນເອກກະລັກ ຖືກໃຈໄວ້ລຸ້ນ ພ້ອມລີລາການເຕັ້ນໜ້າເວທີ ທີ່ບໍ່ທໍາມະດາ ເຮັດໃຫ້ກາຍເປັນສາວນ້ອຍຂວັນໃຈຮ້ານເຫຼົ້າ ແລະ ເທບທິດາລົດແຫ່ໄປແລ້ວ ກໍາລັງໄດ້ຮັບຄວາມນິຍົມ, ໂດ່ງດັງຢູ່ໄທ ແລະ ລາວໃນຂະນະນີ້ເລີຍກໍວ່າໄດ້.

ໜ້າຮັກຫຼາຍ

ເທ້

ນ້ອງ ກະຕ່າຍ ເປັນສິນລະປິນນັກຮ້ອງ ໃນຄ້າຍເພງ “ຈ໊ວດຈ໊າດ ເລັກຄອດ” ທີ່ອາຍຸພຽງ 15 ປີ ດ້ວຍຄວາມຝັນ ແລະ ຄວາມມັກຮັກໃນການຮ້ອງເພງ ຮ້ອງເພງທ້ອນເງິນດ້ວຍເຫື່ອແຮງຕົນເອງ ແລະ ຫຼ້າສຸດ ນ້ອງກະຕ່າຍ ຫອບເງິນສົດ 4 ລ້ານກວ່າບາດ ຊື້ເຮືອນຫຼັງໃຫຍ່ໃຫ້ພໍ່ແມ່ໄດ້ຢູ່ສຸກສະບາຍ … ເປັນສິ່ງທີ່ໜ້າປະທັບໃຈແທນຜູ້ເປັນພໍ່ແມ່ອີ່ຫຼີ

ຍິ້ມງາມຫຼາຍ

ນ້ອງໆຄົນໃດທີ່ມີຄວາມຝັນ ຈົ່ງເຮັດຄວາມຝັນໃຫ້ເປັນຈິງ ແລະ ຢ່າລືມຜູ້ໃຫ້ກໍາເນີດທີ່ຄອຍສະໜັບສະໜູນເດີ້… ຟັງເພງຂອງ ກະຕ່າຍ ໄດ້ທີ່ນີ້…